ເຈົ້າໜ້າທີ່ທະນາຄານຮຽນຮູ້ກ່ຽວກັບການຄຸ້ມຄອງຄວາມສ່ຽງທີ່ກ່ຽວຂ້ອງກັບການອະນຸມັດເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມນັກການທະນາຄານລາວ (LBA) ກຳລັງມີການຍົກລະດັບທັກສະໃຫ້ແກ່ພະນັກງານທະນາຄານທີ່ເປັນສະມາຊິກສະມາຄົມ ໃນການເພີ່ມຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງຄວາມສ່ຽງ ແລະ ການປ້ອງກັນການຟອກເງິນ ແລະ ການສະໜັບສະໜູນທາງການເງິນເພື່ອການກໍ່ການຮ້າຍ.

ທ່ານ ພູໂຂງ ຈັນທະຈັກ ປະທານ LBA ກ່າວຕໍ່ຜູ້ເຂົ້າຮ່ວມກອງປະຊຸມວິຊາການກ່ຽວກັບບັນຫາເຫຼົ່ານີ້ໃນມື້ວານນີ້ວ່າ ທາງສະມາຄົມໃຫ້ບູລິມະສິດການເສີມຂະຫຍາຍ ແລະ ຍົກລະດັບທັກສະໃຫ້ແກ້ພະນັກງານທະນາຄານທີ່ຮັບຜິດຊອບໃນການປ້ອງກັນການຟອກເງິນ ແລະ ການສະໜັບສະໜູນທາງການເງິນເພື່ອການກໍ່ການຮ້າຍ.

ອ່ານຕໍ່…

ບຸນແຝງ ໄພມະນີວົງ