ໄທຈະເຊັນຂໍ້ຕົກລົງກັບຈີນ, ລາວ ກ່ຽວກັບການສ້າງຂົວທາງລົດໄຟຄວາມໄວສູງ

ໄທ, ຈີນ ແລະ ລາວຈະລົງນາມບົດບັນທຶກການຮ່ວມມືກ່ຽວກັບຂົວທາງລົດໄຟແຫ່ງໃໝ່ເພື່ອຂ້າມແມ່ນ້ຳຂອງ ໃນລະຫວ່າງການຢ້ຽມຢາມນະຄອນປັກກິ່ງຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໃນອາທິດນີ້, ຕາມການລາຍງານຂອງເຈົ້າໜ້າທີ່ກະຊວງການຕ່າງປະເທດໄທໃນວັນອັງຄານຜ່ານມາ.

ຂົວດັ່ງກ່າວຈະເຊື່ອມຕໍ່ຈັງຫວັດໜອງຄາຍທາງພາກອີສານຂອງໄທ ກັບນະຄອນຫຼວງວຽງຈັນຂອງລາວ, ເຈົ້າໜ້າທີ່ໄທກ່າວຕໍ່ BenarNews, ເຊິ່ງນັກວິເຄາະເຊື່ອວ່າຈະເສີມຂະຫຍາຍຄວາມມຸ່ງໝັ້ນຂອງຈີນ ໃນການສ້າງເຄືອຂ່າຍທາງລົດໄຟຄວາມໄວສູງໃນອາຊີຕາເວັນອອກສຽງໃຕ້, ເຊິ່ງຕໍ່ຍາວໄປເຖິງມາເລເຊຍ ແລະ ເຂົ້າສູ່ສິງກະໂປ.

ອ່ານຕໍ່…

BenarNews