ງານວາງສະແດງທຸລະກິດການທ່ອງທ່ຽວ ຈະຈັດຂຶ້ນໃນວັນທີ 27-28 ກັນຍາ 2019

ພາຍຫຼັງການຕອບຮັບທີ່ດີຈາກການຈັດງານຄັ້ງທຳອິດໃນປີຜ່ານມາຢູ່ແຂວງຫຼວງພະບາງ, ງານວາງສະແດງຊ່ອງທາງທຸລະກິດການທ່ອງທ່ຽວແບບຍືນຍົງ (STSE) ຈະຈັດຂຶ້ນໃນອາທິດນີ້ ທີ່ນະຄອນວຽງຈັນ ໃນລະຫວ່າງວັນທີ 27-28 ກັນຍານີ້ ທີ່ໂຮງແຮມຄຼາວພຼາຊາ. ງານ STSE ແມ່ນຕະຫຼາດນັດສຳລັບອຸດສະຫະກຳການທ່ອງທ່ຽວຊັ້ນນຳຂອງພາກພື້ນ ເພື່ອສະເຫຼີມສະຫຼອງ, ຄົ້ນຫາ, ແລະ ວາງສະແດງທ່າອ່ຽງ, ຄວາມຮູ້ ແລະ ເທັກໂນໂລຢີຫຼ້າສຸດ ໃນດ້ານການທ່ອງທ່ຽວແບບຍືນຍົງ ແລະ ການໃຫ້ບໍລິການ.

ໃນງານດັ່ງກ່າວຈະມີໜ່ວຍງານວາງສະແດງທັງໝົດ 54 ໜ່ວຍງານຈາກລາວ ແລະ ພາກພື້ນແມ່ນ້ຳຂອງ ເຊິ່ງຈະສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມຂອງຕົນ ໃນໄລຍະການວາງສະແດງສອງວັນ, ເຊິ່ງສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ຫົວໜ່ວຍທຸລະກິດເຫຼົ່ານີ້ ມີຫຼາຍປະເພດທຸລະກິດທີ່ກ່ຽວຂ້ອງກັບຫົວຂໍ້ຂອງງານເຊັ່ນ ເຄື່ອງໃຊ້ໃນໂຮງແຮມທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຄື່ອງຫັດຖະກຳ, ອາຫານປອດສານພິດ, ການລິເລີ່ມ ແລະ ໂຄງການຕ່າງໆ ກໍຄືກິດຈະກຳທົວ ແລະ ທີ່ພັກ.

ອ່ານຕໍ່…

The Laotian Times
https://laotiantimes.com/2019/09/24/second-sustainable-tourism-solutions-expo-to-be-held-on-27-28-september-2019/