ເສດຖະກິດ ແລະ ການຄ້າ

ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME)

ລາຄາປາລ້ຽງທີ່ວາງຈຳໜ່າຍ ສູງກວ່າລະດັບທີ່ລັດຖະບານກຳນົດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາປາລ້ຽງທີ່ວາງຂາຍໃນນະຄອນຫຼວງວຽງຈັນໃນປະຈຸບັນ ແມ່ນສູງກວ່າລະດັບທີ່ລັດຖະບານກຳນົດ ຫຼັງຈາກທີ່ຊາວກະສິກອນທີ່ລ້ຽງປາຫຼາຍເຈົ້າປະສົບສະພາບຂາດທຶນເນື່ອງຈາກໄພນ້ຳຖ້ວມໃນໄລຍະທີ່ຜ່ານມາ.ນອກຈາກນີ້ ເຂົາເຈົ້າຍັງຕ້ອງແບກຮັບພາລະຕົ້ນທຶນໃນການລ້ຽງປາທີ່ເພີ່ມສູງຂຶ້ນ.ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ປ້ອງກັນການສວຍໂອກາດຂຶ້ນລາຄາ, ໃນເດືອນພຶດສະພາທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບລາຄາຂາຍປາດັ່ງກ່າວບໍ່ໃຫ້ເກີນ 20,000 ກີບຕໍ່ໜຶ່ງກິໂລ. ແຕ່ມາໃນປະຈຸບັນ ລາຄາທີ່ຂາຍຕາມທ້ອງຕະຫຼາດແມ່ນເພີ່ມຂຶ້ນຮອດ 23,000-25,000 ກີບຕໍ່ກິໂລ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/cost-farmed-fish-exceeds-price-set-lao-government-105206

ງານວາງສະແດງທຸລະກິດການທ່ອງທ່ຽວ ຈະຈັດຂຶ້ນໃນວັນທີ 27-28 ກັນຍາ 2019

ພາຍຫຼັງການຕອບຮັບທີ່ດີຈາກການຈັດງານຄັ້ງທຳອິດໃນປີຜ່ານມາຢູ່ແຂວງຫຼວງພະບາງ, ງານວາງສະແດງຊ່ອງທາງທຸລະກິດການທ່ອງທ່ຽວແບບຍືນຍົງ (STSE) ຈະຈັດຂຶ້ນໃນອາທິດນີ້ ທີ່ນະຄອນວຽງຈັນ ໃນລະຫວ່າງວັນທີ 27-28 ກັນຍານີ້ ທີ່ໂຮງແຮມຄຼາວພຼາຊາ. ງານ STSE ແມ່ນຕະຫຼາດນັດສຳລັບອຸດສະຫະກຳການທ່ອງທ່ຽວຊັ້ນນຳຂອງພາກພື້ນ ເພື່ອສະເຫຼີມສະຫຼອງ, ຄົ້ນຫາ, ແລະ ວາງສະແດງທ່າອ່ຽງ, ຄວາມຮູ້ ແລະ ເທັກໂນໂລຢີຫຼ້າສຸດ ໃນດ້ານການທ່ອງທ່ຽວແບບຍືນຍົງ ແລະ ການໃຫ້ບໍລິການ.ໃນງານດັ່ງກ່າວຈະມີໜ່ວຍງານວາງສະແດງທັງໝົດ 54 ໜ່ວຍງານຈາກລາວ ແລະ ພາກພື້ນແມ່ນ້ຳຂອງ ເຊິ່ງຈະສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມຂອງຕົນ ໃນໄລຍະການວາງສະແດງສອງວັນ, ເຊິ່ງສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ຫົວໜ່ວຍທຸລະກິດເຫຼົ່ານີ້ ມີຫຼາຍປະເພດທຸລະກິດທີ່ກ່ຽວຂ້ອງກັບຫົວຂໍ້ຂອງງານເຊັ່ນ ເຄື່ອງໃຊ້ໃນໂຮງແຮມທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຄື່ອງຫັດຖະກຳ, ອາຫານປອດສານພິດ, ການລິເລີ່ມ ແລະ ໂຄງການຕ່າງໆ ກໍຄືກິດຈະກຳທົວ ແລະ ທີ່ພັກ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/24/second-sustainable-tourism-solutions-expo-to-be-held-on-27-28-september-2019/

ງານວາງສະແດງສິນຄ້າ CAEXPO ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ, ການທ່ອງທ່ຽວ 

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າຈີນ-ອາຊຽນ (CAEXPO) ໄດ້ປະກອບສ່ວນຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ຈີນ ໃນຕະຫຼອດ 16 ​ປີ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວໃນວັນເສົາແລ້ວນີ້ ໃນການກ່າວຄຳເຫັນໃນພິທີເປີດງານວາງສະແດງສິນຄ້າຄັ້ງທີ 16 ທີ່ເມືອງໜານໜິງ ປະເທດຈີນ.ງານວາງສະແດງດັ່ງກ່າວຈະຊ່ວຍສົ່ງເສີມການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະ ອາຊຽນ. ປະຈຸບັນ ຈີນແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດ ທັງເປັນຜູ້ສະໜອງການລົງທຶນໂດຍກົງຈາກຕ່າງປະເທດອັນດັບສາມ ໃນກຸ່ມປະເທດອາຊຽນ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/caexpo-fosters-trade-investment-tourism-understanding-104807

ລາວຈະຫຍຸດການກວດສອບຄຸນນະພາບຂອງເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອອກຄຳສັ່ງຢຸດຕິການກວດສອບຄຸນນະພາບຂອງອຸປະກອນເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ ເຊິ່ງນຳເຂົ້າຜ່ານຂົວມິດຕະພາບລາວ-ໄທ 1. ນັບແຕ່ມີການຈັດຕັ້ງປະຕິບັດ ບາດກ້າວດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ຂະແໜງທຸລະກິດ. ເຊິ່ງມັນໄດ້ນຳໄປສູ່ການເພີ່ມຂະບວນການນຳເຂົ້າສິນຄ້າ ລວມທັງຕົ້ນທຶນການນຳເຂົ້າ, ຕາມຂໍ້ມູນຫຼ້າສຸດຈາກເວັບໄຊທາງການຂອງກະຊວງອຸດສາຫະກຳ ແລະ ການຄ້າ.ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈຶ່ງໄດ້ແຈ້ງການເພື່ອຢຸດຕິການກວດສອບຄຸນນະພາບ ຂອງອຸປະກອນເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ ເຊິ່ງນຳເຂົ້າຜ່ານຂົວມິດຕະພາບລາວ-ໄທ 1.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-stop-quality-testing-electronic-electric-appliances-104729

ຕະຫຼາດຫຼັດຊັບອະທິບາຍວຽກງານຂອງຕະຫຼາດທຶນໃຫ້ແກ່ນັກລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ, ນາຍໜ້າລົງທຶນ, ນັກສຶກສາການເງິນ ແລະ ຕາງໜ້າຈາກບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ເຂົ້າຮ່ວມການແລກປ່ຽນໄລຍະສອງວັນ ທີ່ຕະຫຼາດຫຼັກຊັບລາວ (LSX) ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບຕະຫຼາດທຶນ ຈາກຊ່ຽວຊານທີ່ມີປະສົບການຈາກລາວ ແລະ ໄທ.ງານປະຕູສູ່ການລົງທຶນ 2019 ໃນຫົວຂໍ້ ‘ການຂະຫຍາຍທຸລະກິດໃນຕະຫຼາດທຶນ’ ມີຜູ້ເຂົ້າຮ່ວມຫຼາຍຮ້ອຍຄົນ ທີ່ມີຄວາມສົນໃຈຮຽນຮູ້ກ່ຽວກັບວຽກງານຂອງຕະຫຼາດການເງິນ, ທຶນ, ແລະ ເງິນ ຈາກຜູ້ຊ່ຽວຊານສະເພາະດ້ານ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lsx-explains-workings-capital-market-investors-104556

ລາວ, ຈີນຈະຮ່ວມກັນຈັດງານວາງສະແດງເທັກໂນໂລຢີ

ວຽງຈັນ (ວຽງຂຈັນທາມສ໌/ANN) – ງານວາງສະແດງວິທະຍາສາດ ແລະ ເທັກໂນໂລຢີລາວ-ຈີນ ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-16 ຕຸລານີ້ ເພື່ອສ້າງໂອກາດໃຫ້ສອງຊາດ ວາງສະແດງຜົນງານນະວັດຕະກຳຫຼ້າສຸດຕໍ່ມະຫາຊົນ.ງານວາງສະແດງດັ່ງກ່າວຈະໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ເຊິ່ງຈະເປັນເວທີວາງສະແດງຂອງຂະແໜງວິທະຍາສາດ ແລະ ເທັກໂນໂລຢີຂອງສອງຊາດ ພາຍໃຕ້ຫົວຂໍ້ “ການສົ່ງເສີມການນຳໃຊ້ເທັກໂນໂລຢີສະຫຼາດ ເພື່ອບັນລຸເປົ້າໝາຍການຫັນເປັນອຸດສາຫະກຳ ແລະ ທັນສະໃໝ.”ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-china-stage-joint-technology-expo-104461

ນາຍົກລົງນາມຮັບຮອງດຳລັດວ່າດ້ວຍກອງທຶນ SME

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ອອກດຳລັດນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງກອງທຶນ ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ເຊິ່ງຄາດວ່າການແຊກແຊງດັ່ງກ່າວ ຈະຊ່ວຍສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຫົວໜ່ວຍທຸລະກິດ.ໃນວັນທີ 4 ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະທົນຕີ ໄດ້ລົງນາມຮັບຮອງເອົາດຳລັດວ່າດ້ວຍກອງທຶນສົ່ງເສີມ SME ເພື່ອເພີ່ມທະວີກົງຈັກນິຕິບັນຍັດ ໃນການສະໜັບສະໜູນການຈັດຕັ້ງ ແລະ ການດຳເນີນການຂອງຫົວໜ່ວຍທຸລະກິດ ເພື່ອຂົນຂວາຍການອັດສິດແຫຼ່ງທຶນສຳລັບທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ.ອີງຕາມດຳລັດທີ່ເຜີຍແຜ່ຜ່ານທາງເວັບໄຊຈົດໝາຍເຫດແຫ່ງຊາດລາວ ເຊິ່ງເປັນໜຶ່ງໃນຊ່ອງທາງຂອງລັດຖະບານ ໃນການເຜີຍແຜ່ແຜນນະໂຍບາຍ, ລະບຽບການ ແລະ ກົດໝາຍຕ່າງໆ, ກອງທຶນ SME ຈະເປັນອົງການຈັດຕັ້ງໜຶ່ງຂອງລັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-pm-signs-sme-fund-decree-104380

ລາວຊຸກຍູ້ໃຫ້ທຸລະກິດ SMEs ຜະລິດສິນຄ້າທີ່ສ້າງຄວາມປະທັບໃຈສຳລັບຕະຫຼາດການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຂອງລາວຕ້ອງເພີ່ມທະວີຄວາມສາມາດໃນການຜະລິດສິນຄ້າທີ່ສ້າງຄວາມປະທັບໃຈສຳລັບຕະຫຼາດຕ່າງປະເທດ ຍ້ອນວ່າມັນເປັນທາງດຽວທີ່ສາມາດເຮັດໄດ້, ຕາມເຈົ້າໜ້າທີ່ສູນການຄ້າສາກົນ (ITC).“ລາວບໍ່ສາມາດຜະລິດສິນຄ້າໃນປະລິມານຫຼາຍໃນລາຄາທີ່ຕ່ຳ. ສະນັ້ນ ນີ້ຈຶ່ງບໍ່ແມ່ນທາງເລືອກສຳລັບປະເທດລາວ. ລາວຕ້ອງຜະລິດສິນຄ້າປະລິມານໜ້ອຍໃນລາຄາທີ່ສູງ.” ທ່ານນາງ ອາຣັນຊາ ກອນຊາເລັສ໌ ອຳນວຍການສູນ ITC ກ່າວໃນການສຳພາດກັບສຳນັກຂ່າວວຽງຈັນທາມສ໌ໃນວັນທີ 9 ກັນຍາຜ່ານມານີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/local-smes-urged-produce-premium-goods-int%E2%80%99l-markets-104200

ລາວຈຳກັດການສົ່ງອອກເຂົ້າສານ ເນື່ອງຈາກການສະໜອງທີ່ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສົ່ງເສີມກະສິກຳໃນລາວຫຼາຍແຫ່ງໄດ້ຈຳກັດປະລິມານການສົ່ງອອກເຂົ້າສານ ເນື່ອງຈາກຄວາມຂາດແຄນດ້ານການສະໜອງພາຍໃນປະເທດ ທ່າມກາງຄວາມຕ້ອງການທີ່ສູງຈາກຕ່າງປະເທດ.ລາຄາເຂົ້າທີ່ເພີ່ມສູງຂຶ້ນ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນປະເທດໃນລະດູຝົນນີ້ ແມ່ນສາເຫດຕົ້ນຕໍທີ່ຊາວກະສິກອນເກັບສຳຮອງເຂົ້າສານໄວ້ເພື່ອບໍລິໂພກເອງ, ຕາມການເປີດເຜີຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ.ໃນໄລຍະຜ່ານມາ ລາວໄດ້ສົ່ງອອກເຂົ້າສານພຽງແຕ່ 1,350 ໂຕນໄປປະເທດຈີນ ໃນຈຳນວນໂກຕາການສົ່ງອອກທັງໝົດ 50,000 ໂຕນຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍະພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຈີນ (COFCO).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-limits-rice-exports-due-short-supply-104201

ລາດຊະອານາຈັກກຳປູເຈຍ ຕົກລົງຊື້ໄຟຟ້າຈາກລາວ 2,400 ເມກາວັດ

ກອງປະຊຸມຂອງຄະນະລັດຖະບານກຳປູເຈຍໃນວັນພຸດນີ້ ໄດ້ຕົກລົງວ່າ ລັດຖະບານກຳປູເຈຍຈະຊື້ໄຟຟ້າ 2,400 ເມກາວັດຈາກລາວ.ລາຍງານດັ່ງກ່າວໄດ້ຮັບການຢັ້ງຢືນຈາກລາຍງານຫຍໍ້ ທີ່ອັບໂຫຼດຂຶ້ນທາງໜ້າເຟສ໌ບຸກ ໂດຍທ່ານໄພ ສີພັນ ໂຄສົກລັດຖະບານກຳປູເຈຍ.ເຊິ່ງມີເນື້ອໃນວ່າ ກຳປູເຈຍຈະຊື້ໄຟຟ້າຈາກສະເພາະຈາກໂຮງງານໄຟຟ້າພະລັງຖ່ານຫີນຂອງລາວສອງແຫ່ງຄື  – ບໍລິສັດໄຟຟ້າ ແລະ ບໍ່ແຮ່ TSBP ເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 600 ເມກາວັດ, ແລະ ບໍລິສັດໄຟຟ້າພະລັງຄວາມຮ້ອນເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 1,800 ເມກາວັດ.ອ່ານຕໍ່ ...

Thou Vireak
https://www.phnompenhpost.com/business/kingdom-okays-2400mw-power-purchase-laos

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Bv8hd
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!