ເສດຖະກິດ ແລະ ການຄ້າ

ລັດຖະບານມີແຜນກະຕຸ້ນການຂະຫຍາຍຕົວຂອງເສດຖະກິດໃນປີ 2020

ວຽງຈັນ (ວຽງຈັນທາມສ໌) – ລາວຈຳເປັນຕ້ອງມີລວມຍອດຜະລິດຕະພັນພາຍໃນ (GDP) 27 ສ່ວນຮ້ອຍ ສຳລັບການພັດທະນາ ໃນປີ 2020 ເພື່ອຮັບປະກັນການຂະຫຍາຍຕົວດ້ານເສດຖະກິດຂອງຊາດຢ່າງຕໍ່ເນື່ອງ.ໃນຈຳນວນດັ່ງກ່າວ, 4,750 ຕື້ກີບ, ຫຼື 10.2 ສ່ວນຮ້ອຍຂອງຈຳນວນທັງໝົດ ຈະມາຈາກງົບປະມານພາຍໃນ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ສະພາແຫ່ງຊາດໃນອາທິດແລ້ວນີ້.ການລົງທຶນຂອງລັດຖະບານພາຍໃຕ້ການຊ່ວຍເຫຼືອຢ່າງເປັນທາງການເພື່ອການພັດທະນາ (ODA) ແມ່ນ 8,125 ຕື້ກີບ, ເຊິ່ງທຽບເທົ່າກັບ 17.5 ສ່ວນຮ້ອຍຂອງການລົງທຶນທັງໝົດ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານກາງ ຈະເນັ້ນໃສ່ການຄຸ້ມຄອງເງິນຕາ ທ່າມກາງສິ່ງທ້າທາຍ

ວຽງຈັນ (ວຽງຈັນທາມສ໌) – ທະນາຄານກາງຂອງລາວຈະຈັດການກັບສິ່ງທ້າທາຍ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນບາດໄທ, ແລະ ເພື່ອຮັບປະກັນໃຫ້ອັດຕາເງິນເຟີ້ ໃຫ້ຢູ່ຕ່ຳກວ່າລະດັບ 5 ສ່ວນຮ້ອຍ.ຕໍ່ກັບຄຳຖາມກ່ຽວກັບການຄຸ້ມຄອງເງິນຕາ ຈາກສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາໃນວັນພຸດນີ້, ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການທະນາຄານແຫ່ງ ສປປ ລາວ ກ່າວວ່າ ປະເທດລາວຈະສືບຕໍ່ຜະເຊີນກັບສິ່ງທ້າທາຍໃນດ້ານການຄຸ້ມຄອງເງິນຕາຕ່າງປະເທດ ເນື່ອງຈາກເປັນປະເທດຜູ້ນຳເຂົ້າສຸດທິ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດເກົາຫຼີ ສັນຫາໂອກາດທາງດ້ານຕະຫຼາດໃນລາວ

ວຽງຈັນ (ວຽງຈັນທາມສ໌) – ແປດບໍລິສັດຊັ້ນນຳຈາກເກົາຫຼີໃຕ້ ຫວັງຈະຂະຫຍາຍໂອກາດທາງດ້ານຕະຫຼາດ ແລະ ທຸລະກິດໃນລາວ ດ້ວຍການວາງຈຳໜ່າຍສິນຄ້າຂອງຕົນ ຫຼີ ຊອກຫາຕົວແທນຈຳໜ່າຍໃນລາວ. ຜູ້ປະກອບການຈາກທັງສອງປະເທດ ຮ່ວມພົບປະໂອ້ລົມ ທີ່ນະຄອນວຽຈັນ ໃນອາທິດແລ້ວນີ້ ໃນລະຫວ່າງພາລະກິດການຄ້າ ຈອນນຳ 2019.ພາລະກິດດັ່ງກ່າວແມ່ນຈັດຕັ້ງໂດຍ ອົງການສົ່ງເສີມການລົງທຶນເກົາຫຼີ (KOTRA) ແລະ ໄດ້ຈັດຂຶ້ນໃນວັນພະຫັດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລັດຖະບານ ທົບທວນເງື່ອນໄຂໃນການນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ອອກຄຳສັ່ງແນະນຳໃຫ້ຜູ້ປະກອບການ ທີ່ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ ຍື່ນສະເໜີເອກະສານຂອງຕົນ ຕໍ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ບໍ່ໃຫ້ກາຍວັນທີ 29 ພະຈິກ.ຖ້າວ່າ ຜູ້ປະກອບການໃດ ບໍ່ມາຍື່ນສະເໜີເອກະສານຂອງຕົນ, ອາດຖືກລະງັບໃບອະນຸຍາດດຳເນີນທຸລະກິດ ແລະ ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າຍານພາຫະນະ.ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບການແຕ້ງຕັ້ງໃຫ້ດຳເນີນການຕິດຕາມ ແລະ ເກັບກຳສະຖິຕິຈາກຫົວໜ່ວຍທຸລະກິດ ທີ່ມີກິດຈະກຳ ແລະ ມາດຕະຖານການບໍລິການບໍ່ຈະແຈ້ງ.ອ່ານຕໍ່ ...

ໂຕະຂ່າວ

ນາຍົກຮຽກຮ້ອງໃຫ້ມີການຮ່ວມມື ເພື່ອແກ້ໄຂອຸປະສັກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຫັນດີກັບແນວຄິດໃນການຈັດຕັ້ງຄະນະສະເພາະກິດ ຕາມການສະເໜີຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ກ່ຽວກັບການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ.ທ່ານນາຍົກ ໄດ້ໃຫ້ການສະໜັບສະໜູນການສ້າງຕັ້ງກຸ່ມເຮັດວຽກພິເສດ ໃນກອງປະຊຸມທຸລະກິດລາວ ຄັ້ງທີ 12 ໃນວັນອັງຄານນີ້, ໂດຍເຫັນວ່າເປັນການສົ່ງເສີມ ແລະ ເພີ່ມທະວີປະສິດທິຜົນດ້ານການຮ່ວມມືລະຫວ່າງຂະແໜງການລັດ ແລະ ເອກະຊົນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ການຄ້າຂອງລາວໃນໄຕມາດທີສາມ ມີສະພາບເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີສະພາບການຄ້າເກີນດູນ US$178 ລ້ານໂດລາ ໃນຊ່ວງເກົ້າເດືອນທຳອິດຂອງປີ (ເຖິງທ້າຍໄຕມາດທີສາມ), ເຖິງວ່າການເຄື່ອນໄຫວໂອນເງິນ ຍັງຕ່ຳກວ່າເປົ້າໝາຍ.ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າໃນໄຕມາດທີສາມຂອງປີ 2019 ບັນລຸໄດ້ US$8,582 ລ້ານໂດລາ ຫຼືທຽບເທົ່າກັບ 76 ສ່ວນຮ້ອຍຂອງຕົວເລກທີ່ມີການຮັບຮອງໂດຍສະພາແຫ່ງຊາດ.ຕົວເລກດັ່ງກ່າວເພີ່ມຂຶ້ນ 41 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ຫົວໜ່ວຍທຸລະກິດລາວ ໄດ້ຮັບລາງວັນທຸລະກິດດີເດັ່ນຂອງອາຊຽນ ສອງປີຊ້ອນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ສ້າງຄວາມປະທັບໃຈໃນກຸ່ມນັກທຸລະກິດ ດ້ວຍຜົນງານທີ່ເດັ່ນໃນງານລາຕີ ມອບລາງວັນທຸລະກິດອາຊຽນ (ABA) 2019 ເຊິ່ງຈັດຂຶ້ນໃນທຸກໆປີ ໂດຍສະພາທີ່ປຶກສາທຸລະກິດອາຊຽນ ນັບແຕ່ມີການກໍ່ຕັ້ງໃນປີ 2007 ເພື່ອໃຫ້ການຍ້ອງຍໍຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນທົ່ວພາກພື້ນອາຊຽນ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຄວາມຈະເລີນຂອງພາກພື້ນອາຊຽນ ໃນຂະນະດຽວກັບກໍເປັນຕົວແບບທີ່ດີ ເພື່ອສົ່ງເສີມການຂະຫຍາຍເສດຖະກິດ, ຄວາມຍືນຍົງ ແລະ ນະວັດຕະກຳ ໃນປະເທດບ້ານເກີດເມືອງນອນຂອງຕົນ.ງານ ABA ສ້າງໂອກາດອັນດີໃນການເປີດຫູເປີດຕາ ໃນລະດັບພາກພື້ນ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ  ແລະ ການຂະຫຍາຍເຄືອຂ່າຍ ໃນຊຸມຊົນທຸລະກິດອາຊຽນ. ງານດັ່ງກ່າວໃຫ້ຄວາມໃສ່ໃຈເປັນພິເສດ ຕໍ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທີ່ດີເດັ່ນ ທີ່ມີທ່າແຮງໃນການຂະຫຍາຍຕົວສູ່ລະດັບພາກພື້ນໃນໄລຍະສັ້ນ ແລະ ລະດັບໂລກໃນໄລຍະຍາວ.ອ່ານຕໍ່ ...

ໂຕະຂ່າວ

ລາວຄືບໜ້າໃນການພັດທະນາເສດຖະກິດສັງຄົມ ທ່າມກາງບັນຫາທ້າທາຍຫຼາຍດ້ານ, ຮອງນາຍົກກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2019 ໄດ້ຜະເຊີນກັບຂໍ້ຫຍຸ້ງຍາກຫຼາຍປະການໃນທົ່ວປະເທດ, ທ່ານຮອງນາຍົກລັດຖະມົນຕີ ກ່າວໃນພິທີເປີດກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ໃນຕອນເຊົ້າມື້ວານນີ້.ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວ່າ ເສດຖະກິດມະຫາພາກແມ່ນຢູ່ພາຍໃຕ້ຄວາມກົດດັນ ເນື່ອງຈາກການຂາດດູນດ້ານງົບປະມານ ແລະ ການເຄື່ອນໄຫວຂອງຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດຕົກຕ່ຳ, ເຊິ່ງເຮັດໃຫ້ເງິນກີບອ່ອນຄ່າ ແລະ ສົ່ງຜົນໃຫ້ລາຄາສິນຄ້າ ແລະ ການບໍລິການເພີ່ມສູງຂຶ້ນ ແລະ ຄ່າຄອງຊີບກໍສູງຂຶ້ນ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ

ນາຍົກ ຄິດບວກກ່ຽວກັບການຂະຫຍາຍຕົວແບບຍືນຍົງ

ມື້ວານນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງທັດສະນະໃນແງ່ບວກ ວ່າການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະດີຂຶ້ນໃນອະນາຄົດອັນໃກ້, ໂດຍກ່າວວ່າ ການຢຸດຊະງັກໃນປະຈຸບັນແມ່ນສິ່ງຈຳເປັນ ຍ້ອນວ່າລັດຖະບານ ພະຍາຍາມຊຸກຍູ້ການຂະຫຍາຍຕົວ ໃຫ້ໄປຕາມເສັ້ນທາງທີ່ຍືນຍົງ.“ການຂະຫຍາຍຕົວດ້ານເສດຖະກິດທີ່ຊ້າລົງ ແມ່ນເລື່ອງຈຳເປັນ ເນື່ອງຈາກພື້ນຖານເສດຖະກິດກຳລັງມີການປ່ຽນແປງໄປສູ່ສະຖານະແຫ່ງຄວາມເປັນຈິງຫຼາຍຂຶ້ນ. ນີ້ກໍເພື່ອຈຸດປະສົງໃນການສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງ ແລະ ຍືນຍົງ ກໍຄືສ້າງພື້ນຖານການຜະລິດ ແລະ ຜັນຂະຫຍາຍລາຍຮັບລົງສູ່ຮາກຖານ, ” ທ່ານາຍົກກ່າວ.ອ່ານຕໍ່ ...

ນະຄອນຫຼວງວຽງຈັນຈະສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ລາວ, ເພີ່ມທະວີການປົກປ້ອງຜູ້ບໍລິໂພກ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນຫຼວງວຽງຈັນ ມີເຈດຈຳນົງໃນການສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ລາວ ແລະ ເສີມຂະຫຍາຍການຜະລິດກະສິກຳອິນຊີໃນນະຄອນຫຼວງວຽງຈັນ ເພື່ອສ້າງວຽກເຮັດງານທຳ ແລະ ເສີມຂະຫຍາຍລາຍຮັບ.ບັນຫາເຫຼົ່ານີ້ ໄດ້ມີການຫາລືໃນກອງປະຊຸມ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

smmeW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!