ໂຄງການທາງລົດໄຟ ບາງກອກ-ໜອງຄາຍຂອງໄທກັບມາເດີນໜ້າພາຍໃຕ້ການສະໜັບສະໜູນຂອງຈີນ

ການກໍ່ສ້າງເຄືອຂ່າຍທາງລົດໄຟຄວາມໄວສູງ ໃນພາກຂອງໄທ ເພື່ອເຊື່ອມຕໍ່ພາກພື້ນ ເຊິ່ງເຊື່ອມໂຍງກັບແຜນການທາງສາຍໃໝ One Belt One Road ຂອງຈີນ ກັບມາດຳເນີນອີກຄັ້ງ ຫຼັງຈາກທີ່ມີການເລື່ອນແກ່ຍາວມາຫຼາຍປີຈົນສົ່ງຜົນຕໍ່ຄວາມຄືບໜ້າຂອງໂຄງການ.

ພີທິວາງສິລາເລີກສຳລັບການກໍ່ສ້າງຕອນທາງໄລຍະ 3.5 ກມ ຊຸດທຳອິດໄດ້ມີຂຶ້ນໃນເດືອນທັນວາ 2018 ພາຍໃຕ້ການເປັນປະທານຂອງທ່ານ ປະຍຸດ ຈັນໂອຊາ ນາຍົກໄທ.

ໂດຍມີແຜນເຊື່ອມຕໍ່ກັນເສັ້ນທາງລົດໄຟລາວ-ຈີນທີ່ຊາຍແດນລາວ, ທາງລົດໄຟດັ່ງກ່າວຈະເຊື່ອມຕໍ່ນະຄອນຫຼວງບາງກອກຂອງໄທ ເຂົ້າກັບເມືອງໜອງຄາຍທາງພາກອິສານ ເຊິ່ງມີຊາຍແດນຕິດກັບປະເທດລາວ ໃນໄລຍະທາງ  873 ກມ (542 ໄມ).

ອ່ານຕໍ່…

 

The Laotian Times