ບໍລິສັດ LVMC (Kolao) ຊື້ຫຸ້ນບໍລິສັດ GMS ການຄ້າໃນລາວ, ໝາຍຕາຂະຫຍາຍທຸລະກິດໃໝ່

ບໍລິສັດ LVMC Holdings, ທີ່ປ່ຽນຊື່ຈາກບໍລິສັດ Kolao Holdings, ຖະແຫຼງກ່ຽວກັບຊື້ຫຸ້ນ 100 ສ່ວນຮ້ອຍຂອງບໍລິສັດ GMS ການຄ້າຈຳກັດຜູ້ດຽວໃນລາວ ມູນຄ່າ USD 357,623. ບາດກ້າວດັ່ງກ່າວ ແມ່ນການສານຕໍ່ “ທຸລະກິດໃໝ່” ເຊິ່ງທາງບໍລິສັດຍັງບໍ່ເປີດເຜີຍລາຍລະອຽດ.

ບໍລິສັດ GMS ການຄ້າ ດຳເນີນທຸລະກິດໃນການພັດທະນາອະສັງຫາລິມະຊັບ ແລະ ຈຳໜ່າຍເຄື່ອງໃຊ້ໃນຄົວເຮືອນ ແລະ ສິນຄ້າການກະເສດໃນລາວ. ໃນຂະນະທີ່ ບໍລິສັດ LVMC ມີທຸລະກິດຫຼາຍຢ່າງ ເຊັ່ນ ຈຳໜ່າຍລົດຍີ້ຫໍ້ຕ່າງໆທົ່ວໂລກ, ຜະລິດຊິ້ນສ່ວນ ແລະ ອາໄຫຼ່ລົດ, ຜະລິດ ແລະ ຈຳໜ່າຍລົດຈັກ, ຄ້າຂາຍລົດໃຫຍ່, ບໍລິການເຊົ່າ ແລະ ອື່ນໆ.

ອ່ານຕໍ່…

Taejun Kang