ເສດຖະກິດ ແລະ ການຄ້າ

ລາວຈະຫຼຸດຜ່ອນການນຳເຂົ້າສິນຄ້າ ເພື່ອຈຳກັດການເພີ່ມຂຶ້ນຂອງອັດຕາແລກປ່ຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະນຳໃຊ້ມາດຕະການທີ່ເຂັ້ມງວມ ໃນການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ ແລະ ຈຳກັດການໄຫຼວຽນຂອງເງິນທຶນໄປຕ່າງປະເທດ.ການເພີ່ມຂຶ້ນຂອງສິນຄ້ານຳເຂົ້າທັງຖືກກົດໝາຍ ແລະ ຜິດກົດໝາຍຈາກປະເທດເພື່ອນບ້ານ ເຮັດໃຫ້ຜູ້ຜະລິດພາຍໃນບໍ່ສາມາດແຂ່ງຂັນໄດ້ໃນແງ່ຂອງລາຄາ ແລະ ການຜະລິດ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວຕໍ່ສື່ມວນຊົນໃນການສຳພາດອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຊີລີ ສົ່ງເສີມການຮ່ວມມືດ້ານທຸລະກິດ,​ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຊີລີ ມີເປົ້າໝາຍເສີມຂະຫຍາຍການຮ່ວມມືທາງດ້ານທຸລະກິດ ແລະ ການຄ້າ ພາຍຫຼັງພິທີຕ້ອນຮັບທ່ານ ເຈມມີ ໂຊມາລີ ເອກອັກຄະລັດຖະທູດຊີລີປະຈຳລາວ ຢ່າງເປັນທາງການ ຂອງສະພາທຸລະກິດທ້ອງຖິ່ນ ທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ.ນຳພາຄະນະຜູ້ແທນລາວໃນພິທີດັ່ງກ່າວ ເຊິ່ງລວມມີເຈົ້າໜ້າທີ່ສະພາການຄ້າ ແລະ ຜູ້ປະກອບການທຸລະກິດ ແມ່ນທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI). ອ່ານຕໍ່ ...

ໂຕະຂ່າວ

ທຸລະກິດມືໃໝ່, ຜູ້ປະກອບການຂອງລາວ ພົບປະໃນງານເຄືອຂ່າຍທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດໃໝ່, ຜູ້ປະກອບການຂອງລາວ ມີໂອກາດໃນການຂະຫຍາຍກິດຈະການຂອງຕົນໂດຍການສ້າງເຄືອຂ່າຍກັບນັກລົງທຶນຕ່າງປະເທດ, ຜູ້ຈັດງານກ່າວໃນງານເຄືອຂ່າຍທຸລະກິດມືໃໝ່ ແລະ ອາຊີບ.ງານສ້າງເຄືອຂ່າຍທຸລະກິດດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນພຸດຜ່ານມານີ້ ໂດຍມີການເຂົ້າຮ່ວມຂອງນັກລົງທຶນຕ່າງປະເທດ, ຜູ້ປະກອບການພາຍໃນ ແລະ ທຸລະກິດນ້ອງໃໝ່.ອ່ານຕໍ່ ...

ສຸກສະໄໝ ບູລົມ

LOCA, ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືເພື່ອຍົກລະດັບການບໍລິການ

ວຽງຈັນ (ວຽງຈັນທາມສ໌/ANN) – LOCA ບໍລິການລົດຮັບສົ່ງລາຍທຳອິດຂອງລາວ ແລະ ສະມາຄົມລົດຕູ້ນະຄອນຫຼວງວຽງຈັນ ຮ່ວມມືກັນເພື່ອຍົກລະດັບການບໍລິການລົດຕູ້ໃນລາວ.ຂໍ້ຕົກລົງການຮ່ວມມື ໄດ້ມີການລົງນາມທີ່ນະຄອນວຽງຈັນໃນວັນຈັນນີ້ ລະຫວ່າງທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LOCA ແລະ ທ່ານ ບຸນຄ້ຳ ລາດຊະວົງ ປະທານສະມາຄົມລົດຕູ້ນະຄອນຫຼວງວຽງຈັນ.ຂໍ້ຕົກລົງດັ່ງກ່າວແມ່ນແນໃສ່ສ້າງຄວາມທັນສະໄໝໃຫ້ແກ່ການບໍລິການລົດຕູ້, ກໍຄືການຫັນສູ່ດິຈິຕອລ໌ ເພື່ອເພີ່ມຄວາມສະດວກໃຫ້ແກ່ລູກຄ້າໃນການຈອງລົດ ແລະ ຕົກລົງລາຄາ.ອ່ານຕໍ່ ...

ໂຕະຂ່າວ

ກຸງສີ ເປີດໂຕການບໍລິການໂອນເງິນແບບຣຽວທາມ

(ຂປລ) ທະນາຄານກຸງສີ ທະນາຄານພານິດຂອງໄທ ໄດ້ເປີດໂຕບໍລິການໂອນເງິນ ບລຼ໋ອກເຊນ ກຸງສີ ເພື່ອຮັບປະກັນຄວາມສະດວກໃນການໂອນເງິນແບບຣຽວທາມ ລະຫວ່າງລາວ ແລະ ໄທ.“ບໍລິການໂອນເງິນ ບລຼ໋ອກເຊນ ກຸງສີ” ແມ່ນບໍລິການໂອນເງິນຕ່າງປະເທດແບບຣຽວທາມ ລະຫວ່າງ ສປປ ລາວ ແລະ ໄທ ສຳລັບ ທຸລະກິດ SMEs. ພາຍໃຕ້ການບໍລິການໃໝ່ດັ່ງກ່າວ, ລູກຄ້າຈະໄດ້ຮັບຄວາມສະດວກໃນການໂອນເງິນລະຫວ່າງປະເທດຜ່ານສາຂາຂອງທະນາຄານກຸງສີ,” ທ່ານ ດານ ຮາໂຊໂນ, ຫົວໜ້າພະແນກຂາຍຍ່ອຍ ແລະ ບໍລິການລູກຄ້າ ເປີດເຜີຍໃນງານເປີດໂຕ ທີ່ວຽງຈັນ ໃນວັນທີ 28 ຕຸລານີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ

ງານວາງສະແດງສິນຄ້າລາວທ໊ອບ 3 ເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງການກໍ່ສ້າງ, ການບໍລິການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າລາວທ໊ອບ 3, ເຊິ່ງເປັນງານວາສະແດງສິນຄ້າສາກົນ 3-ໃນ-1 ທີ່ໃຫຍ່ທີ່ສຸດໃນລາວ ກຳລັງຈະກັບມາຈັດສະແດງເປັນຄັ້ງທີສີ່ ເພື່ອສົ່ງເສີມຂະແໜງການກໍ່ສ້າງ ແລະ ພື້ນຖານໂຄງລ່າງ, ແລະ ອຸດສາຫະກຳອາຫານ ແລະ ເຄື່ອງດື່ມ ແລະ ການບໍລິການທ່ອງທ່ຽວ.ງານວາງສະແດງດັ່ງກ່າວຈະຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 11-13 ມິຖຸນາປີໜ້າ, ຕາມການຖະແຫຼງຂ່າວທີ່ວຽງຈັນຫວ່າງໝໍ່ໆມານີ້. ອ່ານຕໍ່  ...

ໂຕະຂ່າວ

ພິທີແຕ່ງຕັ້ງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຄົນໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ລີເບີ ລີບົວປາວ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຜູ້ວ່າການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຄົນໃໝ່ ແທນທ່ານ ບົວສອນ ບຸບຜາວັນ ທີ່ເຖິງອາຍຸກະສຽນ.ພິທີຖະແຫຼງການແຕ່ງຕັ້ງຢ່າງເປັນທາງການ ໄດ້ມີຂຶ້ນທີ່ສະຖາບັນ ໃນວັນສຸກແລ້ວນີ້ ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ

ຜະລິດຕະພັນລາວ ຍັງບໍ່ສາມາດສ້າງກະແສນິຍົມຕໍ່ຜູ້ບໍລິໂພກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີການຜະລິດສິນຄ້າຫຼາຍຢ່າງທີ່ເປັນທີ່ຮູ້ກັນດີ, ແຕ່ວ່າຄົນລາວສ່ວນຫຼາຍພັດບໍ່ໃຫ້ຄວາມສົນໃຈໃນການຊື້ຫາສິນຄ້າເຫຼົ່ານີ້ ແລະ ນີຍົມໃຊ້ສິນຄ້ານຳເຂົ້າຫຼາຍກວ່າ. ມັນເປັນເລື່ອງທ້າທາຍໃນການ ເຊີນຊວນໃຫ້ຄົນປ່ຽນແປງພຶດຕິກຳ ເນື່ອງຈາກເຂົາເຈົ້າມີຄວາມຄຸ້ນເຄີຍ ຕໍ່ການເຫັນສິນຄ້ານຳເຂົ້າ ວາງຂາຍຕາມຮ້ານຄ້າ ແລະ ຕະຫຼາດ ແລະບໍ່ບໍ່ຄຸ້ນເຄີຍຕໍ່ການນຳໃຊ້ສິນຄ້າປະເພດດຽວກັນແຕ່ຜະລິດໃນລາວ. ການປ່ຽນແນວຄິດຂອງຜູ້ບໍລິໂພກອາດຕ້ອງໃຊ້ເວລາຍາວນານ.ອ່ານຕໍ່  ...

ໂຕະບັນນາທິການ

ການລົງທຶນໃນຂະແໜງອຸດສາຫະກຳຂອງລາວຍັງຄົງຊັກຊ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍໂຕຂອງໂຮງຈັກໂຮງງານໃນລາວ ຍັງຄົງສືບຕໍ່ຊັກຊ້າ ເຖິງວ່າລັດຖະບານຈະປັບປຸງນະໂຍບາຍ ແລະ ລະບຽບການເພື່ອດຶງດູດການລົງທຶນ.ຕົວເລກໂຮງງານໃນລາວຍັງຄົງຂະຫຍາຍຕົວໃນລະດັບ 5 ສ່ວນຮ້ອຍຕໍ່ປີ, ຕາມສະຖິຕິຈາກກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີ 2016 ລາວມີໂຮງງານທັງໝົດ 13,148 ແຫ່ງ, ເຊິ່ງລວມມີ ໂຮງງານຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ ແລະ ຂະໜາດຄົວເຮືອນ, ຕາມຂໍ້ມູນໃນເວັບໄຊຂອງກະຊວງ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດ LOCA, ລ້ານຊ້າງປະກັນໄພ ຮ່ວມມືກັນເພື່ອປັບປຸງມາດຕະຖານການຄຸ້ມຄອງ

LOCA ຜູ້ໃຫ້ບໍລິການລົດຮັບສົ່ງອອນໄລ ລາຍທຳອິດຂອງລາວ  ໄດ້ເຊັນຂໍ້ຕົກລົງການຮ່ວມມືກັບບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມມາດຕະຖານການປົກປ້ອງໃນການບໍລິການ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ທັງສອງບໍລິສັດ ຈະເລີ່ມໃຫ້ການຄຸ້ມຄອງມາດຕະຖານສຳລັບການບໍລິການ LOCA, ເພື່ອຄຸ້ມຄອງສຸຂະພາບຂອງຜູ້ຂັບຂີ່.ອ່ານຕໍ່ ...

Taejun Kang

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PADA5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!