ວິສະວະກອນອຸໂມງທາງລົດໄຟຊອກຫ່ໍາວິທີປ້ອງກັນຄວາມເສຍຫາຍທີ່ເກີດຈາກການກັດເຊາະຂອງເກືອ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) –  ການກໍ່ສ້າງອຸໂມງທາງລົດໄຟ ທີ່ຊາຍແດນລາວ-ຈີນ ແຂວງຫຼວງນ້ຳທາ ອາດຕ້ອງນຳໃຊ້ວັດສະດຸກໍ່ສ້າງທີ່ສາມາດຕ້ານທານຕໍ່ການກັດເຊາະຂອງເກືອ, ເພື່ອປ້ອງກັນລາງລົດໄຟທີ່ອາດໄດ້ຮັບຜົນກະທົບຈາກບໍ່ເກືອຂະໜາດໃຫຍ່ໃຕ້ດິນ.

ນັກວິສະວະກອນຈີນ ຫວັງ ສຽວຕົງ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວ ແລະ ຈີນວ່າ ທີມກໍ່ສ້າງໄດ້ຄົ້ນພົບບໍ່ເກືອສອງແຫ່ງໃນລາວ ແຕ່ບໍ່ພົບໃນຈີນ.

ອຸໂມງທີ່ດ່ານຊາຍແດນດັ່ງກ່າວແມ່ນອຸໂມງທາງລົດໄຟຂະໜາດໃຫຍ່ທີ່ສຸດໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ແລະ ມີໄລຍະ 7,000 ແມັດໃນປະເທດຈີນ ແລະ ອີກ 2,000 ແມັດໃນປະເທດລາວ.

ອ່ານຕໍ່… 

ໂຕະຂ່າວວຽງຈັນທາມສ໌