ນາຍົກ ເຫັນພາບການຟື້ນຟູເສດຖະກິດໃນຕໍ່ໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມໝັ້ນໃຈ ວ່າເສດຖະກິດລາວຈະກັບມາຂະຫຍາຍຕົວໃນປີໜ້າ ເນື່ອງຈາກໂຄງການລົງທຶນຂະໜາດໃຫຍ່ຫຼາຍໂຄງການຈະເລີ່ມເປີດສາກ.

ໃນກອງປະຊຸມສະພາແຫ່ງຊາດ, ທ່ານນາຍົກ ໄດ້ເປີດເຜີຍລາຍຊື່ໂຄງການລົງທຶນຂະໜາດໃຫຍ່ ທີ່ຈະກະຕຸ້ນການຂະຫຍາຍຕົວຂອງເສດຖະກິດໃນຊຸມປີຕໍ່ໜ້າ.

ເຊິ່ງລວມມີ ໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ຈະເລີ່ມປະຕິບັດການໃນປີ 2021, ແລະ ໂຄງການກໍ່ສ້າງທາງດ່ວນ, ທາງລົດໄຟ ແລະ ຂົວເພື່ອເຊື່ອມຕໍ່ກັບບັນດາປະເທດເພື່ອນບ້ານ.

ອ່ານຕໍ່…

ເອກະພອນ ພູທອນສີ