ເສດຖະກິດ ແລະ ການຄ້າ

ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME)

ພັນທະບັດຂອງລັດຖະບານຈະເປີດຂາຍໃນຕະຫຼາດຫຸ້ນລາວໃນໃວໆນີ້

ລັດຖະບານລາວພວມຢູ່ໃນຂັ້ນຕອນການກະກຽມເອກະສານ, ມາດຕະການ ແລະ ໂຄງສ້າງດ້ານລະບຽບກົດໝາຍ ເພື່ອຂຶ້ນທະບຽນພັນທະບັດຂອງລັດຖະບານໃນຕະຫຼາດຫຸ້ນລາວ (ຕະຫຼາດຫຼັກຊັບລາວ – LSX).ອ່ານຕໍ່ ...

ເດິລາວທຽນທາມສ໌

ລັດຖະບານອາເມລິກາສົ່ງເສີມທຸລະກິດໄໝໃນ ສປປ ລາວ

(ຂປລ) ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (ຢູເສດ) ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດຍຸກດິຈິຕອລ ສຳລັບຜູ້ປະກອບການແມ່ຍິງ ໃນວັນທີ 28 ພຶດສະພາ-15 ມິຖຸນາ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ.ອ່ານຕໍ່ ...

ບັນນາທິການ ຂປລ

ເລີ່ມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະດັບພາກພື້ນ

ງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນພະຫັດທີ່ຜ່ານມາ ທີ່ມົນທົນຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງປະເທດຈີນ ແລະ ປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ເຂົ້າຮ່ວມໃນງານດັ່ງກ່າວມີ ຕົວແທນຈາກລາວເຊິ່ງນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ຫົວໜ່ວຍທຸລະກິດ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວກຽມສົ່ງອອກກ້ວຍ 12,000 ໂຕນໄປປະເທດລັດເຊຍ

ບໍລິສັດສຸກຮຸ່ງເຮືອງ ວາງແຜນຂາຍກ້ວຍ 12,000 ໂຕນທີ່ເກັບກ່ຽວໄດ້ຈາກການສຳປະທານພື້ນທີ່ກະສິກຳໃນແຂວງສະຫວັນນະເຂດ ໃຫ້ແກ່ລັດເຊຍ. ບໍລິສັດຫວຽດລາຍນີ້ ວາງແຜນການລົງທຶນ 38 ລ້ານໂດລາສະຫະລັດ ໃນການປູກໄມ້ໃຫ້ໝາກ ປະມານ 5,500 ເຮັກຕາ ຢູ່ເມືອງນອງ ແຂວງສະຫວັນນະເຂດ ແລະໄດ້ຖາກຖາງພື້ນທີ່ 1,900 ເຮັກຕາເພື່ອປູກຕົ້ນໄມ້ ພາຍຫຼັງໄດ້ມີການປູກສຳເລັດ 700 ເຮັກຕາ ໃນປີທີ່ຜ່ານມາອ່ານຕໍ່ ...

ວຽງຈັນທາມສ໌

ການລົງທຶນໃນຕະຫຼາດຫຼັກຊັບລາວມີການຂະຫຍາຍຕົວ

ມູນຄ່າຫຸ້ນທີ່ຊື້ຂາຍໃນຕະຫຼາດຫຼັກຊັບລາວ ມີການເຕີບຕົວຢ່າງວ່ອງໄວໃນປີທີ່ຜ່ານມາ ຕາມບົດລາຍງານຂອງທະນາຄານແຫ່ງ ສປປ ລາວ. ທະນາຄານກາງໄດ້ເປີດເຜີຍບົດລາຍງານປະຈຳປີ ເຊິ່ງສະແດງໃຫ້ເຫັນພາບລວມຂອງການພັດທະນາເສດຖະກິດຂອງລາວໃນປີທີ່ຜ່ານມາ ລວມທັງການຊື້ຂາຍໃນຕະຫຼາດຫຼັກຊັບລາວ ໜຶ່ງໃນຕະຫຼາດທຶນແຫ່ງໃໝ່ຂອງປະເທດອ່ານຕໍ່ ...

ເອກະພອນ ພູທອນສີ

ຄວນເພີ່ມມາດຕະການເພື່ອກວດສອບການນຳເຂົ້າສິນຄ້າກະເສດ

ຫົວໜ່ວຍທຸລະກິດແລະຜູ້ສົ່ງເສີມວຽກງານກະສິກຳຮຽກຮ້ອງໃຫ້ເຈົ້າໜ້າທີ່ເພີ່ມມາດຕະການໃນການກວດສອບການນຳເຂົ້າສິນຄ້າກະເສດຂ້າມຊາຍແດນ. ສິນຄ້ານຳເຂົ້າແບບບໍ່ເປັນລະບົບຜ່ານຊ່ອງທາງດັ່ງກ່າວຖືເປັນອຸປະສັກໃນການດຶງດູດການລົງທຶນແລະການເຕີບຕົວຂອງຂະແໜງການກະສິກຳຂອງປະເທດ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນວັນພຸດນີ້ວ່າ ພາກສ່ວນລັດຖະບານຄວນເອົາໃຈໃສ່ໃນການຈັດການສິນຄ້ານຳເຂົ້າ.ອ່ານຕໍ່ ...

ວຽງຈັນທາມສ໌

ແຂວງບໍລິຄຳໄຊເດີນໜ້າຈັດການລົດນຳເຂົ້າຜິດກົດໝາຍ

ຕາມການລາຍງານຂອງຄະນະຮັບຜິດຊອບ, ເຖິງວ່າຈະມີຂັ້ນຕອນທີ່ຫຍຸ້ງຍາກສົມຄວນ, ລົດ 600 ກວ່າຄັນທີ່ນຳເຂົ້າມາແຂວງບໍລິຄຳໄຊແບບບໍ່ຖືກກົດໝາຍນັ້ນ ປະຈຸບັນ ແມ່ນໄດ້ຮັບການຂຶ້ນທະບຽນຕາມກົດໝາຍແລ້ວ. ທ່ານຄຳແຫວນ ປັນຍะນຸວົງ ຫົວໜ້າຄະນະຮັບຜິດຊອບ ໄດ້ກ່າວແຈ້ງກັບນັກຂ່າວວຽງຈັນທາມສ໌ ໃນວັນສຸກຜ່ານມານີ້ວ່າ ປະຈຸບັນຍັງເຫຼືອລົດຈຳນວນ 100 ຄັນເທົ່ານັ້ນທີ່ຕ້ອງຂຶ້ນທະບຽນເພີ່ມເຕີມ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

84LFR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!