ການປະກອບສ່ວນຕໍ່ເສດຖະກິດຂອງຂະແໜງການບໍລິການໃນລາວ ຍັງບໍ່ທັນພຽງພໍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຂະນະທີ່ຂະແໜງການບໍລິການ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ອຳນາດການປົກຄອງຍັງເຫັນວ່າ ການປະກອບສ່ວນຂອງຂະແໜງການດັ່ງກ່າວ ຍັງບໍ່ທັນພຽງພໍ ເນື່ອງຈາກສ່ວນປະກອນຕົ້ນຕໍ ຍັງຄົງແມ່ນການນຳເຂົ້າ. 

ໃນປີນີ້ ລັດຖະບານປະເມີນວ່າ ຂະແໜງການບໍລິການຈະຂະຫຍາຍຕົວໃນລະດັບເຈັດສ່ວນຮ້ອຍ ຫຼື ເພີ່ມຂຶ້ນ 0.4 ສ່ວນຮ້ອຍໃນລວມຍອດຜະລິດຕະພັນພາຍໃນ (GDP).

ຂະແໜງການບໍລິການຂາຍຍົກ ແລະ ຂາຍຍ່ອຍ ແລະ ຂະແໜງສ້ອມແປງຍານພາຫະນະ ຂະຫຍາຍຕົວ 9.9 ສ່ວນຮ້ອຍ ແລະ ປະກອບສ່ວນ 1.4 ສ່ວນຮ້ອຍຕໍ່ການຂະຫຍາຍຕົວຂອງຂະແໜງດັ່ງກ່າວ; ຂະແໜງອະສັງຫາລິມະຊັບຂະຫຍາຍຕົວ 6.7 ສ່ວນຮ້ອຍ ແລະ ປະກອນສ່ວນ 0.4 ສ່ວນຮ້ອຍ, ຂະແໜງການເງິນ ແລະ ຫຼັກຊັບ ຂະຫຍາຍຕົວ 7.7 ສ່ວນຮ້ອຍ ແລະ ປະກອນສ່ວນ 0.2 ສ່ວນຮ້ອຍ ແລະ ບ້າຍພັກ, ໂຮງແຮມ ແລະ ຮ້ານອາຫານ ຂະຫຍາຍຕົວ 5.3 ສ່ວນຮ້ອຍ ແລະ ປະກອນສ່ວນ 0.1 ສ່ວນຮ້ອຍ.

ອ່ານຕໍ່…

ໂຕະຂ່າວ