ລາຄາປາລ້ຽງທີ່ວາງຈຳໜ່າຍ ສູງກວ່າລະດັບທີ່ລັດຖະບານກຳນົດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາປາລ້ຽງທີ່ວາງຂາຍໃນນະຄອນຫຼວງວຽງຈັນໃນປະຈຸບັນ ແມ່ນສູງກວ່າລະດັບທີ່ລັດຖະບານກຳນົດ ຫຼັງຈາກທີ່ຊາວກະສິກອນທີ່ລ້ຽງປາຫຼາຍເຈົ້າປະສົບສະພາບຂາດທຶນເນື່ອງຈາກໄພນ້ຳຖ້ວມໃນໄລຍະທີ່ຜ່ານມາ.

ນອກຈາກນີ້ ເຂົາເຈົ້າຍັງຕ້ອງແບກຮັບພາລະຕົ້ນທຶນໃນການລ້ຽງປາທີ່ເພີ່ມສູງຂຶ້ນ.

ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ປ້ອງກັນການສວຍໂອກາດຂຶ້ນລາຄາ, ໃນເດືອນພຶດສະພາທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບລາຄາຂາຍປາດັ່ງກ່າວບໍ່ໃຫ້ເກີນ 20,000 ກີບຕໍ່ໜຶ່ງກິໂລ. ແຕ່ມາໃນປະຈຸບັນ ລາຄາທີ່ຂາຍຕາມທ້ອງຕະຫຼາດແມ່ນເພີ່ມຂຶ້ນຮອດ 23,000-25,000 ກີບຕໍ່ກິໂລ.

ອ່ານຕໍ່…

 

ໂຕະຂ່າວ
http://annx.asianews.network/content/cost-farmed-fish-exceeds-price-set-lao-government-105206