ທະນາຄານກາງສົ່ງເສີມການຮ່ວມມືເພື່ອສ້າງມາດຕະຖານການຈ່າຍເງິນໂດຍນຳໃຊ້ລະຫັດ QR code ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ຮຽກຮ້ອງການຮ່ວມມືຢ່າງໃກ້ຊິດກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງມາດຕະຖານການຈ່າຍເງິນໂດຍນຳໃຊ້ລະຫັດ QR code ສຳລັບທະນາຄານ ແລະ ສະຖາບັນການເງິນຕ່າງໆ ເພື່ອເພີ່ມຄວາມສະດວກໃນການຈ່າຍເງິນ.

ເຈົ້າໜ້າທີ່ຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ ລວມທັງຕົວແທນຈາກຂະແໜງການທີ່ກ່ຽວຂ້ອງ ຮ່ວມປະຊຸມຢູ່ວຽງຈັນໃນວັນສຸກແລ້ວນີ້ ເພື່ອຮຽນຮູ້ກ່ຽວກັບການສ້າງມາດຕະຖານການຈ່າຍເງິນໂດຍນຳໃຊ້ລະຫັດ QR code ແລະ ການພັດທະນາ QR code ຈາກເຈົ້າໜ້າທີ່ລະດັບສູງຂອງທະນາຄານແຫ່ງປະເທດໄທ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/central-bank-urges-cooperation-create-qr-code-payment-standard-vietnam-98978