ຂົວຂ້າມນ້ຳຂອງແຂວງຫຼວງພະບາງແມ່ນຈຸດເຊື່ອມໂຍງທີ່ສຳຄັນໃນໂຄງການທາງລົດໄຟລາວ-ຈີນ

ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ໃນສອງປີຕໍ່ໜ້າ, ຂະບວນລົດໄຟລາວ-ຈີນຈະເດີນອອກມາຈາກອຸໂມງ, ຜ່ານຂົວທາງລົດໄຟຂ້າມນ້ຳຂອງທີ່ຫຼວງພະບາງ ແລະ ແລ່ນເຂົ້າໄປໃນສາຍພູໃນອີກຟາກໜຶ່ງ.ຢູ່ຈຸດທີ່ສ້າງຂົວ, ນ້ຳຂອງມີຄວາມກວ້າງປະມານໜຶ່ງກິໂລແມັດ, ແລະ ລົດໄຟໂດຍສາຍຈະສາມາດແລ່ນໃນລະດັບຄວາມໄວປະມານ 160 ກມ ຕໍ່ຊົ່ວໂມງ ໃນຂະນະທີ່ລົດໄຟຂົນສົ່ງສິນຄ້າຈະແລ່ນດ້ວຍຄວາມໄວ 120 ກມ ຕໍ່ຊົ່ວໂມງ.ອ່ານຕໍ່ ...

ໂຕະຂ່າວ

ວິສະວະກອນອຸໂມງທາງລົດໄຟຊອກຫ່ໍາວິທີປ້ອງກັນຄວາມເສຍຫາຍທີ່ເກີດຈາກການກັດເຊາະຂອງເກືອ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) –  ການກໍ່ສ້າງອຸໂມງທາງລົດໄຟ ທີ່ຊາຍແດນລາວ-ຈີນ ແຂວງຫຼວງນ້ຳທາ ອາດຕ້ອງນຳໃຊ້ວັດສະດຸກໍ່ສ້າງທີ່ສາມາດຕ້ານທານຕໍ່ການກັດເຊາະຂອງເກືອ, ເພື່ອປ້ອງກັນລາງລົດໄຟທີ່ອາດໄດ້ຮັບຜົນກະທົບຈາກບໍ່ເກືອຂະໜາດໃຫຍ່ໃຕ້ດິນ.ນັກວິສະວະກອນຈີນ ຫວັງ ສຽວຕົງ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວ ແລະ ຈີນວ່າ ທີມກໍ່ສ້າງໄດ້ຄົ້ນພົບບໍ່ເກືອສອງແຫ່ງໃນລາວ ແຕ່ບໍ່ພົບໃນຈີນ.ອຸໂມງທີ່ດ່ານຊາຍແດນດັ່ງກ່າວແມ່ນອຸໂມງທາງລົດໄຟຂະໜາດໃຫຍ່ທີ່ສຸດໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ແລະ ມີໄລຍະ 7,000 ແມັດໃນປະເທດຈີນ ແລະ ອີກ 2,000 ແມັດໃນປະເທດລາວ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌

ການກໍ່ສ້າງເສັ້ນທາລົດໄຟຄວນໃຫ້ມີການຈ້າງຄົນລາວເພີ່ມຂຶ້ນ: ປະທານປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຮຽກຮ້ອງໃຫ້ມີການຈ້າງແຮງງານຄົນລາວເພີ່ມຂຶ້ນໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນໂອກາດລົງຢ້ຽມຢາມການກໍ່ສ້າງຕອນທາງລົດໄຟທີ່ວຽງຈັນໃນວັນສຸກຜ່ານມາ.ຕາມບົດລາຍງານຂອງໂຄງການ ມີການຈ້າງແຮງງານທັງໝົດປະມານ 16,000 ຄົນ ໃນການກໍ່ສ້າງເສັ້ນທາງລົດໄຟໄລຍະ 414 ກມ, ໃນນັ້ນແຮງງານລາວມີພຽງ 4,500 ຄົນ. ທາງລົດໄຟດັ່ງກ່າວແມ່ນຕັດຜ່ານພາກຕາເວັນຕົກຂອງລາວຈາກຊາຍແດນບໍ່ເຕັນ-ໂມຫານ ເຊື່ອມຕໍ່ປະເທດຈີນກັບແຂວງຫຼວງນ້ຳທາ. ແລ້ວຕັດຜ່ານແຂວງອຸດົມໄຊ, ຫຼວງພະບາງ, ແລະ ແຂວງວຽງຈັນ ແລະ ສິ້ນສຸດທີ່ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ຊາວແຂວງຫຼວງນ້ຳທາໃຫ້ການຕອບຮັບຕໍ່ໂຄງການທາງລົດໄຟລາວ-ຈີນ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ປະຊາຊົນແຂວງຫຼວງນ້ຳທາ ເຊິ່ງໂຄງການທາງລົດໄຟລາວ-ຈີນທີ່ພວມຢູ່ໃນໄລຍະການກໍ່ສ້າງຈະຕັດຜ່ານ ລວມຕົວກັນຕອບຮັບຕໍ່ໂຄງການ ແລະ ສະແດງຄວາມພ້ອມທີ່ຈະເປີດຮັບໂອກາດໃນການພັດທະນາທີ່ຈະເຂົ້າມາເຖິງພື້ນທີ່.ປະຊາຊົນທີ່ນີ້ມີຄວາມເຂົ້າໃຈຕໍ່ນະໂຍບາຍພັກລັດກ່ຽວກັບການພັດທະນາປະເທດຊາດ ເຊິ່ງຈະເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ. ການຮ່ວມມືຂອງປະຊາຊົນໝາຍຄວາມວ່າ ການກໍ່ສ້າງທາງລົດໄຟທີ່ຫຼວງນ້ຳທາຈະດຳເນີນໄປໄດ້ດີ, ເຊັ່ນດຽວກັບໃນຫຼາຍພື້ນທີ່ໃນແຂວງຫຼວງພະບາງ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ນັກລົງທຶນຈີນຍາດແຍ່ງເຂົ້າມາລົງທຶນໃນເຂດເສດຖະກິດພິເສດບໍ່ເຕັນກ່ອນສຳເລັດໂຄງການທາງລົດໄຟ

ເຂດເສດຖະກິດພິເສດ (SEZ) ບໍ່ເຕັນຂອງລາວໄດ້ຮັບຄວາມສົນໃຈເປັນພິເສດຈາກນັກລົງທຶນຈີນ ເນື່ອງຈາກໂຄງການທາງລົດໄຟລາວ-ຈີນໃກ້ສຳເລັດການກໍ່ສ້າງ, ແຕ່ວ່າຊາວບ້ານພັດມີຄວາມຢ້ານກົວຕໍ່ການປ່ຽນແປງຢ່າງໄວວາດັ່ງກ່າວ. ພວກເຂົາເວົ້າວ່າໂຄງການພັດທະນາດັ່ງກ່າວແມ່ນດີສຳລັບຊາວຈີນ, ແຕ່ວ່າບໍ່ແມ່ນສຳລັບປະຊາຊົນລາວທີ່ອາໄສຢູ່ເຂດດັ່ງກ່າວ.ເຂດເສດຖະກິດດັ່ງກ່າວ ເຊິ່ງຕັ້ງຢູ່ແຂວງຫຼວງນ້ຳທາ ມີຊາຍແດນຕິດກັບເມືອງໂມຮັນໃນມົນທົນຢຸນນານປະເທດຈີນ. ລັດຖະບານລາວຄາດວ່າເມື່ອໂຄງການສຳເລັດ ແລະ ມີການເປີດນຳໃຊ້ທາງລົດໄຟໃນປີ 2021, ນັກທ່ອງທ່ຽວຈີນຫຼາຍລ້ານຄົນຈະຫຼັ່ງໄຫຼເຂົ້າມາໃນເຂດດັ່ງກ່າວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ໂຄງການທາງລົດໄຟລາວ-ຈີນ ຄືບໜ້າກວ່າກຳນົດການ

ວຽງຈັນ (ວຽງຈັນທາມສ໌/ANN) – ວຽກງານການກໍ່ສ້າງທາງລົດໄຟລາວ-ຈີນ ມີຄວາມຄືບໜ້າກວ່າກຳນົດການ ເຊິ່ງໂຄງການຕາມແຜນແມ່ນຈະໃຫ້ສຳເລັດພາຍໃນ 2021, ຕາມເຈົ້າໜ້າທີ່ການນຳລັດຖະບານ.ທ່ານ ແສງດາຣາ ກິດຕິຍະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ພາຍໃຕ້ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວໃນກອງປະຊຸມຂອງຂະແໜງໂຍທາທິການ ແລະ ຂົນສົ່ງໃນວັນສຸກຜ່ານມາວ່າ ໜ້າວຽກຂອງໂຄງການກໍ່ສ້າງມູນຄ່າ US$5.986 ຕື້ໂດລາດັ່ງກ່າວແມ່ນມີຄວາມຄືບໜ້າກວ່າແຜນການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ໂຄງການທາງລົດໄຟລາວ-ຈີນ: ເກືອບເຄິ່ງໜຶ່ງຂອງຄອບຄົວທີ່ໄດ້ຮັບຜົນກະທົບໄດ້ຮັບຄ່າຊົດເຊີຍແລ້ວ

(ຂປລ) ອຳນາດການປົກຄອງທີ່ກ່ຽວຂ້ອງໄດ້ຈ່າຍຄ່າຊົດເຊີຍກວ່າ 76 ຕື້ກີບໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ຢູ່ແຂວງຫຼວງນ້ຳທາ. ເງິນຈຳນວນດັ່ງກ່າວແມ່ນເທົ່າກັບ 47% ຂອງເງິນຊົດເຊີຍຕາມແຜນ.“ປະຈຸບັນ ເຈົ້າໜ້າທີ່ໄດ້ສຳເລັດການຈ່າຍຄ່າຊົດເຊີຍສຳລັບ 144 ໃນຈຳນວນ 317 ຄອບຄົວ ໃນສີ່ບ້ານຄື ບ້ານບໍ່ເຕັນ, ຕີນຕົກ, ບໍ່ແປກ ແລະ ນາແຕ້ ເຊິ່ງໄດ້ຮັບຜົນກະທົບຈາກໂຄງການ, ” ທ່ານ ທອງແດງ ສິທິຊົນ ຮອງເຈົ້າເມືອງຫຼວງນ້ຳທາກ່າວ.ອ່ານຕໍ່ ...

ຂປລ

ລາວ, ຈີນສຳເລັດການກໍ່ສ້າງໜຶ່ງໃນອຸໂມງທາງລົດໄຟທີ່ຍາວທີ່ສຸດ

ແຂວງຫຼວງນ້ຳທາ: ວານນີ້ ເຈົ້າໜ້າທີ່ລາວ ແລະ ຈີນໄດ້ສ້າງຂີດໝາຍຜົນສຳເລັດໃນການຂຸດເຈາະ ແລະ ກໍ່ສ້າງອຸໂມງບໍ່ເຕັນ – ອຸໂມງທາງລົດໄຟທີ່ຍາວທີ່ສຸດແຫ່ງທຳອິດໃນ 10 ແຫ່ງ ທີ່ສຳເລັດການກໍ່ສ້າງໃນໂຄງການທາງລົດໄຟລາວ-ຈີນ.ອຸໂມງຄວາມຍາວ 6,453.5 ແມັດດັ່ງກ່າວແມ່ນໜຶ່ງໃນ 10 ອຸໂມງທີ່ຍາວທີ່ສຸດໃນໂຄງການ ທີ່ມີໄລຍະເກີນ 5,000 ແມັດ.ພາຍຫຼັງເລີ່ມລົງມືກໍ່ສ້າງໃນເດືອນມີນາ 2017, ໜ້າວຽກຂຸດເຈາະ ແລະ ກໍ່ສ້າງອຸໂມງບໍ່ເຕັນ ແຂວງຫຼວງນ້ຳທາ ໄດ້ເຮັດສຳເລັດພາຍໃນໄລຍະເວລາເຈັດເດືອນ ກ່ອນໜ້າກຳນົດການກໍ່ສ້າງເດີມ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ທາງລົດໄຟຄວາມໄວສູງລາວ-ໄທຈະໃຫ້ບໍລິການພາຍໃນປີ 2023

ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລາວ-ຈີນຈະສຳເລັດໃນປີ 2021, ແຕ່ວ່າເສັ້ນທາງລົດໄຟດັ່ງກ່າວຈະຍັງບໍ່ມີການເຊື່ອມຕໍ່ກັບເຄືອຂ່າຍເສັ້ນທາງລົດໄຟຂອງໄທຈົນກວ່າຈະເຖິງປີ 2023.ທ່ານ ນັດທະພອນ ຈະຕຸສີພິທັກ ເຈົ້າໜ້າທີ່ການນຳໃນລັດຖະບານໄທ ກ່າວໃນອາທິດແລ້ວນີ້ວ່າ ການກໍ່ສ້າງເສັ້ນທາງລົດໄຟໄທ-ຈີນ ແຕ່ບາງບອກຫາໜອງຄາຍ ຊາຍແດນລາວ-ໄທ ໄດ້ມີເລີ່ມດຳເນີນການແລ້ວ, ເຊິ່ງລັດຖະບານໄທຈະຊຸກຍູ້ໃຫ້ສຳເລັດໃນປີ 2023.ອ່ານຕໍ່ ...

ໂຕະຂ່າວ

ໂຄງການທາງລົດໄຟ ບາງກອກ-ໜອງຄາຍຂອງໄທກັບມາເດີນໜ້າພາຍໃຕ້ການສະໜັບສະໜູນຂອງຈີນ

ການກໍ່ສ້າງເຄືອຂ່າຍທາງລົດໄຟຄວາມໄວສູງ ໃນພາກຂອງໄທ ເພື່ອເຊື່ອມຕໍ່ພາກພື້ນ ເຊິ່ງເຊື່ອມໂຍງກັບແຜນການທາງສາຍໃໝ One Belt One Road ຂອງຈີນ ກັບມາດຳເນີນອີກຄັ້ງ ຫຼັງຈາກທີ່ມີການເລື່ອນແກ່ຍາວມາຫຼາຍປີຈົນສົ່ງຜົນຕໍ່ຄວາມຄືບໜ້າຂອງໂຄງການ.ພີທິວາງສິລາເລີກສຳລັບການກໍ່ສ້າງຕອນທາງໄລຍະ 3.5 ກມ ຊຸດທຳອິດໄດ້ມີຂຶ້ນໃນເດືອນທັນວາ 2018 ພາຍໃຕ້ການເປັນປະທານຂອງທ່ານ ປະຍຸດ ຈັນໂອຊາ ນາຍົກໄທ.ໂດຍມີແຜນເຊື່ອມຕໍ່ກັນເສັ້ນທາງລົດໄຟລາວ-ຈີນທີ່ຊາຍແດນລາວ, ທາງລົດໄຟດັ່ງກ່າວຈະເຊື່ອມຕໍ່ນະຄອນຫຼວງບາງກອກຂອງໄທ ເຂົ້າກັບເມືອງໜອງຄາຍທາງພາກອິສານ ເຊິ່ງມີຊາຍແດນຕິດກັບປະເທດລາວ ໃນໄລຍະທາງ  873 ກມ (542 ໄມ).ອ່ານຕໍ່  ...

The Laotian Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

prbBR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!