ແຂວງພາກເໜືອຂອງລາວໝາຍຕາການພັດທະນາຕາມເສັ້ນທາງລົດໄຟລາວ-ຈີນ

ວຽງຈັນ, 10 ກໍລະກົດ (Xinhua) –– ແຂວງອຸດົມໄຊ ທາງພາກເໜືອຂອງລາວ ເຊິ່ງຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປທາງພາກເໜືອປະມານ 400 ກິໂລແມັດ ກຳລັງທຳການປັບປຸງພື້ນຖານໂຄງລ່າງເພື່ອຮອງຮັບເສັ້ນທາງລົດໄຟລາວ-ຈີນ ແລະ ເພື່ອສົ່ງເສີມການພັດທະນາ.

ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊກ່າວວ່າ ເສັ້ນທາງລົດໄຟລາວ-ຈີນທີ່ກຳລັງດຳເນີນການກໍ່ສ້າງນີ້ ຈະຕັດຜ່ານແຂວງເປັນໄລຍະທາງ 126.6 ກິໂລແມັດ, ດັ່ງນັ້ນທາງອຳນາດການປົກຄອງຈຶ່ງກຳລັງຊອກຫາຊ່ອງທາງຂົນຂວາຍການລົງທຶນໃນຕອນທາງດັ່ງກ່າວ ໂດຍການສົ່ງເສີມການສ້າງທຸລະກິດລຽບສອງຟາກທາງລົດໄຟດັ່ງກ່າວ ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນ ວຽງຈັນທາມສ໌ ໃນວັນພຸດຜ່ານມາ.

ອ່ານຕໍ່…

Yamei
http://www.xinhuanet.com/english/2019-07/10/c_138214924.htm