ຫົວໜ່ວຍທຸລະກິດລາວ ໄດ້ຮັບລາງວັນທຸລະກິດດີເດັ່ນຂອງອາຊຽນ ສອງປີຊ້ອນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ສ້າງຄວາມປະທັບໃຈໃນກຸ່ມນັກທຸລະກິດ ດ້ວຍຜົນງານທີ່ເດັ່ນໃນງານລາຕີ ມອບລາງວັນທຸລະກິດອາຊຽນ (ABA) 2019 ເຊິ່ງຈັດຂຶ້ນໃນທຸກໆປີ ໂດຍສະພາທີ່ປຶກສາທຸລະກິດອາຊຽນ ນັບແຕ່ມີການກໍ່ຕັ້ງໃນປີ 2007 ເພື່ອໃຫ້ການຍ້ອງຍໍຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນທົ່ວພາກພື້ນອາຊຽນ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຄວາມຈະເລີນຂອງພາກພື້ນອາຊຽນ ໃນຂະນະດຽວກັບກໍເປັນຕົວແບບທີ່ດີ ເພື່ອສົ່ງເສີມການຂະຫຍາຍເສດຖະກິດ, ຄວາມຍືນຍົງ ແລະ ນະວັດຕະກຳ ໃນປະເທດບ້ານເກີດເມືອງນອນຂອງຕົນ.

ງານ ABA ສ້າງໂອກາດອັນດີໃນການເປີດຫູເປີດຕາ ໃນລະດັບພາກພື້ນ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ  ແລະ ການຂະຫຍາຍເຄືອຂ່າຍ ໃນຊຸມຊົນທຸລະກິດອາຊຽນ. ງານດັ່ງກ່າວໃຫ້ຄວາມໃສ່ໃຈເປັນພິເສດ ຕໍ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທີ່ດີເດັ່ນ ທີ່ມີທ່າແຮງໃນການຂະຫຍາຍຕົວສູ່ລະດັບພາກພື້ນໃນໄລຍະສັ້ນ ແລະ ລະດັບໂລກໃນໄລຍະຍາວ.

ອ່ານຕໍ່…

ໂຕະຂ່າວ