ເສດຖະກິດ ແລະ ການຄ້າ

ທະນາຄານໃນລາວ ຮ່ວມມືໃນການຈັດຕັ້ງລະບົບການຈ່າຍເງິນລວມສູນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໃນຖານະທະນາຄານກາງແຫ່ງລັດ ໄດ້ເປີດໂຕວິສາຫະກິດຮ່ວມປະສົມ ພາຍໃຕ້ຊື່ ບໍລິສັດເຄືອຂ່າຍການຊຳລະເງິນແຫ່ງຊາດ ຈຳກັດ (LAPNet) ພາຍໃຕ້ການຮ່ວມມືກັບເຈັດທະນາຄານໃຫຍ່ໃນລາວ.ບໍລິສັດດັ່ງກ່າວແມ່ນແນໃສ່ຈັດຕັ້ງລະບົບການຊຳລະສະສາງທີ່ມີປະສິດທິຜົນຍິ່ງຂຶ້ນ ແລະ ເຮັດໃຫ້ການຊຳລະເງິນແບບອິເລັກໂທຼນິກຜ່ານບັນດາທະນາຄານ ມີຄວາມສະດວກ ແລະ ລວມສູນຍິ່ງຂຶ້ນ.ທະນາຄານແຫ່ງລັດ ແລະ ເຈັດທະນາຄານໃຫຍ່ ໄດ້ຮ່ວມກັນລົງທຶນໃສ່ບໍລິສັດ LAPNet ເພື່ອຈຸດປະສົງເຮັດໃຫ້ລະບົບການຊຳລະສະສາງມີຄວາມວ່ອງໄວ, ໜ້າເຊື່ອຖື ແລະ ສະດວກຍິ່ງຂຶ້ນ.ທະນາຄານທີ່ເຂົ້າຮ່ວມມີຄື ທະນາຄານການຄ້າຕ່ງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານເອັສ໌ທີ ແລະ ທະນາຄານ ບີຊີໄອ (ລາວ) ຈຳກັດ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງເກົາຫຼີ ສະຫຼຸບໂຄງການຮ່ວມມື ດ້ານການທະນາຄານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງເກົາຫຼີ ໄດ້ຮ່ວມແລກປ່ຽນຜົນໄດ້ຮັບຈາກໂຄງການຮ່ວມມື ເພື່ອສົ່ງເສີມຄວາມຮູ້ – ທະນາຄານແຫ່ງເກົາຫຼີ 2019 (BOK-KPP) ໃນໄລຍະເຈັດເດືອນທີ່ຜ່ານມາ ກັບພາກສ່ວນທີ່ກ່ຽວຂ້ອງ.ພາຍຫຼັງສິ້ນສຸດໂຄງການ ທີ່ເລີ່ມດຳເນີນມາແຕ່ເດືອນພຶດສະພາ, ໄດ້ມີການຈັດກອງປະຊຸມສຳມະນາ ເພື່ອເຜີຍແຜ່ຜົນໄດ້ຮັບຈາກໂຄງການດັ່ງກ່າວ ແລະ ໃຫ້ຄຳແນະນຳທາງດ້ານນະໂຍບາຍ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດຈີນເຊັນສັນຍາ 184 ລ້ານໂດລາເພື່ອຊື້ສິນຄ້າກະເສດຈາກລາວ

ຄຸນໝິງ, 23 ພະຈິກ (Xinhua) — ບັນດາບໍລິສັດຈີນ ໄດ້ເຊັນສັນຍາລວມມູນຄ່າ 1.3 ຕື້ຢວນ (ປະມານ 184 ລ້ານໂດລາສະຫະລັດ) ເພື່ອຈັດຊື້ສິນຄ້າ, ເຊິ່ງສ່ວນໃຫຍ່ແມ່ນສິນຄ້າກະເສດ, ຈາກຄູ່ຄ້າໃນລາວ.ສັນຍາດັ່ງກ່າວ ໄດ້ມີການເຊັນກັນໃນງານຕະຫຼາດນັດການລົງທຶນຈີນ-ລາວ 2019 ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້ ທີ່ນະຄອນຄຸນໝິງ, ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.ອ່ານຕໍ່ ...

ZX

ລາວພົວພັນກັບອົງກອນຈັດອັນດັບສາກົນ ໃນການເປີດໂຕພັນທະບັດເງິນໂດລາໃນສາກົນ

ລັດຖະບານລາວ ໄດ້ມີການພົວພັນກັບອົງການ Standard Chartered, JP Morgan, ແລະ Credit Suisse ສຳລັບແຜນການເປີດໂຕພັນທະບັດເງິນໂດລາໃນສາກົນ.ໃນເດືອນທັນວາ 2015, ລາວໄດ້ມີການຈຳໜ່າຍພັນທະບັດ ມູນຄ່າ US$182 ລ້ານໂດລາ ໃນສອງງວດ ໃຫ້ແກ່ນັກລົງທຶນສະຖາບັນໃນປະເທດໄທ ແລະ ມີການອອກພັນທະບັດເປັນເງິນບາດໄທ, ແຕ່ກໍ່ຍັງບໍ່ມີການຈຳໜ່າຍພັນທະບັດໃຫ້ແກ່ນັກລົງທຶນຕ່າງປະເທດ.ອ່ານຕໍ່ ...

Francis Savankham

ຟູດແພນດາ ເປີດໂຕການບໍລິການໃນລາວ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ

ຟູດແພນດາ ຜູ້ບໍລິການຈັດສົ່ງອາຫານຕາມສັ່ງສາກົນ ເປີດໂຕການບໍລິການໃນລາວຢ່າງເປັນທາງການ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ.ເພື່ອເປີດໂລກະທັດໃໝ່ໃນການຊິມລົດຊາດອາຫານສຳລັບຊາວນະຄອນຫຼວງວຽງຈັນ,​ ຂະບວນນັກຈັດສົ່ງອາຫານຟູດແພນດາສີບົວ (Foodpanda) ຈະຈັດສົ່ງອາຫານຈາກຮ້ານອາຫານໃນເຄືອກວ່າ 300 ແຫ່ງ ເຖິງເຮືອນລູກຄ້າຕາມສັ່ງ.ອ່ານຕໍ່ ...

Cameron Darke

ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ຮ່ວມມືກັບ AOTS ແລະ TPA ໃນການພັດທະນາການຈ້າງງານແບບມືອາຊີບ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າຈາກຂະແໜງທຸລະກິດແຂວງອຸດົມໄຊ ເຂົ້າຮ່ວມໃນໂຄງການຝຶກອົບຮົມ ເພື່ອພັດທະນາຄຸນນະພາບທາງອາຊີບ ທີ່ຈຳເປັນສຳລັບການດຳເນີນກິດຈະການຂອງເຂົາເຈົ້າ.ໂຄງການຝຶກອົບຮົມດັ່ງກ່າວ ເຊິ່ງຈະດຳເນີນແຕ່ວັນທີ 18 ເຖິງ 22 ພະຈິກນີ້, ແມ່ນຮ່ວມກັນຈັດໂດຍ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໂດຍຮ່ວມມືກັບສະມາຄົມເພື່ອການຮ່ວມມືທາງດ້ານວິຊາການຕ່າງປະເທດ ແລະ ການມີສ່ວນຮ່ວມແບບຍືນຍົງ (AOTS) ປະເທດຍີ່ປຸ່ນ. ການຝຶກອົບຮົບດັ່ງກ່າວ ແມ່ນຈັດຕັ້ງປະຕິບັດໂດຍສະມາຄົມສົ່ງເສີມເທັກໂນໂລຢີ (ໄທ-ຍີ່ປຸ່ນ) (TPA).ອ່ານຕໍ່ ...

ໂຕະຂ່າວ

ສະພາແຫ່ງຊາດ ອະນຸມັດໃຫ້ລັດຖະບານດຳເນີນການສົ່ງເສີມຜະລິດຕະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນຈັນນີ້ ສະພາແຫ່ງຊາດ (ສພຊ) ໄດ້ອະນຸມັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2020, ໂດຍການສະໜັບສະໜູນໃຫ້ລັດຖະບານ ອອກມາດຕະການເພື່ອສົ່ງເສີມປະສິດທິພາບຂອງການຜະລິດ.ໃນຈຳນວນສະມາຊິກສະພາແຫ່ງຊາດ 114 ທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 11 ພະຈິກນີ້, ມີ 111 ສຽງ ລົງຄະແນນສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2020.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຜູ້ປະກອບການທຸລະກິດລາວ ຮຽນຮູ້ກ່ຽວກັບຜົນປະໂຫຍດຂອງຂໍ້ຕົກລົງເສລີການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ຈະສາມາດຂະຫຍາຍຕະຫຼາດສິນຄ້າຂອງຕົນໄດ້ດີຂຶ້ນ ແລະ ແຂ່ງຂັນກັບປະເທດອື່ນໄດ້ຂ້ຽວຂາດຍິ່ງຂຶ້ນ ພາຍຫຼັງຮຽນຮູ້ກ່ຽວກັບເງື່ອນໄຂ ແລະ ຜົນປະໂຫຍດຈາກຂໍ້ຕົກລົງການຄ້າເສລີ (FTAs).ກອງປະຊຸມສຳມະນາ ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ ໃນວັນພະຫັດແລ້ວນີ້ ໄດ້ຫາລືກ່ຽວກັບຜົນປະໂຫຍດຂອງ FTAs ແລະ ການສ້າງທຸລະກິດ e-commerce. ເຊິ່ງມີຜູ້ເຂົ້າຮ່ວມຈາກຕາງໜ້າທຸລະກິດເກືອບ 100 ແຫ່ງ ເຊິ່ງລວມມີທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ຈາກກະຊວງອຸດສາຫະກຳ ແລ ການຄ້າ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວເດີນໜ້າດຳເນີນມາດຕະການ ເພື່ອຕັດຮອນການໃຊ້ຈ່າຍທີ່ບໍ່ຈຳເປັນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ມີຄວາມໝັ້ນໃຈໃນນະໂຍບາຍທີ່ເຂັ້ມງວດວ່າ ຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງດ້ານງົບປະມານ ແລະ ບັນຫາຫຍຸ້ງຍາກທາງການເງິນຢ່າງຕໍ່ເນື່ອງ ພາຍໃຕ້ຄວາມຄືບໜ້າຢ່າງຊ້າໆໃນການຈັດຕັ້ງປະຕິບັດມາດຕະການ ເພື່ອຈຳກັດການໃຊ້ຈ່າຍທີ່ບໍ່ຈຳເປັນ.ກະຊວງການເງິນ ຈະດຳເນີນການ ໂດຍສົມທົບກັບກະຊວງຕ່າງໆ ໃນການປະຕິບັດນະໂຍບາຍດັ່ງກ່າວ, ເພື່ອຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງທາງດ້ານງົບປະມານໃຫ້ແກ່ລັດຖະບານ.ອ່ານຕໍ່ ...

ໂຕະຂ່າວ

ນາຍົກ ເຫັນພາບການຟື້ນຟູເສດຖະກິດໃນຕໍ່ໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມໝັ້ນໃຈ ວ່າເສດຖະກິດລາວຈະກັບມາຂະຫຍາຍຕົວໃນປີໜ້າ ເນື່ອງຈາກໂຄງການລົງທຶນຂະໜາດໃຫຍ່ຫຼາຍໂຄງການຈະເລີ່ມເປີດສາກ.ໃນກອງປະຊຸມສະພາແຫ່ງຊາດ, ທ່ານນາຍົກ ໄດ້ເປີດເຜີຍລາຍຊື່ໂຄງການລົງທຶນຂະໜາດໃຫຍ່ ທີ່ຈະກະຕຸ້ນການຂະຫຍາຍຕົວຂອງເສດຖະກິດໃນຊຸມປີຕໍ່ໜ້າ.ເຊິ່ງລວມມີ ໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ຈະເລີ່ມປະຕິບັດການໃນປີ 2021, ແລະ ໂຄງການກໍ່ສ້າງທາງດ່ວນ, ທາງລົດໄຟ ແລະ ຂົວເພື່ອເຊື່ອມຕໍ່ກັບບັນດາປະເທດເພື່ອນບ້ານ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kx9Se
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!