ເສດຖະກິດ ແລະ ການຄ້າ

ການບໍລິການດ້ານການເງິນ ແລະ ການທະນາຄານ

ເຢຍລະມັນ, ອອສ໌ເຕຣເລຍຊ່ວຍເປີດປະຕູດ້ານແຫຼ່ງທຶນສຳລັບກຸ່ມທີ່ມີລາຍໄດ້ຕ່ຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນ ແລະ ອອສ໌ເຕຣເລຍໄດ້ຊ່ວຍເຫຼືອທຶນຈຳນວນ US$4.5 ລ້ານໂດລາ ເພື່ອພັດທະນາລະບົບການລະດັບທ້ອງຖິ່ນ ເພື່ອຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ທຸກຍາກໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.ຕາງໜ້າຈາກລັດຖະບານລາວ, ເຢຍລະມັນ ແລະ ອອສ໌ເຕຣເລຍ ໄດ້ຮ່ວມປະຊຸມໃນວັນທີ 9 ພຶດສະພາ ເພື່ອເພື່ອເປີດຕົວໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຜູ້ທຸກຍາກ (AFP) ໄລຍະທີ 5 ມູນຄ່າ US$4.5 ລ້ານໂດລາ.ອ່ານຕໍ່ໍໍໍ່ ...

ໂຕະຂ່າວ

ທະນາຄານເຜີຍ ຄົນລາວນິຍົມເງິນຕາຕ່າງປະເທດຫຼາຍກວ່າເງິນກີບ

ວຽງຈັນ (ວຽງຈັນທາມສ໌/ANN) – ໜ່ວຍທຸລະກິດ ແລະ ສາທາລະນະຊົນນິຍົມຝາກເງິນໃນບັນຊີເງິນຕາຕ່າງປະເທດ ເຖິງວ່າທະນາຄານແຫ່ງລັດຈະສົ່ງເສີມການນຳໃຊ້ເງິນກີບ.ຕາມບົດລາຍງານປະຈຳປີຫຼ້າສຸດຂອງທະນາຄານແຫ່ງ ສປປ ລາວ, ອັດຕາສ່ວນເງິນຝາກເປັນສະກຸນເງິນກີບໃນລະບົບທະນາຄານ ຄາດຄະເນວ່າກວມພຽງ 45.8% ຂອງເງິນຝາກທັງໝົດ. ສ່ວນທີ່ເຫຼືອແມ່ນເງິນຝາກໃນບັນຊີເງິນຕາຕ່າງປະເທດ.ອ່ານຕໍ່ ...

ເອກະພອນ ພູທອນສີ

BCEL ເປີດຕົວບັດເຄຣດິດ Mastercard ແລະ ບັດ prepaid Mastercard ທີ່ສາມາດນຳໃຊ້ໃນທົ່ວໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ມະຫາຊົນ ໄດ້ເປີດຕົວບັດເດບິດແບບຈ່າຍລ່ວງໜ້າ ແລະ ບັດເຄຣດິດຢ່າງເປັນທາງການ ພາຍໃຕ້ຍີ້ຫໍ້ BCEL World Mastercard ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການທ່ອງທ່ຽວ ແລະ ຊື້ເຄື່ອງຂອງຄົນລາວ ດ້ວຍທາງເລືອກທີ່ປອດໄພ ແລະ ດີກວ່າການນຳໃຊ້ເງິນສົດ ທັງສະດວກຕໍ່ການເຂົ້າເຖິງຂອງທຸກຄົນ.ພິທີເປີດຕົວຜະລິດຕະພັນບັດ BCEL World Mastercard Credit Card ແລະ BCEL Prepaid Mastercard ໄດ້ມີຂຶ້ນທີ່ວຽງຈັນ ໃນວັນສຸກຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ບຸນເຫຼືອ ສີໄຊວໍລະວົງ ຫົວໜ້າກົມນະໂຍບາຍ ແລະ ນິຕິກຳການເງິນພາຍໃຕ້ກະຊວງການເງິນ ແລະ ປະທານຄະນະອຳນວຍການ BCEL.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານກາງຂອງໄທ ແລະ ລາວລົງນາມ MOU ເສີມຂະຫຍາຍການຮ່ວມມື

ທະນາຄານແຫ່ງປະເທດໄທ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນຂົງເຂດວຽກງານນະວັດຕະກຳທາງການເງິນ ແລະ ລະບົບການຈ່າຍເງິນ ທີ່ຊຽງລາຍ ວານນີ້ ພາຍຫຼັງການພົບປະໃນກອງປະຊຸມລັດຖະມົນຕີອາຊຽນ ແລະ ກອງປະຊຸມລັດຖະບານກາງອາຊຽນ, ແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງ.ທ່ານ ວີຣະໄທ ສັນຕິພາພົບ ອຳນວຍການທະນາຄານແຫ່ງປະເທດໄທ ແລະ ທ່ານ ສົມດີ ດວງດີ ອຳນວຍການທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນ MOU ແນໃສ່ເສີມຂະຫຍາຍການຮ່ວມມືທາງດ້ານນະວັດຕະກຳການເງິນ ແລະ ການບໍລິການເບີກຈ່າຍ ເພື່ອສົ່ງເສີມການເຄື່ອນໄຫວທາງການເງິນພາຍໃນ ແລະ ລະຫວ່າງປະເທດໃຫ້ມີປະສິດທິພາບ ແລະ ຄວາມປອດໄພຍິ່ງຂຶ້ນ, ກໍຄືສົ່ງເສີມການນຳໃຊ້ເງິນຕາຂອງປະເທດ. ອ່ານຕໍ່ ...

The Nation

ທະນາຄານແຫ່ງຊາດຈະສືບຕໍ່ສົ່ງເສີມຄວາມຮູ້ດ້ານການເງິນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ຄູ່ຮ່ວມພັດທະນາມີຄວາມສົນໃຈໃນການສົ່ງເສີມຄວາມຮູ້ກ່ຽວກັບການເງິນໃຫ້ກັບປະຊາຊົນລາວຫຼາຍຂຶ້ນ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບທັກສະທາງດ້ານເສດຖະກິດທີ່ສຳຄັນ.ທຫລ, ເຊິ່ງເປັນໜ່ວຍງານຫຼັກຂອງຂະແໜງການເງິນລາວ ໄດ້ສະຫຼຸບກ່ຽວກັບມາດຕະການໃນການປົກປ້ອງລູກຄ້າ ແລະ ສົ່ງເສີມຄວາມຮູ້ທາງດ້ານການເງິນ ໃນແຜນຍຸດທະສາດ 10ປີ ແລະ ແນວທາງໃນເຂົ້າເຖິງການບໍລິການດ້ານການເງິນ.   ນະໂຍບາຍດັ່ງກ່າວຍັງລວມເອົາການສົ່ງເສີມຄວາມຮູ້ທາງດ້ານການເງິນເຂົ້າໃນຂະບວນການຈັດຕັ້ງປະຕິບັດຍຸດທະສາດການສຶກສາດ້ານການເງິນ.ອ່ານຕໍ່ ...

ໂຕະຂ່າວ

ຂະແໜງການທະນາຄານໃນລາວປັບປຸງລະບຽບການທາງການເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການທະນາຄານຂອງລາວກຳລັງມີການປັບປຸງລະບຽບການ ແລະ ດັດປັບການກະກຽມສຳລັບການຈັດຕັ້ງປະຕິບັດຫຼັກການ Basel II, ລວມທັງການຮຽນຮູ້ກ່ຽວກັບມາດຕະຖານການລາຍງານທາງການເງິນສາກົນ (IFRS 9).IFRS 9 ແມ່ນໄດ້ຮັບການປະກາດໃຊ້ໂດຍຄະນະກຳມະການມາດຕະຖານການບັນຊີສາກົນ (IASB) ແລະ ນຳໃຊ້ເພື່ອເປັນເຄື່ອງມືທາງການເງິນ. ເຊິ່ງປະກອບດ້ວຍສາມຫົວຂໍ້ຫຼັກຄື: ການຈຳແນກ ແລະ ການວັດແທກເຄື່ອງມືທາງການເງິນ, ການເຊື່ອມມູນຄ່າຂອງຊັບສິນທາງການເງິນ ແລະ ການບັນຊີປ້ອງກັນຄວາມສ່ຽງ.ອ່ານຕໍ່ ...

ໂຕະຂ່າວ

LCS ປະກັນໄພອະນຸມັດການຂາຍຫຸ້ນ BCEL 

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ຕາງໜ້າກະຊວງການເງິນ ຮັບຂໍ້ຕົກລົງຈາກບໍລິສັດປະກັນໄພລາວ-ຈີນຈຳກັດ (LCS), ເຊິ່ງເປັນບໍລິສັດທີ່ປຶກສາທາງການເງິນ ແລະ ການຄຸ້ມຄອງປະກັນໄພ, ສຳລັບການຂາຍຫຸ້ນ BCEL ຈຳນວນ 19% ທີ່ຖືຄອງໂດຍກະຊວງ.ອ່ານຕໍ່ ...

ໂຕະຂ່າວ

BOL ເຕືອນທຸລະກິດການເງິນຈຸນລະພາກທີ່ບໍ່ແມ່ນທະນາຄານບໍ່ໃຫ້ຊື້ຂາຍແລກປ່ຽນເງິນຕາຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ເຕືອນມະຫາຊົນບໍ່ໃຫ້ແລກປ່ຽນ, ຊື້ ຫຼື ຂາຍເງິນຕາຕ່າງປະເທດ ຜ່ານຫ້າປະເພດສະຖາບັນການເງິນຈຸນລະພາກທີ່ບໍ່ແມ່ນທະນາຄານ.ຫ້າປະເພດທຸລະກິດການເງິນຈຸນລະພາກມີຄື ສະຖາບັນການເງິນຈຸນລະພາກຮັບຝາກເງິນ, ສະຖາບັນການເງິນຈຸນລະພາກບໍ່ຮັບຝາກເງິນ, ສະຫະພັນເງິນຝາກ ແລະ ສິນເຊື່ອ, ທຸລະກິດເຊົ່າ, ແລະ ທຸລະກິດຊວດຈຳ, ທ່ານ ອາລຸນ ບຸນຍົງ ຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນຂອງທະນາຄານກາງ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານການຊຸກຍູ້ການສ້າງສະຖຽນລະພາບໃຫ້ເງິນກີບ

ທະນາຄານແຫ່ງ ສປປ ລາວ ຕ້ອງນຳໃຊ້ມາດຕະການທີ່ເປັນຮູບປະທຳເພື່ອຮັກສາຄ່າຂອງເງິນກີບ ບໍ່ດັ່ງນັ້ນລາວອາດຕ້ອງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງໃນການຮັກສາຄ່າຄອງຊີບໃຫ້ຢູ່ໃນລະດັບທີ່ສາມາດຢູ່ໄດ້ ຕາມບົດລາຍງານຈາກສູນສະຖິຕິແຫ່ງຊາດ.ສູນສະຖິຕິແຫ່ງຊາດເຊິ່ງເປັນໜ່ວຍງານຮັບຜິດຊອບເກັບກຳຂໍ້ມູນເສດຖະກິດສັງຄົມ ໄດ້ເປີດເຜີຍບົດລາຍງາຍກ່ຽວກັບສະຖານະການເງິນເຟີ້ຫຼ້າສຸດໃນລາວ, ເຊິ່ງຍົກໃຫ້ເຫັນສິ່ງທ້າທາຍທີ່ປະເທດກຳລັງຜະເຊີນໃນປະຈຸບັນ ໂດຍສະເພາະແມ່ນການເພີ່ມສູງຂຶ້ນຂອງຄ່າຄອງຊີບ ຍ້ອນໄພເງິນເຟີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ສະພາອຸດສາຫະກຳ ແລະ ການຄ້າລາວຮ່າງຂັ້ນຕອນລະອຽດໃນການພັດທະນາດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ (LNCCI) ກຳລັງພັດທະນາຍຸດທະສາດທຸລະກິດໄລຍະຍາວ ໂດຍອີງໃສ່ການພັດທະນາແບບຍືນຍົງ ແລະ ສີຂຽວ, ເພື່ອໃຫ້ສອດຄ່ອງຕາມນະໂຍບາຍກ່ຽວກັບການພັດທະນາ SME ຂອງລັດຖະບານ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eyeHN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!