ທະນາຄານແຫ່ງຊາດຈະສືບຕໍ່ສົ່ງເສີມຄວາມຮູ້ດ້ານການເງິນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ຄູ່ຮ່ວມພັດທະນາມີຄວາມສົນໃຈໃນການສົ່ງເສີມຄວາມຮູ້ກ່ຽວກັບການເງິນໃຫ້ກັບປະຊາຊົນລາວຫຼາຍຂຶ້ນ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບທັກສະທາງດ້ານເສດຖະກິດທີ່ສຳຄັນ.

ທຫລ, ເຊິ່ງເປັນໜ່ວຍງານຫຼັກຂອງຂະແໜງການເງິນລາວ ໄດ້ສະຫຼຸບກ່ຽວກັບມາດຕະການໃນການປົກປ້ອງລູກຄ້າ ແລະ ສົ່ງເສີມຄວາມຮູ້ທາງດ້ານການເງິນ ໃນແຜນຍຸດທະສາດ 10ປີ ແລະ ແນວທາງໃນເຂົ້າເຖິງການບໍລິການດ້ານການເງິນ.   ນະໂຍບາຍດັ່ງກ່າວຍັງລວມເອົາການສົ່ງເສີມຄວາມຮູ້ທາງດ້ານການເງິນເຂົ້າໃນຂະບວນການຈັດຕັ້ງປະຕິບັດຍຸດທະສາດການສຶກສາດ້ານການເງິນ.

ອ່ານຕໍ່…

ໂຕະຂ່າວ