ທະນາຄານກາງຂອງໄທ ແລະ ລາວລົງນາມ MOU ເສີມຂະຫຍາຍການຮ່ວມມື

ທະນາຄານແຫ່ງປະເທດໄທ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນຂົງເຂດວຽກງານນະວັດຕະກຳທາງການເງິນ ແລະ ລະບົບການຈ່າຍເງິນ ທີ່ຊຽງລາຍ ວານນີ້ ພາຍຫຼັງການພົບປະໃນກອງປະຊຸມລັດຖະມົນຕີອາຊຽນ ແລະ ກອງປະຊຸມລັດຖະບານກາງອາຊຽນ, ແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງ.

ທ່ານ ວີຣະໄທ ສັນຕິພາພົບ ອຳນວຍການທະນາຄານແຫ່ງປະເທດໄທ ແລະ ທ່ານ ສົມດີ ດວງດີ ອຳນວຍການທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນ MOU ແນໃສ່ເສີມຂະຫຍາຍການຮ່ວມມືທາງດ້ານນະວັດຕະກຳການເງິນ ແລະ ການບໍລິການເບີກຈ່າຍ ເພື່ອສົ່ງເສີມການເຄື່ອນໄຫວທາງການເງິນພາຍໃນ ແລະ ລະຫວ່າງປະເທດໃຫ້ມີປະສິດທິພາບ ແລະ ຄວາມປອດໄພຍິ່ງຂຶ້ນ, ກໍຄືສົ່ງເສີມການນຳໃຊ້ເງິນຕາຂອງປະເທດ.

ອ່ານຕໍ່…

The Nation