ເສັ້ນທາງລົດໄຟລາວ-ຈີນ ສະເໜີໃຫ້ລັດຖະບານອະນຸຍາດນຳໃຊ້ເງິນຕາຕ່າງປະເທດ

ບໍລິສັດເສັ້ນທາງລົດໄຟລາວ-ຈີນ (LCRC) ຮຽກຮ້ອງໃຫ້ລັດຖະບານ ແກ້ໄຂບັນດາບັນຫາກ່ຽວກັບການດຳເນີນງານຂອງລົດໄຟ ລວມທັງການຂາຍປີ້ລົດໄຟ ລວມທັງການຊຳລະຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍອື່ນໆ ເປັນສະກຸນເງິນທ້ອງຖິ່ນ. ເນື່ອງຈາກຄ່າເງິນກີບຂອງລາວຍັງຕົກຕໍ່າຢ່າງຕໍ່ເນື່ອງ, ບໍລິສັດ LCRC ຈຶ່ງໄດ້ສະເໜີໃຫ້ລັດຖະບານໃຫ້ການອະນຸມັດດຳເນີນການບໍລິການເປັນເງິນຕາຕ່າງປະເທດ. ອ່ານເພິ່ມເຕີມ ...

ໄພບູນ ທະນະບົວສີ

ໜ່ວຍງານປະຕິບັດການທາງລົດໄຟສະເໜີໃຫ້ລັດຖະບານຊ່ວຍແກ້ໄຂຫຼາຍບັນຫາ

ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ (LCRC) ໄດ້ຊີ້ແຈງຫຼາຍບັນຫາ ທີ່ລັດຖະບານຕ້ອງແກ້ໄຂ ກ່ຽວກັບການດຳເນີນງານທາງລົດໄຟ ເຊິ່ງບັນຫາດັ່ງກ່າວ ໄດ້ຍົກຂຶ້ນໃນການຢ້ຽມຢາມ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ບໍລິສັດຍັງໄດ້ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ຈັດສັນການຂາຍປີ້ລົດໄຟ, ຄ່າຂົນສົ່ງ ແລະ ຄ່າທຳນຽມອື່ນໆທີ່ຈ່າຍເປັນເງິນຕາຕ່າງປະເທດ, ໃຫ້ອີງໃສ່ອັດຕາແລກປ່ຽນຕະຫຼາດ. LCRC ຍັງໄດ້ຮຽກຮ້ອງໃຫ້ລັດຖະບານຕ້ານການໂຄສະນາທີ່ບໍ່ດີກ່ຽວກັບທາງລົດໄຟເຊັ່ນດຽວກັນກັບການຊ່ວຍເຫຼືອໃນບັນຫາອື່ນໆ.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ລາວ ແລະ ໄທ ສ້າງຂົວຂ້າງແມ່ນ້ຳຂອງແຫ່ງໃໝ່ສຳລັບທາງລົດ ແລະ ລົດໄຟ

ລັດ​ຖະ​ມົນ​ຕີ​ກະ​ຊວງຄົມມະນາຄົມ​ຂົນ​ສົ່ງ​ຂອງ​ໄທ ທ່ານ ສັກສາຍາມ ຊິດຊອບ, ກ່າວ​ວ່າ ຂົວ​ດັ່ງກ່າວຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ປະ​ມານ 4 ຕື້​ບາດ (1,2 ຕື້ USD), ແລະ ອາດ​ຈະແມ່ນຈາກ​ທຶນ​ຈາກ​ທັງ​ສອງ​ປະ​ເທດ. ທ່ານກ່າວຕື່ມວ່າ: ການສຶກສາອອກແບບຂົວດັ່ງກ່າວຄາດວ່າຈະມີມູນຄ່າປະມານ 140 ລ້ານບາດ (4.25 ລ້ານໂດລາສະຫະລັດ) ຈາກງົບປະມານສູນກາງ ແລະຈະຄຸ້ມຄອງໂດຍກົມທາງຫຼວງຂອງໄທ.  ​ໂຄງການ​ທາງ​ລົດ​ໄຟ​ໄລຍະ​ທຳ​ອິດ​ຂອງ​ໄທ-ຈີນ​ທີ່​ແລ່ນ​ຈາກ​ບາງກອກ​ຫາ​ນະ​ຄອນ​ຣາຊະ​ສີ​ມາ​ແມ່ນ​ຢູ່​ໃນ​ການ​ພັດທະນາ​ແລະ​ມີ​ກຳນົດ​ຈະ​ເປີດ​ໃຫ້​ໃຊ້​ໃນ​ປີ 2026.ສືບຕໍ່ອ່ານ ...

ລັດສະໝີ ພອນວິໄລ

ຫຼາຍປະເທດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຫຼາຍຂື້ນ ໃນການຂົນສົ່ງສິນຄ້າ

ບັນດາຜູ້ປະກອບການຈາກປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໄດ້ນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ທັງນຳເຂົ້າ ແລະ ສົ່ງອອກສິນຄ້າຈາກຈີນ ແລະ ປະເທດອື່ນໆ. ປະເທດໄທໃນປັດຈຸບັນໄດ້ສົ່ງອອກເຂົ້າສານໃນຄັ້ງທຳອິດເປັນຈຳນວນ 1000 ໂຕນໄປຍັງເມືອງຊົງຊິງ, ປະເທດຈີນໂດຍຜ່ານເສັ້ນທາງລົດໄຟດັ່ງກ່າວ. ການຂົນສົ່ງສິນຄ້າທາງທະເລ ຈາກປະເທດອາຊຽນໄປຍັງບັນດາປະເທດເອີຣົບຈະໃຊ້ເວລາສັ້ນລົງ ຈາກປົກະຕິ 45 ວັນ ເປັນ 10 ວັນ/ຖ້ຽວ. ອ່ານເພິ່ມເຕີມ..  ...

ສົມສັກ ປ້ອງຂາວ

ຂົວ​ໜອງ​ຄາຍ​ ຂັ້ນ​ສຸດ​ທ້າຍແຫ່ງໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ-ໄທ

ກອງປະຊຸມໄດ້ຈັດຂຶ້ນທີ່ທຳນຽບລັດຖະບານໃນວັນພະຫັດອາທິດແລ້ວນີ້ ກ່ຽວກັບແຜນການກໍ່ສ້າງທາງລົດໄຟ ໄທ-ລາວ-ຈີນ, ໂດຍການເປັນປະທານຂອງ ຮອງນາຍົກລັດຖະມົນຕີ ທ່ານ ອານຸທິ ຈັນທະວິລະກຸນ, ທ່ານໄດ້ອອກຄຳສັ່ງຢ່າງຮີບດ່ວນໃຫ້ SRT ດຳເນີນໂຄງການດັ່ງກ່າວໃນທັນທີ. ກອງ​ປະຊຸມ​ໄດ້​ນຳ​ເອົາ​ຫຼາຍ​ອົງການ​ລັດຖະບານ​ທີ່​ມີ​ຄວາມ​ສົນ​ໃຈ​ໃນ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ສາກົນ.ຂັ້ນຕອນຕໍ່ໄປຂອງຂະບວນການແມ່ນໃຫ້ SRT ວິເຄາະ ແລະ ອອກແບບຂົວ ທັງສະເຫນີງົບປະມານຕໍ່ຄະນະກໍາມະການ. ຂົວ​ທາງ​ລົດ​ໄຟ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ສຸດ​ທ້າຍ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ຈີນ​ກັບ​ໄທ​ ຊຶ່ງຈະໃຊ້ໃນ​ການ​ຂົນ​ສົ່ງ​ສິນຄ້າ​ໜັກ​ເຊັ່ນ​ລົດຍົນ, ​ເຄື່ອງ​ໃຊ້​ໄຟຟ້າ, ​ເຄື່ອງ​ເອ​ເລັກ​ໂຕຣນິກ, ຄອມ​ພິວ​ເຕີ​ ແລະ ​ອຸປະກອນ​ຄອມ​ພິວ​ເຕີ, ​ເຄື່ອງ​ຈັກ, ໝາກ​ໄມ້​,ຜັກ ​ແລະ​ ວັດຖຸ​ດິບ​ໄມ້​ ແລະ ​ຢາງພາລາ.ອ່ານເພິ່ມເຕີມ  ...

Neill Fronde

ລົດໄຟລາວ-ຈີນໄດ້ໄຂພິທິເປີດນຳໃຊ້ຢ່າງເປັນທາງການ ແຕ່ບັນຫາໜີ້ກໍຍັງເປັນສິ່ງທີ່ຕ້ອງຄຳນຶງ Laos-China Railway Inaugurated Amid Mounting Debt Concerns

ທາງການຈີນ ແລະ ລາວ ໄດ້ຈັດພິທີເປີດທາງລົດໄຟ ມູນຄ່າ 5,9 ຕື້ໂດລາ ສະຫະລັດ ຢ່າງເປັນທາງການ, ຊຶ່ງເປັນຜົນສຳເລັດໃນການກໍ່ສ້າງເສັ້ນທາງລົດໄຟສາຍທຳອິດ ທີ່ຍາວໄກ ຊື່ອມຕໍ່ຈາກພາກຕາເວັນຕົກສຽງໃຕ້ຂອງຈີນ ກັບສິງກະໂປ. ​ໂຄງການ​ດັ່ງກ່າວ​ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ​ມາ​ສູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ເຂດ​ພູດ​ອຍ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ແລະ ປະຊາຊົນໃນເຂດຊົນນະບົດຈະໄດ້ປະໂຫຍດຫຍັງແນ່ນັ້ນ ກໍຍັງເປັນຂໍ້ສົງໃສ. ຕະຫຼອດໄລຍະ 6 ປີຂອງການກໍ່ສ້າງ, ປະຊາຊົນຜູ້ທີ່ຖືກຍົກຍ້າຍອອກຈາກບ້ານເພື່ອເຮັດເສັ້ນທາງລົດໄຟໄດ້ກ່າວວ່າໄດ້ຮັບຄ່າຈ້າງໜ້ອຍເກີນໄປ, ແລະ ມີບັນຫາເອກະສານຫຼາຍຢ່າງທີ່ກ່ຽວຂ້ອງກັບການນຳໃຊ້ແຮງງານຈີນທີ່ໄດ້ຍົກຍ້າຍເຂົ້າມາຢູ່ປະເທດລາວຊົ່ວຄາວເພື່ອເຮັດວຽກໃນໄລຍະຂອງການດຳເນີນໂຄງການ.ອ່ານເພິ່ມເຕີມ  ...

ແຊບາດສ໌ຕຽນ

ລົດໄຟໂດຍສານຂອງປະຫວັດສາດລາວ ທີ່ຖືກຂະໜານນາມຊື່ວ່າ ລ້ານຊ້າງ ຈະເດີນທາງມາເຖິງໃນວັນທີ 15 ຕຸລາ

ລົດໄຟໂດຍສານສາຍທຳອິດທີ່ແລ່ນຢູ່ເທິງລາງລົດໄຟລາວຽ-ຈີນ ຊຶ່ງໄດ້ມີການກຳນົດເປີດນຳໃຊ້ໃນວັນທີ 2 ທັນວານີ້ ຄາດວ່າຈະເດີນທາງມາເຖິງວຽງຈັນໃນວັນສຸກ ທີ 15 ຕຸລານີ້. ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີໄດ້ຢືນຢັນໃນອາທິດແລ້ວນີ້ວ່າ ເສັ້ນທາລົດໄຟລາວ-ຈີນຈະເປີດເປັນທາງການໃນວັນທີ 2 ທັນວາເຖິງວ່າຢູ່ທ່າມກາງການລະບາດຂອງພະຍາດໂຄວິດ-19ກໍຕາມ. ອຳນາດການປົກຄອງຕ່າງໆໄດ້ວາງແຜນການເປີດການນຳໃຊ້ພາຍໃຕ້ເງື່ອນໄຂການປະຕິບັດມາດຕະການການຄວບຄຸມພະຍາດລະບາດ ເພື່ອຮັບປະກັນຄວາມປອດໄພຂອງທຸກຄົນທີ່ກ່ຽວຂ້ອງ. ອ່ານເພິ່ມເຕີມ  ...

ລົດໄຟຈະມາເຖິງໃນເດືອນໜ້າ ເພື່ອກຽມທົດລອງແລ່ນລົດໄຟລາວ-ຈີນ

ໂຄງການທາງລົດໄຟລາວ-ຈີນຈະນໍາເອົາລົດໄຟຟ້າ ຫຼື (EMU) ແລະ ອຸປະກອນອື່ນ ເພື່ອດໍາເນີນການທົດລອງແລ່ນລົດໄຟຄັ້ງທໍາອິດໃນເດືອນຕຸລາ. ເຈົ້າໜ້າທີ່ຮັບຜິດຊອບໂຄງການກ່າວວ່າຄະນະກໍາມະການຄຸ້ມຄອງໂຄງການກໍາລັງຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປີດດ່ານກວດກາທາງລົດໄຟຊົ່ວຄາວເພື່ອໃຫ້ຫົວລົດໄຟ ແລະອຸປະກອນອື່ນ ສາມາດນໍາເຂົ້າມາລາວໄດ້ໃນເດືອນກັນຍານີ້ເພື່ອກຽມທົດລອງແລ່ນ.ອ່ານຕໍ່ທີ່ນີ້  ...

ປ້ອມພົງ ລາວອິນ

ການທົດລອງເສັ້ນທາງລົດໄຟລາວ-ຈີນ ຄັ້ງທຳອິດຄາດວ່າຈະມີຂື້ນໃນເດືອນສິງຫາ

ເສັ້ນທາງລົດໄຟລາວ-ຈີນ ແຫ່ງທຳອິດກຳລັງຢູ່ໃນການກໍ່ສ້າງດ້ວຍຄວາມຍາວ 422.4 ກິໂລແມັດ ແລະ ຄາດວ່າຈະມີການທົດລອງໃນເດືອນສິງຫາ ກ່ອນການເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວານີ້ ຕາມການລາຍງານຂອງໂຄງການ.  ເສັ້ນທາງຈະເຊື່ອມຕໍ່ລະຫວ່າງວຽງຈັນ ຫາ ຊາຍແດນຈີນ ໂດຍຜ່ານແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ ຜ່ານ 75 ອຸມົງດ້ວຍຄວາມຍາວ 197.83 ກິໂລແມັດ, ລວມມູນຄ່າການກໍ່ສ້າງຈຳນວນ 5.986 ຕືື້ (37.4ຕື້ຢວນ) ຊຶ່ງໄດ້ລິເລິ່ມການກໍສ້າງໃນເດືອນທັນວາ ປີ 2016. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ

ເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເຄິ່ງທາງ

ລາຍງານຈາກແຂວງຫຼວງພະບາງ: ເຄິ່ງໜ່ຶງຂອງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 240 ກິໂລແມັດ, ລະຫວ່າງ ແຂວງວຽງຈັນ ແລະ ນະຄອນຫຼວງພະບາງ ຊຶ່ງເປັນຂີດໝາຍໃນການກໍ່ສ້າງເສັ້ນທາງລົດໄຟ. ອ່ານຕໍ່ .  ...

ພົມພົງ ລາວອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vfZSh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!