ງານວາງສະແດງສິນຄ້າ CAEXPO ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ, ການທ່ອງທ່ຽວ 

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າຈີນ-ອາຊຽນ (CAEXPO) ໄດ້ປະກອບສ່ວນຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ຈີນ ໃນຕະຫຼອດ 16 ​ປີ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວໃນວັນເສົາແລ້ວນີ້ ໃນການກ່າວຄຳເຫັນໃນພິທີເປີດງານວາງສະແດງສິນຄ້າຄັ້ງທີ 16 ທີ່ເມືອງໜານໜິງ ປະເທດຈີນ.

ງານວາງສະແດງດັ່ງກ່າວຈະຊ່ວຍສົ່ງເສີມການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະ ອາຊຽນ. ປະຈຸບັນ ຈີນແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດ ທັງເປັນຜູ້ສະໜອງການລົງທຶນໂດຍກົງຈາກຕ່າງປະເທດອັນດັບສາມ ໃນກຸ່ມປະເທດອາຊຽນ.

ອ່ານຕໍ່…

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/caexpo-fosters-trade-investment-tourism-understanding-104807