ເສດຖະກິດ ແລະ ການຄ້າ
ການບໍລິການດ້ານການເງິນ ແລະ ການທະນາຄານ
ການອະນຸຍາດສຳລັບທຸລະກິດການເງິນຈຸນລະພາກຈະກັບມາໃນເດືອນມີນາ, ຕາມເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ມີແຜນກັບມາທຳການອະນຸມັດທຸລະກິດການເງິນຈຸນລະພາກເລີ່ມແຕ່ເດືອນມີນາເປັນຕົ້ນໄປ ຫຼັງຈາກໄດ້ມີການງົດການຊຳລະສະສາງຂອງໜ່ວຍທຸລະກິດດັ່ງກ່າວໃນປີ 2017.ຜູ້ປະກອບການທີ່ມີຄວາມສົນໃຈໃນການຈັດຕັ້ງທຸລະກິດການເງິນຈຸນລະພາກແບບບໍ່ມີການຝາກເງິນ, ການບໍລິການໂອນເງິນ, ທຸລະກິດເຊົ່າ ແລະ ໂຮງຈຳນຳ ສາມາດຍື່ນໃບສະໝັ້ກພ້ອມດ້ວຍເອກະສານທີ່ກ່ຽວຂ້ອງໄປຍັງພະແນກການທີ່ກ່ຽວຂ້ອງໃນເດືອນມີນາ.ອ່ານຕໍ່ ...
ໂຕະຂ່າວ
ສະມາຊິກສະພາແຫ່ງຊາດຊຸກຍູ້ໃຫ້ເຂັ້ມງວດມາດຕະການໃນການຄຸ້ມຄອງການແລກປ່ຽນເງິນຕາ
ບໍ່ຄວນມີການອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ໄດ້ດຳເນີນສະຖາບັນການເງິນ ເຮັດທຸລະກິດແລກປ່ຽນເງິນຕາ ເນື່ອງຈາກການກະທຳດັ່ງກ່າວຈະສົ່ງຜົນຕໍ່ຄ່າເງິນກີບ. ສະມາຊິກສະພາແຫ່ງຊາດໄດ້ໃຫ້ຄຳແນະນຳດັ່ງກ່າວໃນການຫາລືການດັດແກ້ຮ່າງກົດໝາຍວ່າງດ້ວຍທະນາຄານທຸລະກິດ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ທະນາຄານເອັກຊິມແຫ່ງປະເທດໄທເປີດສຳນັກງານຕົວແທນທີ່ວຽງຈັນ
(ຂປລ) ທະນາຄານເພື່ອການສົ່ງອອກ-ນຳເຂົ້າ (ເອັກຊິມ) ແຫ່ງປະເທດໄທໄດ້ເປີດສຳນັກງານຕົວແທນປະຈຳວຽງຈັນຢ່າງເປັນທາງການ ໃນວັນທີ 30 ພະຈິກນີ້ ເພື່ອສະໜັບສະໜູນນະໂຍບາຍຂອງລັດຖະບານ ກ່ຽວກັບການສ້າງປຶກແຜ່ນທາງດ້ານການຄ້າ ແລະ ການລົງທຶນໃນພາກພື້ນລຸ່ມແມ່ນ້ຳຂອງ ເຊິ່ງລວມມີປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ອ່ານຕໍ່ ...
ບັນນາທິການ ຂປລ
ເຄບີແບັງພ້ອມທີ່ຈະໃຫ້ບໍລິການທະນາຄານຜ່ານທາງມືຖືໃນລາວ
ທະນາຄານກະສິກອນຈຳກັດມະຫາຊົນ (ເຄບີແບັງ) ມີແຜນສົ່ງເສີມທຸລະກິດໃນລາວ ໂດຍການຂໍອະນຸຍາດເປີດຕົວການບໍລິການທະນະຄານຜ່ານໂທລະສັບມືຖື ແລະ ລະບົບດິຈິຕອລ ເພື່ອສົ່ງເສີມການຂະຫຍາຍທຸລະກິດໃຫ້ໄດ້ 15 ເປີເຊັນໃນປີ 2019, ຕາມການເປີດເຜີຍຂອງທ່ານ ພັດທະນະພົງ ຕັນສົມບູນ ຮອງປະທານລະດັບໜຶ່ງຂອງ ເຄບີແບັງ.ອ່ານຕໍ່ ...
ສົມລັກ ສີມະລີ
ທະນາຄານ ເຄແບັງ ໝາຍຂະຫຍາຍທຸລະກິດໃນລາວ
ເພື່ອເປັນສ່ວນໜຶ່ງຂອງຍຸດທະສາດຫຼັກໃນການຂະຫຍາຍທຸລະກິດໃນບັນດາປະເທດ AEC+3, ທະນາຄານ KBank ພ້ອມແລ້ວທີ່ຈະຂະຫຍາຍທຸລະກິດໃນ ສປປ ລາວ ຜ່ານການບໍລິການ ແລະ ການກະກຽມການຮ່ວມງານກັບທ້ອງຖິ່ນ, ຕາມການເປີດເຜີຍຂອງທະນາຄານຕໍ່ສື່ມວນຊົນໃນວັນສຸກແລ້ວນີ້.ສຳລັບປີ 2019 ທາງທະນາຄານຕັ້ງເປົ້າສຳລັບປ່ອຍເງິນກູ້ຢືມໃຫ້ໄດ້ 3 ຕື້ບາດໄທ, ເງິນຝາກໃຫ້ໄດ້ 2 ຕື້ບາດໄທ ແລະ ແລກປ່ຽນທຸລະກຳການເງິນໃຫ້ໄດ້ 18 ຕື້ບາດໄທ.ອ່ານຕໍ່ ...
The Nation
ຫວຽດຄັອມແບງເປີດທະນາຄານຕ່າງປະເທດແຫ່ງທຳອິດໃນລາວ
(ຂປລ) ຫວຽດຄັອມແບງ, ທະນາຄານການຄ້າຕ່າງປະເທດຮ່ວມຫຸ້ນຂອງຫວຽດນາມ ໄດ້ເປີດຕົວຫວຽດຄັອມແບງຢ່າງເປັນທາງການທີ່ວຽງຈັນໃນວັນທີ 17 ຕຸລາ.ຫວຽດຄັອມແບງລາວ ຕັ້ງຢູ່ຖະໜົນລ້ານຊ້າງ ເປັນໜຶ່ງໃນຫົວໜ່ວຍບໍລິການການເງິນການທະນາຄານໃນຕົວເມືອງວຽງຈັນ ມີທຶນກໍ່ຕັ້ງທຸລະກິດຢູ່ທີ່ 80 ລ້ານໂດລາ, ເປັນໜຶ່ງໃນສະຖາບັນການເງິນທີ່ມີສະຖາບັນສິນເຊື່ອຂອງຫວຽດນາມທີ່ສູງທີ່ສຸດໃນລາວ.ອ່ານຕໍ່ ...
ຂປລ
ຫົວໜ້າທະນາຄານກາງໄດ້ຮັບການຮັບຮອງນິຕິບັນຍັດໃໝ່
ຫົວໜ້າອຳນວຍການທະນາຄານແຫ່ງ ສປປ ລາວໄດ້ຮັບການຮັບຮອງຢ່າງເປັນທາງການຕາມກົດໝາຍ ໃນການເປັນປະທານໃນຄະນະກຳມະການ ຕັດສິນຊີ້ຂາດ ແລະ ການວາງນະໂຍບາຍສູງສຸດຂອງທະນາຄານກາງ.ອ່ານຕໍ່ ...
ເອກະພອນ ພູທອນສີ
ທະນາຄານແຫ່ງລັດເຕືອນການນຳໃຊ້ສະກຸນເງິນອິເລັກໂທຣນິກຄຣິບໂຕ
ທະນາຄານແຫ່ງລັດໄດ້ອອກແຈ້ງການເຕືອນສາທາລະນະຊົນ ຕໍ່ການນຳໃຊ້ສະກຸນເງິນອິເລັກໂທຣນິກ ເຊັ່ນ ບິດຄອຍ, ເອເທີຣຽມ ແລະ ໄລທ໌ຄອຍ ເຊິ່ງເປັນສະກຸນເງິນທີ່ບໍ່ມີການຄຸ້ມຄອງ ແລະ ບໍ່ມີການຜູກມັດກັບຄັງສຳຮອງເງິນສົດຕົວຈິງໃດໆ.ອ່ານຕໍ່ ...
ເດິລາວທຽນທາມສ໌
ການອອກພັນທະບັດໃນສະກຸນເງິນແຫ່ງຊາດມີຜົນດີ
ລັດຖະບານຈະຮັບຮອງເອົານະໂຍບາຍກ່ຽວກັບການອອກພັນທະບັດໃນສະກຸນເງິນທ້ອງຖິ່ນ ເພື່ອຫຼີກລ່ຽງຄວາມສ່ຽງທີ່ອາດເຊື່ອມໂຍງກັບອັດຕາແລກປ່ຽນ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນພາຍໃນ. ພາຍໃຕ້ນະໂຍບາຍດັ່ງກ່າວ, ການຈ່າຍດອກເບ້ຍແມ່ນຈ່າຍໃຫ້ເຈົ້າຂອງທະບັດພາຍໃນ ເຊິ່ງຈະເຮັດໃຫ້ແຫຼ່ງທຶນມີການໝູນວຽນພາຍໃນເສດຖະກິດຂອງຊາດ ອີງຕາມກະຊວງການເງິນ.ອ່ານຕໍ່ ...
ສົມສັກ ພົງຂາວ
ທະນາຄານເອຊີລິດາລາວເປີດຕົວແອັບມືຖື ‘ເອຊີລິດາຢູນີຕີທັນໃຈ’
ທະນາຄານເອຊີລິດາລາວໄດ້ຈັດຖະແຫຼງຂ່າວໃນມື້ວານນີ້ ເພື່ອເປີດຕົວການບໍລິການທາງທະນາຄານບົນໂທລະສັບມືຖືໃໝ່ ‘ເອຊີລິດາຢູນີຕີທັນໃຈ’. ທະນາຄານອອນລາຍໃນມືຂອງທ່ານນີ້ ແມ່ນອີກໜຶ່ງທາງເລືອກທີ່ໃຫ້ຄວາມສະດວກ ແລະ ປອດໄພໃນການບໍລິຫານການເຄື່ອນໄຫວທະນາຄານລາຍວັນ ໃນທຸກທີ່ ທຸກເວລາ. ມີບໍລິການເປັນພາສາລາວ ແລະ ອັງກິດ ແລະ ການຈັດການທຸລະກຳການເງິນເປັນເງິນກີບ, ເງິນໂດລາ ແລະ ເງິນບາດ.ອ່ານຕໍ່ ...
ເດິລາວທຽນທາມສ໌