ລັດຖະບານ
Provincial and local governments
ກຳມາທິການບັນດາເຜົ່າ, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະ
ໃນວັນທີ 20, ກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະໂດຍການເປັນປະທານຂອງຫົວໜ້າກຳມາທິການດັ່ງກ່າວ. ທ່ານໄດ້ສະຫຼຸບການປະຕິບັດງານພາຍໃນໜຶ່ງປີຜ່ານມາກ່ຽວກັບວຽກງານຮ່ວມມືແລະພົບປະກັບຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສະຫຼຸບຂອງກອງປະຊຸມຄັ້ງທີ 6 ຂອງສພຊ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອທີ2 ພ້ອມທັງວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດຂອງລັດຖະທຳມະນູນ, ກົດໝາຍ, ລຸ່ມກົດໝາຍ,ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ພ້ອມທັງວຽກງານສົ່ງເສີມການອະນຸລັກຮີດຄອງປະເພນີຂອງຊົນເຜົ່າ ແລະ ວິທີທາງແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ຫລາຍກວ່າ 40 ໝູ່ບ້ານຢູ່ເມືອງຈຳພອນ ບັນລຸ ສະຖານະໝູ່ບ້ານທີ່ບໍ່ມີການຖ່າຍຊະຊາຍ
ພິທີປະກາດ 41 ໝູ່ບ້ານເປັນເຂດປອດການຖ່າຍຊະຊາຍ ເປັນຂີດໝາຍສຳຄັນ ໃນການຮ່ວມມືລະຫວ່າງລັດຖະບານ ແລະ SNV ເພື່ອຈັດຕັ້ງປະຕິບັດ ໂຄງການສຸຂະອະນາໄມ ແລະ ສຸຂະອະນາໄມສຳລັບທຸກຄົນ (SSH4A) . ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດສະຕາລີ ດ້ວຍງົບປະມານ 4,2 ລ້ານໂດລ້າ ສຳລັບໄລຍະປີ 2018-2022 ແລະ ມີຈຸດປະສົງເພື່ອປັບປຸງສຸຂະພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມໃຫ້ແກ່ປະຊາຊົນ ຈຳນວນ 200.000 ຄົນທີ່ອາໃສຢູ່ເມືອງອັດຕະປື, ເມືອງຈຳພອນ ແລະ ເມືອງພະລານໄຊໂດຍການບັນລຸການປ້ອງກັນບັນຫາການຖ່າຍຊະຊາຍໃນປີ 2022.ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ດ່ານວັງເຕົ່າຈະກໍສ້າງສຳເລັດໃນໄວໆນີ້
ໃນວັນທີ 24 ກຸມພາ, ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈຳປາສັກ ໄດ້ຕົກລົງເຫັນດີ ກ່ຽວກັບການສະເໜີຟື້ນຟູການກໍ່ສ້າງດ່ານຊາຍແດນສາກົນວັງເຕົ່າ ພາຍຫຼັງມີການເລື່ອນມາຕັ້ງແຕ່ປີ 2018 ຍ້ອນສາເຫດງົບປະມານມີຈຳກັດ. ສືບຕໍ່ອ່ານ ...
ສຳນັກຂ່າວສານປະເທດລາວ
ສປປ ລາວ ຈະມີການເລືອກຕັ້ງຂື້ນໃນວັນທີ 21 ກຸມພາ
ການເລືອກຕັ້ງທົ່ວໄປ ຂອງບັນດາ ສະມາຊິກສະພາແຫ່ງຊາດຊຸດທີ 9 ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໄດ້ໄຂຂຶ້ນໃນວັນທີ 21 ກຸມພານີ້ ຕາມການລາຍງານຂອງສຳນັກຂ່າວສານປະເທດລາວ. ຜູ້ລົງສະໝັກເລືອກຕັ້ງປະກອບມີຈຳນວນ 224 ຄົນ, ໃນນັ້ນມີເພດຍິງຈຳນວນ 49 ຄົນ ທີ່ຈະໄດ້ຖືກຮັບຄັດເລືອກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ.ອ່ານຕໍ່ ...
ຫົວເຊຍ
ເມືອງສາມັກຄີແຫ່ງທີສອງຂອງປະເທດໄດ້ມີການຮັບຮອງຢູ່ແຂວງບໍລິຄຳໄຊ
ເມືອງທ່າພະບາດໄດ້ຖືກປະກາດໃຫ້ເປັນເມືອງສາມັກຄີໃໝ່, ເຊິ່ງເປັນເມືອງທຳອິດຂອງແຂວງບໍລິຄຳໄຊທີ່ໄດ້ຮັບການອະນຸມັດ ແລະ ເປັນເມືອງທີ່ສອງຂອງປະເທດລາວ.ເມືອງດັ່ງກ່າວໄດ້ຮັບການແຕ່ງຕັ້ງໂດຍຄະນະກຳມະການແນວລາວສ້າງຊາດເມືອງທ່າພະບາດ ເຊິ່ງມີປະຊາຊົນ ແລະ ເຈົ້າໜ້າທີ່ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງເຊິ່ງຈັດຂຶ້ນວານນີ້.ຕາມບົດລານງາຍທາງການ ເມືອງສາມັກຄີເມືອງທຳອິດຂອງປະເທດລາວແມ່ນເມືອງເງິນ ແຂວງໄຊຍະບູລີ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ແຂວງອຸດົມໄຊ ເລັ່ງມືໃນການພັດທະນາດ້ານເສດຖະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊຈະສູ້ຊົນໃຫ້ບັນລຸອັດຕາການຂະຫຍາຍຕົວດ້ານເສດຖະກິດໃຫ້ໄດ້ 7.7%, ເພື່ອປະກອບສ່ວນໃນການສ້າງອັດຕາການຂະຫຍາຍຕົວຂອງເສດຖະກິດທົ່ວປະເທດ 6.8% ດັ່ງໃນຊ່ວງຫົກເດືອນຕົ້ນປີ, ເຊິ່ງສູງກວ່າຄ່າສະເລ່ຍທົ່ວປະເທດທີ່ໄດ້ວາງໄວ້.ເປົ້າໝາຍດັ່ງກ່າວແມ່ນໄດ້ກຳນົດໃນແຜນພັດທະນາຂອງແຂວງ ເຊິ່ງໄດ້ນຳສະເໜີໃນຕອນທ້າຍຂອງກອງປະຊຸມສະພາປະຊາຊົນແຂວງໃນອາທິດແລ້ວນີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/oudomxay-raises-bar-economic-development-101109
ສະພາປະຊາຊົນແຂວງຫາລືບັນຫາທີ່ເປັນທີ່ຖົກຖຽງກັນໃນທ້ອງຖິ່ນ
ສະພາປະຊາຊົນຫຼາຍແຂວງໄດ້ຈັດປະຊຸມໃນອາທິດນີ້ ເພື່ອຫາລືບັນຫາພົ້ນເດັ່ນໃນທ້ອງຖິ່ນ ພາຍຫຼັງການສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີເຈັດຂອງສະພາແຫ່ງຊາດ.ສະພາປະຊາຊົນແຂວງສະຫວັນນະເຂດໄດ້ໄຂກອງປະຊຸມສະໄໝສາມັນຮອບເຄິ່ງປີແຕ່ວັນຈັນຈົນເຖິງມື້ວານນີ້. ໃນກອງປະຊຸມໄລຍະສີ່ວັນດັ່ງກ່າວ ສະມາຊິກສະພາແຂວງໄດ້ຫາລືມາດຕະການກ່ຽວກັບການຄຸ້ມຄອງການຜະລິດຖ່ານ ແລະ ການຄຸ້ມຄອງທຸລະກິດຖ່ານຂາວພາຍໃນແຂວງ ເຊິ່ງສະເໜີໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງ, ແລະ ການຄຸ້ມຄອງການຈ່າຍເບ້ຍບຳນານ ແລະ ເບ້ຍລ້ຽງສຳລັບຄົນພິການ ເຊິ່ງສະເໜີໂດຍພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ແຂວງຊຽງຂວາງປາບປາມການຄ້າໄມ້ເຖື່ອນ ແລະ ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່
ອຳນາດການປົກຄອງແຂວງຊຽງຂວາງຈະສືບຕໍ່ສືບສວນສອບສວນເຈົ້າໜ້າທີ່ ທີ່ຖືກກ່າວຫາວ່າຮັບສິນບົນໃນການຄ້າໄມ້ເຖື່ອນ ເຊິ່ງສ້າງຄວາມເສຍຫາຍຕໍ່ປະເທດຊາດບ້ານເມືອງ.ທ່ານ ບຸນຕອນ ຈັນທະພອນ ແຂວງແຂວງຊຽງຂວາງ ລາຍງານໃນກອງປະຊຸມສື່ມວນຊົນ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນ ວ່າເຈົ້າໜ້າທີ່ທີ່ທຳການສໍ້ລາດບັງຫຼວງຕ້ອງຖືກລົງໂທດ.ອ່ານຕໍ່ ...
ສົມສັກ ພົງຂາວ
ກອງປະຊຸມທົບທວນຄວາມຄືບໜ້າໃນການບໍລິຫານຈັດການທີ່ດີ
ຖັນແຖວກະຊວງ ແລະ ບັນດາຄູ່ຮວມພັດທະນາໄດ້ທົບທວນຄວາມຄືບໜ້າຂອງແຜນງານ ແລະ ສິ່ງທ້າທາຍໃນການບໍລິຫານຈຈັດການ ໃນກອງປະຊຸມປະຈຳປີຂອງກຸ່ມເຮັດວຽກໃນຂະແໜງການບໍລິຫານຈັດການ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ການສັບປ່ຽນຄະນະພັກທີ່ແຂວງບໍ່ແກ້ວ ແລະ ອຸດົມໄຊ
ຈະມີການດຳເນີນການໝູນວຽນເລຂາທິການພັກແຂວງ ແລະ ເຈົ້າແຂວງແຂວງອຸດົມໄຊ ແລະ ບໍ່ແກ້ວທາງພາກເໜືອ ຫຼັງຈາກໄດ້ຮັບການອະນຸມັດຈາກພັກປະຊາຊົນປະຕິວັດລາວ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ