ລັດຖະບານມີແຜນກະຕຸ້ນການຂະຫຍາຍຕົວຂອງເສດຖະກິດໃນປີ 2020

ວຽງຈັນ (ວຽງຈັນທາມສ໌) – ລາວຈຳເປັນຕ້ອງມີລວມຍອດຜະລິດຕະພັນພາຍໃນ (GDP) 27 ສ່ວນຮ້ອຍ ສຳລັບການພັດທະນາ ໃນປີ 2020 ເພື່ອຮັບປະກັນການຂະຫຍາຍຕົວດ້ານເສດຖະກິດຂອງຊາດຢ່າງຕໍ່ເນື່ອງ.

ໃນຈຳນວນດັ່ງກ່າວ, 4,750 ຕື້ກີບ, ຫຼື 10.2 ສ່ວນຮ້ອຍຂອງຈຳນວນທັງໝົດ ຈະມາຈາກງົບປະມານພາຍໃນ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ສະພາແຫ່ງຊາດໃນອາທິດແລ້ວນີ້.

ການລົງທຶນຂອງລັດຖະບານພາຍໃຕ້ການຊ່ວຍເຫຼືອຢ່າງເປັນທາງການເພື່ອການພັດທະນາ (ODA) ແມ່ນ 8,125 ຕື້ກີບ, ເຊິ່ງທຽບເທົ່າກັບ 17.5 ສ່ວນຮ້ອຍຂອງການລົງທຶນທັງໝົດ.

ອ່ານຕໍ່…

ໂຕະຂ່າວ