ເສດຖະກິດ ແລະ ການຄ້າ

ການບໍລິການດ້ານການເງິນ ແລະ ການທະນາຄານ

ການປ່ອຍເງິນກູ້ຢືມຈາກທະນາຄານຊັກຊ້າລົງທ່າມກາງສະພາບເສດຖະກິດທີ່ຫຼຸດຜ່ອນການຂະຫຍາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ການປ່ອຍສິນເຊື່ອຂອງທະນາຄານເຂົ້າສູ່ເສດຖະກິດຍັງສືບຕໍ່ຊັກຊ້າ ທັງໆທີ່ລັດຖະບານໄດ້ອອກມາດຕະການປັບປຸງສະພາບແວດລ້ອມການລົງທຶນສຳລັບຂະແໜງເອກະຊົນ.ອີງຕາມບົດລາຍງານຫຼ້າສຸດຂອງລັດຖະບານ, ການເຕີບໂຕຂອງສິນເຊື່ອຍັງຄົງສືບຕໍ່ຊັກຊ້າໃນອັດຕາ 3.13 ເປີເຊັນໃນຊ່ວງສາມເດືອນຜ່ານມາ, ເຊິ່ງກວມພຽງແຕ່ 46.32 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP).ອັດຕາການຂະຫຍາຍຕົວຂອງສິນເຊື່ອແມ່ນຕ່ຳກວ່າຄາດໝາຍທີ່ສະເໜີຕໍ່ສະພາແຫ່ງຊາດຄື 55 ເປີເຊັນຂອງ GDP  ຫຼັງຈາກທີ່ມີການເຕີບໂຕສູງສຸດໃນຊຸມປີຜ່ານມາ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/bank-lending-slows-amid-economic-downturn-laos-100123

ທະນາຄານກາງສົ່ງເສີມການຮ່ວມມືເພື່ອສ້າງມາດຕະຖານການຈ່າຍເງິນໂດຍນຳໃຊ້ລະຫັດ QR code ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ຮຽກຮ້ອງການຮ່ວມມືຢ່າງໃກ້ຊິດກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງມາດຕະຖານການຈ່າຍເງິນໂດຍນຳໃຊ້ລະຫັດ QR code ສຳລັບທະນາຄານ ແລະ ສະຖາບັນການເງິນຕ່າງໆ ເພື່ອເພີ່ມຄວາມສະດວກໃນການຈ່າຍເງິນ.ເຈົ້າໜ້າທີ່ຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ ລວມທັງຕົວແທນຈາກຂະແໜງການທີ່ກ່ຽວຂ້ອງ ຮ່ວມປະຊຸມຢູ່ວຽງຈັນໃນວັນສຸກແລ້ວນີ້ ເພື່ອຮຽນຮູ້ກ່ຽວກັບການສ້າງມາດຕະຖານການຈ່າຍເງິນໂດຍນຳໃຊ້ລະຫັດ QR code ແລະ ການພັດທະນາ QR code ຈາກເຈົ້າໜ້າທີ່ລະດັບສູງຂອງທະນາຄານແຫ່ງປະເທດໄທ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/central-bank-urges-cooperation-create-qr-code-payment-standard-vietnam-98978

ກະຊວງຕັ້ງເປົ້າປະຕິຮູບຜ່ານໂຄງການລົງທຶນຂອງລັດ

ກະຊວງການເງິນເຊື່ອວ່າການຄຸ້ມຄອງລະບົບການເງິນຂອງລັດຈະມີປະສິດທິຜົນ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ດີຍິ່ງຂຶ້ນ ພາຍຫຼັງການລິເລີ່ມການຈັດຕັ້ງປະຕິບັດສອງໂຄງການເພື່ອສະໜັບສະໜູນການປະຕິຮູບໃນວັນສຸກແລ້ວນີ້.ການລິເລີ່ມສອງໂຄງການດັ່ງກ່າວມີຄື ໂຄງການເສີມຂະຫຍາຍການຄຸ້ມຄອງການເງິນຂອງລັດຜ່ານການນຳໃຊ້ເທັກໂນໂລຢີ ແລະ ທັກສະດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ໂຄງການປະຕິຮູບການຄຸ້ມຄອງການເງິນຂອງລັດ (EU-WB TF).ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ລັດຖະບານຮ້ອງຂໍສະພາແຫ່ງຊາດໃຫ້ພິຈາລະນານະໂຍບາຍການລົງທຶນ BOT ໃນອະນາຄົດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາການນຳໃຊ້ນະໂຍບາຍເພື່ອດຶງດູດການລົງທຶນຈາກຕ່າງປະເທດ ສຳລັບໂຄງການພັດທະນາພື້ນຖານໂຄງລ່າງຂອງລັດ.ລັດຖະບານຕ້ອງການສົ່ງເສີມການລົງທຶນທີ່ຈົດທະບຽນພາຍໃຕ້ຕົວແບບ ສ້າງ-ດຳເນີນການ-ສົ່ງມອບ (BOT) ເຊິ່ງທຸລະກິດເອກະຊົນເປັນຜູ້ລົງທຶນຮ້ອຍສ່ວນຮ້ອຍ ຈາກນັ້ນວິສາຫະກິດຈະເປັນຜູ້ຄຸ້ມຄອງພາຍໃນກຳນົດເວລາທີ່ຕົກລົງກັນ ກ່ອນຈະສົ່ງມອບ ແລະ ສືບຕໍ່ດຳເນີນການໂດຍລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-govt-asks-na-consider-incentives-future-bot-investments-98384

ເອເວີເຣັກສ໌ ຖະແຫຼງການຮ່ວມມືກັບທະນາຄານພັດທະນາລາວ

ບໍລິສັດ ອີວີເອັກສ໌ ໂຮດິງ ຈຳກັດ (EVX Holdings, Pte. Ltd.) ຜູ້ໃຫ້ບໍລິການ ບລ໋ອກເຊນ ຂອງປະເທດສິງກະໂປ ດຳເນີນການໃນນາມຂອງ ເອເວີເຣັກສ໌, ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບທະນາຄານພັດທະນາລາວ ເພື່ອພັດທະນາ ແລະ ຈັດຕັ້ງເທັກໂນໂນຢີ ບລ໋ອກເຊນ ເພື່ອການຈ່າຍເງິນຂ້າມຊາຍແດນ ແລະ ການເງິນເພື່ອການຄ້າ.ອ່ານຕໍ່ ...

Diana Ngo
https://coinjournal.net/everex-announces-collaboration-with-lao-development-bank/

ລາວພວມເລັ່ງຈັດຕັ້ງປະຕິບັດນະໂຍບາຍຄວບຄຸມເງິນຕາ: ນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ການຄຸ້ມຄອງເງິນຕາຂອງລາວກຳລັງໄດ້ຮັບການເລັ່ງຈັດຕັ້ງປະຕິບັດໃນທົ່ວປະເທດ ເພື່ອເຮັດໃຫ້ອັດຕາເງິນເຟີ້ຄົງທີ່ຢູ່ທີ່ 1.5 ເປີເຊັນ.ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດໄດ້ມອບໝາຍພາລະກິດໃຫ້ລັດຖະບານ ຄວບຄຸມອັດຕາແລກປ່ຽນເງິນຕາຕ່າງປະເທດໃຫ້ຢູ່ໃນລະດັບຕ່ຳກວ່າ 5 ເປີເຊັນພາຍໃນທ້າຍປີນີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/currency-control-measures-being-moderately-implemented-lao-pm-98319

ເຈົ້າໜ້າທີ່ທະນາຄານຮຽນຮູ້ກ່ຽວກັບການຄຸ້ມຄອງຄວາມສ່ຽງທີ່ກ່ຽວຂ້ອງກັບການອະນຸມັດເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມນັກການທະນາຄານລາວ (LBA) ກຳລັງມີການຍົກລະດັບທັກສະໃຫ້ແກ່ພະນັກງານທະນາຄານທີ່ເປັນສະມາຊິກສະມາຄົມ ໃນການເພີ່ມຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງຄວາມສ່ຽງ ແລະ ການປ້ອງກັນການຟອກເງິນ ແລະ ການສະໜັບສະໜູນທາງການເງິນເພື່ອການກໍ່ການຮ້າຍ.ທ່ານ ພູໂຂງ ຈັນທະຈັກ ປະທານ LBA ກ່າວຕໍ່ຜູ້ເຂົ້າຮ່ວມກອງປະຊຸມວິຊາການກ່ຽວກັບບັນຫາເຫຼົ່ານີ້ໃນມື້ວານນີ້ວ່າ ທາງສະມາຄົມໃຫ້ບູລິມະສິດການເສີມຂະຫຍາຍ ແລະ ຍົກລະດັບທັກສະໃຫ້ແກ້ພະນັກງານທະນາຄານທີ່ຮັບຜິດຊອບໃນການປ້ອງກັນການຟອກເງິນ ແລະ ການສະໜັບສະໜູນທາງການເງິນເພື່ອການກໍ່ການຮ້າຍ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ເຈົ້າໜ້າທີ່ທະນາຄານຮຽນຮູ້ກ່ຽວກັບວິທີການໃໝ່ໃນການຈ່າຍເງິນໃນທົ່ວໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໃນລາວຫວັງວ່າ ການນຳສະເໜີການບໍລິການທີ່ວ່ອງໄວ ແລະ ມີຄຸນນະພາບຈະຕ້ອງຄຽງຄູ່ກັບຄວາມປອດໄພເພີ່ມເຕີມໃນຂັ້ນຕອນການຈ່າຍເງິນຂ້າມຊາຍແດນ, ເພື່ອປັບປຸງການບໍລິການ ແລະ ປົກປ້ອງລູກຄ້າ.ເພື່ອຈຸດປະສົງດັ່ງກ່າວ, ສະມາຄົມເຈົ້າໜ້າທີ່ທະນາຄານລາວ ໄດ້ເຊີນຊ່ຽວຊານຈາກສະມາຄົມການໂອນເງິນລະຫວ່າງທະນາຄານທົ່ວໂລກ (SWIFT), ເຊິ່ງເປັນຜູ້ໃຫ້ບໍລິການສົ່ງຂໍ້ຄວາມທາງການເງິນທີ່ປອດໄພທົ່ວໂລກ, ມາໃຫ້ຄວາມຮູ້ ແລະ ແລກປ່ຽນປະສົບການກ່ຽວກັບນະວັດຕະກຳການຈ່າຍເງິນທົ່ວໂລກ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ

ທະນາຄານກາງເຕືອນຫ້າມມນຳໃຊ້ສະກຸນເງິນ cryptocurrencies

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ເຕືອນໃຫ້ທະນາຄານການຄ້າ, ຫົວໜ່ວຍທຸລະກິດ ແລະ ມະຫາຊົນຫ້າມທຳການຊື້, ຂາຍ ຫຼື ນຳໃຊ້ ສະກຸນເງິນອີເລັກໂທຣນິກ cryptocurrencies ສຳລັບການເຄື່ອນໄຫວທາງການເງິນ ເນື່ອງຈາກການກະທຳດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍ.ພະແນກຄຸ້ມຄອງລະບົບການເຄື່ອນໄຫວທາງການເງິນຂອງທະນາຄານກາງ ໄດ້ອອກແຈ້ງເຕືອນ ຫຼັງພົບວ່າສະກຸນເງິນອີເລັກໂທຣນິກ cryptocurrencies ເຊັ່ນວ່າ Bitcoin, Ethereum ແລະ Litecoin ມີການໂຄສະນາການນຳໃຊ້ຜ່ານທາງສື່ສັງຄົມອອນລາຍ ທັງໆທີ່ທະນາຄານກາງໄດ້ສັ່ງຫ້າມການນຳໃຊ້ສະກຸນເງິນເຫຼົ່ານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວມີແຜນຊຸກຍູ້ການໃຊ້ຈ່າຍແບບບໍ່ໃຊ້ເງິນສົດ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ກຳລັງທຳການຮ່າງແຜນເພື່ອສົ່ງເສີມການໃຊ້ຈ່າຍແບບບໍ່ໃຊ້ເງິນສົດ ແລະ ອຳນວຍຄວາມສະດວກ ແລະ ຄຸ້ມຄອງການເຄື່ອນໄຫວທາງການເງິນໃນລາວ.ການນຳໃຊ້ກະເປົາເງິນແບບອີເລັກໂທຮນິກ (e-wallets) ຜ່ານລະບົບທະນາຄານພວມກາຍເປັນຮູບແບບໃໝ່ໃນການໃຊ້ຈ່າຍຂອງຜູ້ທີ່ຢູ່ອາໄສໃນຕົວເມືອງ. ເຂົາເຈົ້າມີການຈ່າຍອາກອນ, ບິນຄ່ານ້ຳຄ່າໄຟ, ບິນຄ່າສິນຄ້າ ແລະ ບໍລິການ, ແລະ ທຳການໂອນເງິນຕ່າງໆຜ່ານທາງໂທລະສັບມືຖື. ເຊິ່ງຕໍ່ໄປຈະບໍ່ມີຄວາມຈຳຈະເປັນຕ້ອງລຽນແຖວເພື່ອຊຳລະເງິນຄ່າຕ່າງໆອີກ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kEUCD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!