ເສດຖະກິດ ແລະ ການຄ້າ

ລາວ, ສະຫະລັດ ຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາບແວດລ້ອມຂອງຂະແໜງເອກະຊົນ ຈະໄດ້ຮັບການປັບປຸງ ຈາກໂຄງການສົ່ງເສີມສະພາບແວດລ້ອມການດຳເນີນທຸລະກິດໃນລາວ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫະລັດອາເມລິກາ.ໂຄງການດັ່ງກ່າວ ຈະສົ່ງເສີມການສ້າງຄວາມສາມາດ ແລະ ການບໍລິການໃຫ້ຄຳປຶກສາ ແນໃສ່ສົ່ງເສີມການແຂ່ງຂັນໃນບັນດາຫົວໜ່ວຍທຸລະກິດດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທັງເສີມຂະຫຍາຍການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄ້າ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ການປະກອບສ່ວນຕໍ່ເສດຖະກິດຂອງຂະແໜງການບໍລິການໃນລາວ ຍັງບໍ່ທັນພຽງພໍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຂະນະທີ່ຂະແໜງການບໍລິການ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ອຳນາດການປົກຄອງຍັງເຫັນວ່າ ການປະກອບສ່ວນຂອງຂະແໜງການດັ່ງກ່າວ ຍັງບໍ່ທັນພຽງພໍ ເນື່ອງຈາກສ່ວນປະກອນຕົ້ນຕໍ ຍັງຄົງແມ່ນການນຳເຂົ້າ. ໃນປີນີ້ ລັດຖະບານປະເມີນວ່າ ຂະແໜງການບໍລິການຈະຂະຫຍາຍຕົວໃນລະດັບເຈັດສ່ວນຮ້ອຍ ຫຼື ເພີ່ມຂຶ້ນ 0.4 ສ່ວນຮ້ອຍໃນລວມຍອດຜະລິດຕະພັນພາຍໃນ (GDP).ຂະແໜງການບໍລິການຂາຍຍົກ ແລະ ຂາຍຍ່ອຍ ແລະ ຂະແໜງສ້ອມແປງຍານພາຫະນະ ຂະຫຍາຍຕົວ 9.9 ສ່ວນຮ້ອຍ ແລະ ປະກອບສ່ວນ 1.4 ສ່ວນຮ້ອຍຕໍ່ການຂະຫຍາຍຕົວຂອງຂະແໜງດັ່ງກ່າວ; ຂະແໜງອະສັງຫາລິມະຊັບຂະຫຍາຍຕົວ 6.7 ສ່ວນຮ້ອຍ ແລະ ປະກອນສ່ວນ 0.4 ສ່ວນຮ້ອຍ, ຂະແໜງການເງິນ ແລະ ຫຼັກຊັບ ຂະຫຍາຍຕົວ 7.7 ສ່ວນຮ້ອຍ ແລະ ປະກອນສ່ວນ 0.2 ສ່ວນຮ້ອຍ ...

ໂຕະຂ່າວ

ພັນທະບັດລັດຖະບານ ຈະມີການຈຳໜ່າຍໃນຕະຫຼາດຫຼັກຊັບລາວໃນເດືອນທັນວານີ້

ວຽງຈັນ (ວຽງຈັນທາມສ໌/ANN) –  ລັດຖະບານໄດ້ຈັດຖະແຫຼງຂ່າວ ກ່ຽວກັບການຈຳໜ່າຍພັນທະບັດໃໝ່ ມູນຄ່າລວມກວ່າ 1,287 ຕື້ກີບ ($142 ລ້ານໂດລາ) ສຳລັບຕະຫຼາດຫຼັກຊັບລາວໃນເດືອນນີ້.ພາຍຫຼັງການເປີດຈຳໜ່າຍພັນທະບັດມູນຄ່າ 1,700 ຕື້ກີບໃນເດືອນກັນຍານີ້, ພັນທະບັດຈຳນວນ 412.57 ຕື້ກີບໄດ້ຖືກຈຳໜ່າຍອອກ ພາຍຫຼັງຫຼາຍເດືອນຂອງການວາງຈຳໜ່າຍໃນຕະຫຼາດຫຼັກຊັບລາວ, ແລະ ສ່ວນທີ່ເຫຼືອມີກຳນົດການເປີດຊື້ຂາຍໃນວັນທີ 18-24 ທັນວານີ້, ເຊິ່ງການຈ່າຍດອກເບ້ຍແມ່ນສອງຄັ້ງຕໍ່ປີ, ຕາມຂໍ້ມູນທີ່ເປີດເຜີຍໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງວຽງຈັນວານນີ້.ອ່ານຕໍ່  ...

ໂຕະຂ່າວ

ບໍລິສັດ LVMC (Kolao) ຊື້ຫຸ້ນບໍລິສັດ GMS ການຄ້າໃນລາວ, ໝາຍຕາຂະຫຍາຍທຸລະກິດໃໝ່

ບໍລິສັດ LVMC Holdings, ທີ່ປ່ຽນຊື່ຈາກບໍລິສັດ Kolao Holdings, ຖະແຫຼງກ່ຽວກັບຊື້ຫຸ້ນ 100 ສ່ວນຮ້ອຍຂອງບໍລິສັດ GMS ການຄ້າຈຳກັດຜູ້ດຽວໃນລາວ ມູນຄ່າ USD 357,623. ບາດກ້າວດັ່ງກ່າວ ແມ່ນການສານຕໍ່ “ທຸລະກິດໃໝ່” ເຊິ່ງທາງບໍລິສັດຍັງບໍ່ເປີດເຜີຍລາຍລະອຽດ.ບໍລິສັດ GMS ການຄ້າ ດຳເນີນທຸລະກິດໃນການພັດທະນາອະສັງຫາລິມະຊັບ ແລະ ຈຳໜ່າຍເຄື່ອງໃຊ້ໃນຄົວເຮືອນ ແລະ ສິນຄ້າການກະເສດໃນລາວ. ໃນຂະນະທີ່ ບໍລິສັດ LVMC ມີທຸລະກິດຫຼາຍຢ່າງ ເຊັ່ນ ຈຳໜ່າຍລົດຍີ້ຫໍ້ຕ່າງໆທົ່ວໂລກ, ຜະລິດຊິ້ນສ່ວນ ແລະ ອາໄຫຼ່ລົດ, ຜະລິດ ແລະ ຈຳໜ່າຍລົດຈັກ, ຄ້າຂາຍລົດໃຫຍ່, ບໍລິການເຊົ່າ ແລະ ອື່ນໆ.ອ່ານຕໍ່ ...

Taejun Kang

ຂະແໜງການລັດ, ເອກະຊົນ ແກ້ໄຂອຸປະສັກໃນການດຳເນີນທຸລະກິດຂອງຍີ່ປຸ່ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຂະແໜງການລັດ ແລະ ເອກະຊົນຈາກລາວ ແລະ ຍີ່ປຸ່ນ ຮ່ວມປະຊຸມຢູ່ນະຄອນວຽງຈັນໃນວັນຈັນນີ້ ເພື່ອຫາລືກ່ຽວກັບການແກ້ໄຂອຸປະສັກຂອງບັນດາບໍລິສັດຍີ່ປຸ່ນ ໃນການດຳເນີນທຸລະກິດໃນລາວ.ກອງປະຊຸມສົນທະນາຮ່ວມຂະແໜງການລັດ ແລະ ເອກະຊົນລາວ-ຍີ່ປຸ່ນ (Lao-Japan PPSJD) ປະຈຳປີ ຄັ້ງທີ 13 ແມ່ນຈັດຂຶ້ນເພື່ອແນໃສ່ສົ່ງເສີມການລົງທຶນຈາກປະເທດດິນແດນອາທິດອຸໄທ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ມະຫາຊົນຮຽກຮ້ອງໃຫ້ຂຶ້ນເງິນເດືອນ ທ່າມກາງອັດຕາເງິນເຟີ້ທີ່ສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ມະຫາຊົນຮຽກຮ້ອງໃຫ້ສະພາແຫ່ງຊາດ ຊຸກຍູ້ໃຫ້ລັດຖະບານເພີ່ມເງິນເດືອນໃຫ້ແກ່ພະນັກງານ ເພື່ອຮອງຮັບຕໍ່ຄ່າຄອງຊີບທີ່ເພີ່ມສູງຂຶ້ນ, ຕາມເຈົ້າໜ້າທີ່ການນຳສະພາແຫ່ງຊາດ.ໃນຕອນທ້າຍຂອງກອງປະຊຸມສະພາໃນວັນສຸກແລ້ວນີ້, ທ່ານນາງ ສວນສະຫວັນ ວິຍະເກດ ຫົວໜ້າເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ ສະພາໄດ້ເປີດສາຍດ່ວນ ເພື່ອຮັບຟັງຄຳຄິດເຫັນຈາກມະຫາຊົນ ກ່ຽວກັບບັນຫາທີ່ສະພາແຫ່ງຊາດຄວນເອົາໃຈໃສ່.ຕະຫຼອດໄລຍະຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ແຕ່ວັນທີ 7 ພະຈິກ ເຖິງ 6 ທັນວານີ້, ສະພາແຫ່ງຊາດໄດ້ຮັບສາຍໂທລະສັບທັງໝົດ 731 ສາຍ ຜ່ານໝາຍເລກສາຍດ່ວນ 113 ຈາກມະຫາຊົນທົ່ວປະເທດ.ອ່ານຕໍ່  ...

ເອກະພອນ ພູທອນສີ

ການຄ້າລະຫວ່າງລາວ-ຫວຽດນາມ ບັນລຸໄດ້ 940 ລ້ານໂດລາ ໃນໄລຍະສິບເດືອນ

ຮ່າໂນ້ຍ (VNA) – ການຮ່ວມມືດ້ານການຄ້າ ແມ່ນຈຸດສຳຄັນຂອງການພົວພັນການຄ້າລະຫວ່າງ ຫວຽດນາມ-ລາວ ສຳລັບຊ່ວງສິບເດືອນທຳອິດຂອງປີນີ້, ເຊິ່ງມີລາຍຮັບລວມ 940 ລ້ານໂດລາ.ຕົວເລກດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມຂອງສະມາຊິກຄະນະລັດຖະບານຖາວອນ ທີ່ນະຄອນຮ່າໂນ້ຍ ໃນວັນທີ 9 ທັນວານີ້ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນ ຊວນ ພຸກ ນາຍົກລັດຖະມົນຕີຫວຽດນາມ.ການຄ້າສອງຝ່າຍ ຄາດວ່າຈະບັນລຸເຖິງລະດັບ 1.1-1.2 ຕື້ໂດລາ ໃນປີ 2019, ເພີ່ມຂຶ້ນ 12.6 ສ່ວນຮ້ອຍທຽບອັດຕາສ່ວນປີຕໍ່ປີ, ສູງກວ່າເປົ້າໝາຍທີ່ລັດຖະບານໄດ້ວາງໄວ້ທີ່ 1 ຕື້ໂດລາ ແລະ 10 ສ່ວນຮ້ອຍ.ອ່ານຕໍ່ ...

ໂຕະຂ່າວ VNA

ທະນາຄານກາງ ຫວັງເພີ່ມທະວີການລົງທຶນໃນຕະຫຼາດຫຼັກຊັບ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຫົວໜ່ວຍທຸລະກິດໃນລາວ ຈະມີຄວາມສະດວກຍິ່ງຂຶ້ນໃນການນຳໃຊ້ຕະຫຼາດຫຼັກຊັບ ເພື່ອເປັນຊ່ອງທາງໃນການລະດົມທຶນ ພາຍຫຼັງທີ່ສະພາແຫ່ງຊາດມີການຮັບຮອງເອົາກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ, ອີງຕາມເຈົ້າໜ້າທີ່ການນຳຂອງທະນາຄານແຫ່ງ ສປປ ລາວ.ທ່ານ ສອນໄຊ ສີພະໄຊ ຜູ້ອຳນວຍການທະນາຄານການ ໄດ້ໃຫ້ຄຳເຫັນດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງຂຶ້ນສະເໜີກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ວິສາຫະກິດຮ່ວມປະສົມລາວ-ຈີນ ເພື່ອການຜະລິດຢາປິ່ນປົວພະຍາດ

ວຽງຈັນ (ວຽງຈັນທາມສ໌/ANN) – ວິສາຫະກິດຮ່ວມປະສົມລາວ-ຈີນ ມີແຜນຈັດຕັ້ງນິຄົມອຸດສາຫະກຳການຜະລິດຢາ ໃນນະຄອນຫຼວງວຽງຈັນ.ທາງບໍລິສັດຍັງມີແຜນຜະລິດອຸປະກອນການແພດຫຼາຍປະເພດ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດໃນອະນາຄົດ ແລະ ຫຼຸດຜ່ອນການນຳເຂົ້າ.ທ່ານ ຈາງ ຈົງຕີ ປະທານບໍລິສັດ Golden Wisdom ຮ່ອງກົງ ເປີດເຜີຍໃນພິທີວາງສີລາເລີກການກໍ່ສ້າງບໍລິສັດຜະລິດຢາ Golden Wisdom (ລາວ) ຈຳກັດ ໃນວັນສຸກແລ້ວນີ້ ໃນເຂດພັດທະນາໄຊເສດຖາ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດຈີນ ສຳຫຼວດໂອກາດທາງທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ ແລະ ເຄື່ອງດື່ມຈາກຈີນ – ບໍລິສັດໄຫໜານ ປິນຊຽງ ສະບຽງອາຫານ ຈຳກັດ – ຫວັງຂະຫຍາຍຕະຫຼາດໃນປະເທດລາວ, ໂດຍເລີ່ມຈາກນະຄອນຫຼວງວຽງຈັນ.ບໍລິສັດດັ່ງກ່າວ ໄດ້ຮ່ວມວາງສະແດງຜະລິດຕະພັນ ໃນງານວາງສະແດງສິນຄ້າເສດຖະກິດ ແລະ ເທັກໂນໂລຢີ ເພື່ອການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2019 ເຊິ່ງໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນອາທິດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

hhuVw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!