ລາວ, ຈີນສຳເລັດການກໍ່ສ້າງໜຶ່ງໃນອຸໂມງທາງລົດໄຟທີ່ຍາວທີ່ສຸດ

ແຂວງຫຼວງນ້ຳທາ: ວານນີ້ ເຈົ້າໜ້າທີ່ລາວ ແລະ ຈີນໄດ້ສ້າງຂີດໝາຍຜົນສຳເລັດໃນການຂຸດເຈາະ ແລະ ກໍ່ສ້າງອຸໂມງບໍ່ເຕັນ – ອຸໂມງທາງລົດໄຟທີ່ຍາວທີ່ສຸດແຫ່ງທຳອິດໃນ 10 ແຫ່ງ ທີ່ສຳເລັດການກໍ່ສ້າງໃນໂຄງການທາງລົດໄຟລາວ-ຈີນ.

ອຸໂມງຄວາມຍາວ 6,453.5 ແມັດດັ່ງກ່າວແມ່ນໜຶ່ງໃນ 10 ອຸໂມງທີ່ຍາວທີ່ສຸດໃນໂຄງການ ທີ່ມີໄລຍະເກີນ 5,000 ແມັດ.

ພາຍຫຼັງເລີ່ມລົງມືກໍ່ສ້າງໃນເດືອນມີນາ 2017, ໜ້າວຽກຂຸດເຈາະ ແລະ ກໍ່ສ້າງອຸໂມງບໍ່ເຕັນ ແຂວງຫຼວງນ້ຳທາ ໄດ້ເຮັດສຳເລັດພາຍໃນໄລຍະເວລາເຈັດເດືອນ ກ່ອນໜ້າກຳນົດການກໍ່ສ້າງເດີມ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ