ການຜະລິດໄຟຟ້າ

ເຂື່ອນໄຟຟ້ານ້ຳຕົກ

ບັນດາໝູ່ບ້ານຖືກນໍ້າຖ້ວມສາເຫດຍ້ອນຝົນຕົກໜັກຢູ່ສອງແຂວງ

ລະດັບແມ່ນ້ຳໄດ້ເພິ່ມຂື້ນ ແລະ ຖ້ວມບັນດາຜົນລະປູກ, ທົ່ງນາ, ສວນ, ໜອງປາ ແລະ ເຮືືອນປະຊາຊົນ ພາຍຫຼັງຝົນຕົກໜັກເປັນເວລາສາມວັນຢູ່ບັນດາສອງແຂວງທາງພາກເໜືອ. ສອງຕົວເມືອງ ແລະ ເຂດເສດຖະກິດພິເສດບໍເຕັນ ແຂວງຫຼວງນ້ຳທາແມ່ນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ລາວຈະສ້າງໂຄງການພະລັງງານແສງອາທິດແບບປະສົມປະສານຂະໜາດໃຫຍ່

ລັດຖະບານລາວ ແລະ ບັນດາຄູ່ຮ່ວມມືໃນໂຄງການນຳເທີນ 2 ໄດ້ຕົກລົງພັດທະນາໂຄງການພະລັງານແສງອາທິດນຳເທີນ ຊຶ່ງອາດຈະກາຍເປັນໜຶ່ງໃນໂຄງການພະລັງງານແສງອາທິດແບບປະສົມປະສານຂະໜາດໃຫຍ່ຂອງໂລກ.​ ມີຄວາມຈຸທັງໝົດ 240 ເມກາວັດ, ຊຶ່ງຈະສ້າງຂື້ນຢູ່ອ່າງເກັບນ້ຳເທີນ 2.​ອ່ານເພິ່ມເຕີມ  ...

ປະເທດລາວອອກດຳລັດໃໝ່ ກ່ຽວກັບການຈັດສັນຄຸ້ມຄອງເຂື່ອນ

ອຳນາດການປົກຄອງໄດ້ປະກາດໃນວັນພະຫັດວ່າ ລັດຖະບານລາວ ໄດ້ອອກຄຳແນະນຳໃໝ່ສຳລັບການຈັດສັນຄຸ້ມຄອງເຂື່ອນພະລັງງານໄຟຟ້າ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນການຂາດແຄນນ້ຳ ແລະ ໄພນ້ຳຖ້ວມ. ດຳລັດສະບັບໃໝ່ນີ້ ຈະມີຜົນບັງຄັບໃຊ້ໃນວັນທີ 4 ມີນາ,​ ຊື່ງເປັນການຮຽກຮ້ອງໃຫ້ຜູ້ປະກອບການພະລັງງານໄຟຟ້ານ້ຳຕົກແຈ້ງເຕືອນເຈົ້າໜ້າທີ່ ເມື່ອອ່າງເກັບນ້ຳເຂື່ອນບັນລຸຂີດຄວາມສາມາດກັກຕຸນນ້ຳຢ່າງເຕັມທີ່ ຫຼື ເມື່ອລະດັບນ້ຳຕອນລຸ່ມລົງສູ່ລະດັບທີ່ໜ້າເປັນຫ່ວງ. ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ໂຄງການທົດລອງຂອງ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອສະໜອງນໍ້າດື່ມສະອາດ ແລະ ປັບປຸງສະພາບການເປັນຢູ່ທີ່ເມືອງງອຍ

ໂຄງການສາທິດການດື່ມນ້ຳດື່ມ ໂດຍການສະໜັບສະໜູນດ້ານທຶນຮອນຈາກ ກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ໄດ້ຈັດຕັ້ງເພື່ອສະໜອງນ້ຳດື່ມທີ່ສະອາດໃຫ້ແກ່ປະຊາຊົນເມືອງງອຍແຂວງຫຼວງພະບາງ. ບໍລິສັດໄຟຟ້ານ້ຳອູຈຳກັດ (ສ້າງຕັ້ງໂດຍ ບໍລິສັດ POWERCHNIA ເພື່ອພັດທະນາໂຄງການເຂື່ອນໄຟຟ້ານ້ຳອູ) ໃນວັນທີ 15 ກຸມພາ ໄດ້ຈັດພິທີເລີ່ມຕົ້ນໂຄງການສາທິດຢູ່ບ້ານຫາດຫີນ, ເມືອງລຸ່ມຂອງເຂື່ອນໄຟຟ້ານ້ ຳອູ 2.ສືບຕໍ່ອ່ານ   ...

ໜ່ວຍງານໂຄສະນາ, ວຽງຈັນທາມສ໌

ພະລັງານໄຟຟ້າ ແລະ ເມືອງມໍລະດົກ: ສປປ ລາວ ຈະສູນເສຍຫຼວງພະບາງບໍ?

ລັດຖະບານ ສປປ ລາວ ມີຄວາມສ່ຽງໃນການວາງແຜນຕິດຕັ້ງເຂື່ອນພະລັງານນ້ຳໃຫຍ່ທີ່ແມ່ນ້ຳຂອງ, ໃກ້ຄຽງກັບເຂດເມືອງມໍລະດົກໂລກ ເມືອງຫຼວງພະບາງ, ໂດຍອີງຕາມການວິເຄາະຂອງຜູ້ຊ່ຽງຊານດ້ານອະນຸລັກ ເພື່ອປົກປັກຮັກສາເຂດທີ່ມີຊື່ສຽງແຫ່ງນັ້ນ. ສືບຕໍ່ອ່ານ    ...

ທອມ ຟໍລົບ

ບັນຫາດ້ານແມ່ນ້ຳ: ຂໍ້ຂັດແຍ່ງທາງແມ່ນຳ້ຂອງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ບໍ?

ບັນດາຜູ້ນຳດ້ານນະໂຍບາຍ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ສື່ຕ່າງໆ ໄດ້ພາກັນເຕືອນວ່າຄວາມກົດດັນລະຫວ່າງລັດທີ່ມີຊາຍແດນຈອດກັນທາງນ້ຳ ຈະເປັນເຫດຂໍ້ຂັດແຍ່ງທີ່ຫຼີກລ່ຽງບໍ່ໄດ້ໃນສັດຕະວັດທີ 21​.  ປອ. ອານຸລັກ ແລະ ດຣ. ຊູຊານ, ຮສຈ ປະຈຳ IHE Delft ຊຶ່ງເປັນບັນນາທິການຮ່ວມເຮັດປື້ມກ່ຽວກັບຫົວຂໍ້ດັ່ງກ່າວ, ຊຶ່ງເນື້ອໃນໄດ້ແບ່ງອອກເປັນ 2​ ພາກສ່ວນສຳຄັນເຊັ່ນ: ລະດັບຂອງການພັດທະນາຂອງແຕ່ລະສະໄໝຂອງແມ່ນ້ຳຂອງ ແລະ ການສ້າງລະບົບສະຖາບັນຮ່ວມກັນທາງດ້ານວິຊາການ ແລະ ຍຸດທະສາດຄວາມອາດສາມາດຕ່າງໆ.​ ຢູ່ໃນອານາດເຂດທີ່ອ້ອມຮອບແມ່ນ້ຳຂອງ ຊຶ່ງປະກອບມີພົນລະເມືອງທັງໝົດ 70​ ລ້ານຄົນ, ການສ້າງເຂື່ອນ ແລະ ການນຳໃຊ້ນ້ຳແບບບໍ່ຍືນຍົງຂອງແຕ່ລະປະເທດແມ່ນ້ຳນີ້ ໄດ້ເພິ່ມສັນຍານເຕືອນໃຫ້ບັນດາປະເທດ, ຜູ້ມີສ່ວນຮ່ວມ ແລະ ອຳນາດຢູ່ນອກພາກພື້ນໃຫ້ຄຳນຶງເຖິງຜົນກະທົບທີ່ພົ້ນເດັ່ນ ແລະ ທ່າແຮງທີ່ຮ້າຍແຮງໃນອະນາຄົດ. ອ່ານຕໍ່   ...

ຝຣັ່ງຊິດ ສະຫວັນຄຳ

ເຂື່ອນທີ່ແຂວງອັດຕະປືໄດ້ຮັບການສ້າງຄືນໃໝ່່ພາຍຫຼັງ 2​ ປີຈາກເຫດການໄພນຳ້ຖ້ວມ

ວຽງຈັນທາມ – ໂຄງການ ເຂື່ອນເຊປຽນ-ເຊນຳ້ນ້ອຍ ທີ່ແຂວງອັດຕະປື ໄດ້ຮັບການສ້າງຄືນໃໝ່ ພາຍຫຼັງຈາກການເພພັງ ທີ່ເກີດຈາກໄພນຳ້ຖ້ວມໃນ 2 ປີຫຼັງທີ່ຜ່ານມານັ້ນ. ພະນັກງານໂຄງການໄດ້ກ່າວຕໍ່ຜູ້ສື່ຂ່າວໃນພຸດນີ້ວ່າ ໂຄງການໄດ້ລິເລີ່ມກໍ່ສ້າງບໍ່ຫ່າງຈາກສະຖານທີ່ຕັ້ງເດີມທີ່ໄດ້ເພພັງໄປແລ້ວນັ້ນ ທີ່ເຄີຍພັງລົງ ແລະ ສ້າງຄວາມເສຍຫາຍຕໍ່ຫຼາຍຫຼັງຄາເຮືອນຂອງປະຊາຊົນເມືອງສະໜາມໄຊ. ອ່ານເພີ່ມເຕີມ..  ...

Khonesavanh Latsaphao

ບໍລິສັດໄຟຟ້ານ້ຳເທີນ 2 ຕົກລົງສະໜັບສະໜູນການພັດທະນາທັກສະແບບຍືນຍົງ ຢູ່ແຂວງຄຳມ່ວນ

ວິທະຍາໄລວິຊາຊີບແຂວງຄຳມ່ວນ ແລະ ບໍລິສັດໄຟຟ້ານ້ຳເມີນ 2 ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືສະບັບໃໝ່ ກ່ຽວກັບການພັດທະນາທັກສະໃນທ້ອງຖິ່ນແບບຍືນຍົງ ສຳລັບຂະແໜງພະລັງງານໄຟຟ້ານ້ຳຕົກ.ຂໍ້ຕົກລົງການຮ່ວມມືດັ່ງກ່າວ ໄດ້ມີການລົງນາມໃນອາທິດແລ້ວນີ້, ພາຍຫຼັງສິ້ນສຸດການຈັດຕັ້ງປະຕິບັດແຜນດຳເນີນງານ ຕາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາຊັບພະຍາກອນມະນຸດໄປສູ່ແຮງງານ ໃນເດືອນຕຸລາປີນີ້.ຂໍ້ຕົກລົງດັ່ງກ່າວ ໄດ້ມີການລົງນາມໂດຍທ່ານ ວຽງສະຫວັນ ພັດທະວົງ ອຳນວຍການໂຮງຮຽນວິທະຍາໄລວິຊາຊີບ ແຂວງຄຳມ່ວນ ແລະ ທ່ານນາງ ຄໍຣີນ ອາເລຣາ ຫົວໜ້າບໍລິຫານບໍລິສັດນ້ຳເທີນ 2, ພາຍໃຕ້ການເຂົ້າຮ່ວມຂອງຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ບໍລິສັດນ້ຳເທີນ 2, ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາຈາກວິທະຍາໄລດັ່ງກ່າວ.  ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຊາວບ້ານທີ່ຍ້າຍພູມລຳເນົາເພື່ອສ້າງເຂື່ອນ ຢູ່ໃນສະພາບຂາດແຄນນ້ຳ ເນື່ອງຈາກໄພແລ້ງ

ຊາວບ້ານ 100 ກວ່າຄອບຄົວ ທີ່ໄດ້ຍ້າຍທີ່ຕັ້ງບ້ານໃນສີ່ປີກ່ອນ ສຳລັບການກໍ່ສ້າງເຂື່ອນໄຟຟ້ານ້ຳທາ 1 ຢູ່ແຂວງຫຼວງນ້ຳທາ ກຳລັງຢູ່ໃນສະພາບຂາດແຄນນ້ຳ ເນື່ອງຈາກໄພແລ້ງ, ຕາມແຫຼ່ງຂ່າວທ້ອງຖິ່ນ.ແຫຼ່ງນ້ຳທີ່ຢູ່ໃກ້ເຂດບ້ານທີ່ຍົກຍ້າຍພູມລຳເນົາເພື່ອການສ້າງເຂື່ອນນ້ຳທາ 1 ເຊິ່ງປະກອບດ້ວຍເຈັດບ້ານນ້ອຍ, ຕັ້ງຢູ່ເຂດເນີນສູງ ຫ່າງຈາກນ້ຳທາປະມານ 10 ກມ (6 ໄມ) ຢູ່ເມືອງນາແລ ໃນປະຈຸບັນແມ່ນຢູ່ໃນສະພາບບົກແຫ້ງ, ຫົວໜ້າເຂດບ້ານຕະວັນ ເປີດເຜີຍໃນການສຳພາດຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ເຂື່ອນໄຟຟ້ານ້ຳພາໃຫຍ່ ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂື່ອນໄຟຟ້ານ້ຳພາໃຫຍ່ ແຂວງໄຊສົມບູນ ໄດ້ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ ພາຍຫຼັງທີ່ສຳເລັດການກໍ່ສ້າງ ໃນເດືອນກັນຍາທີ່ຜ່ານມາ.ພິທີເປີດເຂື່ອນດັ່ງກ່າວ ໄດ້ຈັດຂຶ້ນໃນອາທິດແລ້ວນີ້ ທີ່ບ້ານພານ້ອຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ, ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ຈັນສີ ໂພສີຄຳ ສະມາຊິກຫ້ອງການກົມການເມືອງ ແລະ ຫົວໜ້າຈັດຕັ້ງ ແລະ ບຸກຄະລາກອນ ຄະນະກຳມະການສູນກາງພັກ, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານພົນເອກ ຄຳລຽງ ອຸທະໄກສອນ ເຈົ້າແຂວງແຂວງໄຊສົມບູນ, ແລະ ທ່ານ ໄຊຍະສິງ ຊະນະແກ້ວ ປະທານບໍລິສັດກຸ່ມ D.S.K.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3caEy
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!