ລາວຄືບໜ້າໃນການພັດທະນາເສດຖະກິດສັງຄົມ ທ່າມກາງບັນຫາທ້າທາຍຫຼາຍດ້ານ, ຮອງນາຍົກກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2019 ໄດ້ຜະເຊີນກັບຂໍ້ຫຍຸ້ງຍາກຫຼາຍປະການໃນທົ່ວປະເທດ, ທ່ານຮອງນາຍົກລັດຖະມົນຕີ ກ່າວໃນພິທີເປີດກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ໃນຕອນເຊົ້າມື້ວານນີ້.

ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວ່າ ເສດຖະກິດມະຫາພາກແມ່ນຢູ່ພາຍໃຕ້ຄວາມກົດດັນ ເນື່ອງຈາກການຂາດດູນດ້ານງົບປະມານ ແລະ ການເຄື່ອນໄຫວຂອງຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດຕົກຕ່ຳ, ເຊິ່ງເຮັດໃຫ້ເງິນກີບອ່ອນຄ່າ ແລະ ສົ່ງຜົນໃຫ້ລາຄາສິນຄ້າ ແລະ ການບໍລິການເພີ່ມສູງຂຶ້ນ ແລະ ຄ່າຄອງຊີບກໍສູງຂຶ້ນ.

ອ່ານຕໍ່…

ມະນີຈັນ ປັນສີວົງໄຊ