ຄານສຳລັບທາງລົດໄຟລາວ-ຈີນເລີ່ມມີກໍ່ສ້າງໃນເຂດນະຄອນຫຼວງ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກຳລັງກໍ່ມີການສ້າງຄານຄອນກີດເສີມເຫຼັກສຳລັບຕັ້ງເສົາ ເພື່ອສ້າງເປັນຕົວຍຶດສາຍທາງລົດໄຟຄວາມໄວສູງ ລຽບຕາມທົ່ງພຽງວຽງຈັນ ເຊິ່ງຕ້ອງສ້າງປະມານ 800 ຄານ.ອ່ານຕໍ່ ...

ວຽງຈັນທາມສ໌

ຮອງນາຍົກຊຸກຍູ້ບໍ່ໃຫ້ມີຂໍ້ບົກພ່ອງໃນໂຄງການທາງລົດໄຟ ລາວ-ຈີນ

(ຂປລ) ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ໄດ້ຊຸກຍູ້ພະນັກງານທະຫານ ແລະ ຕຳຫຼວດ ໃນການຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຮັບປະກັນບໍ່ໃຫ້ເກີດມີຂໍ້ບົກພ່ອງໃນໂຄງການ.ອ່ານຕໍ່ ...

ຂປລ

ເສັ້ນທາງລົດໄຟ ຈີນ-ລາວ ບັນລຸຕາມຄາດໝາຍກຳນົດເວລາ

ໃນວັນສຸກທີ່ຜ່ານມາ ບໍລິສັດຮັບເໝົາກໍ່ສ້າງໄດ້ເລີ່ມວາງໂຄງຂໍໝູນເຫຼັກເປັນຄັ້ງທຳອິດເທິງຂົວທາງລົດໄຟຢຸນຈຽງ ເຊິ່ງແມ່ນເສົາຂົວທີ່ສູງທີ່ສຸດໃນໂລກ ແລະ ມີໄລຍະລະຫວ່າງສອງເສົາຍາວທີ່ສຸດໃນພາກສ່ວນສາຍທາງຢູ່ຈີນຂອງເສັ້ນທາງລົດໄຟຈີນ-ລາວ ໄລຍະ 925.5 ກິໂລແມັດ ເຊິ່ງແມ່ນໜຶ່ງໃນການລິເລີ່ມໂຄງການເສັ້ນທາງສາຍໃໝ.ອ່ານຕໍ່ ...

ໂມ ຮົງອີ

ນາຍົກເນັ້ນຄວາມສຳຄັນຂອງການເຊື່ອມຕໍ່ເພື່ອສ້າງສາຍສຳພັນພາກພື້ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າການເຊື່ອມຕໍ່ພາກພື້ນຈະປະກົດຜົນຫຼັງຈາກສຳເລັດການສ້າງເສັ້ນທາງລົດໄຟເຊື່ອມຕໍ່ປະເທດຈີນກັບບັນດາປະເທດສະມາຊິກອາຊຽນ.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະສະພາ, ການຈ່າຍຄ່າຊົດເຊີຍໃນການສ້າງທາງລົດໄຟຈະສຳເລັດໃນເດືອນນີ້

ເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດໃນອາທິດຜ່ານມາວ່າ ການຈ່າຍຄ່າຊົດເຊີຍສຳລັບປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກການສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມທັງສິ່ງອຳນວຍຄວາມສະດວກທີ່ກ່ຽວຂ້ອງ ຄາດວ່າຈະສາມາດຊຳລະສະສາງພາຍໃນເດືອນນີ້ ຫຼັງຈາກທີ່ມີການຊັກຊ້າມາດົນພໍສົມຄວນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກກ່າວ: ເສັ້ນທາງລົດໄຟຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາ

ສຳນັກຂ່າວນິເຄອິຂອງຍີ່ປຸ່ນໄດ້ລາຍງານໃນວານນີ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມທີ່ປະເທດຍີ່ປຸ່ນວ່າ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງການລິເລີ່ມເສັ້ນທາງເຊື່ອມໂຍງດ້ານການຄ້າຂອງຈີນ ຈະສ້າງຜົນປະໂຫຍດໃຫຍ່ຫຼວງຕໍ່ເສດຖະກິດ ແລະ ພາບລວມການພັດທະນາຂອງລາວ. ຈາກເປົ້າໝາຍການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າດ້ວຍອະນາຄົດຂອງອາຊີ ທີ່ກຸງໂຕກຽວວ່າ ລັດຖະບານລາວມີເຈດຈຳນົງຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເປັນຂົວຕໍ່ເຊື່ອມໂຍງພາກພື້ນ ແລະ ການສ້າງເສັ້ນທາງລົດໄຟນີ້ແມ່ນໜຶ່ງໃນບາດກ້າວສຳຄັນຂອງແຜນການດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ຄ່າຊົດເຊີຍຊັບສິນທີ່ໄດ້ຮັບຜົນກະທົບຈາກການສ້າງທາງລົດໄຟໄດ້ຮັບການອະນຸມັດ

ຄະນະຮັບຜິດຊອບໄດ້ອະນຸມັດເງິນຊົດເຊີຍທີ່ຕ້ອງຈ່າຍໃຫ້ປະຊາຊົນທີ່ສູນເສຍທີ່ດິນຫຼືຊັບສິນອື່ນໆ ຍ້ອນການກໍ່ສ້າງທາງລົດໄຟ ລາວ-ຈີນ. ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ອອກຂໍ້ຕົກລົງກ່ຽວກັບອັດຕາຄ່າຊົດເຊີຍ ພ້ອມວິທີການຄິດໄລ່ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dAUcN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!