ປະເທດລາວອອກດຳລັດໃໝ່ ກ່ຽວກັບການຈັດສັນຄຸ້ມຄອງເຂື່ອນ

ອຳນາດການປົກຄອງໄດ້ປະກາດໃນວັນພະຫັດວ່າ ລັດຖະບານລາວ ໄດ້ອອກຄຳແນະນຳໃໝ່ສຳລັບການຈັດສັນຄຸ້ມຄອງເຂື່ອນພະລັງງານໄຟຟ້າ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນການຂາດແຄນນ້ຳ ແລະ ໄພນ້ຳຖ້ວມ. ດຳລັດສະບັບໃໝ່ນີ້ ຈະມີຜົນບັງຄັບໃຊ້ໃນວັນທີ 4 ມີນາ,​ ຊື່ງເປັນການຮຽກຮ້ອງໃຫ້ຜູ້ປະກອບການພະລັງງານໄຟຟ້ານ້ຳຕົກແຈ້ງເຕືອນເຈົ້າໜ້າທີ່ ເມື່ອອ່າງເກັບນ້ຳເຂື່ອນບັນລຸຂີດຄວາມສາມາດກັກຕຸນນ້ຳຢ່າງເຕັມທີ່ ຫຼື ເມື່ອລະດັບນ້ຳຕອນລຸ່ມລົງສູ່ລະດັບທີ່ໜ້າເປັນຫ່ວງ. 

ອ່ານເພິ່ມເຕີມ… 

ລັດສະໝີ ພອນວິໄລ