ໄພພິບັດ
ໄພນ້ຳຖ້ວມ
ພາກໃຕ້ຂອງລາວປະສົບໄພນ້ຳຖ້ວມຮ້າຍແຮງ, ແຂວງສາລະວັນຕ້ອງການການຊ່ວຍເຫຼືອເລັ່ງດ່ວນ
ພາກໃຕ້ຂອງລາວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຮ້າຍແຮງ ຫຼັງຈາກພະຍຸເຂດຮ້ອນພັດເຂົ້າຕິດຕໍ່ກັນສອງລູກ.ພື້ນທີ່ໄດ້ຮັບຜົນກະທົບລວມມີແຂວງຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ສະຫວັນນະເຂດ. ປະຊາຊົນໃນພື້ນທີ່ໄດ້ຮັບຜົນກະທົບຮ້າຍແຮງ ແລະ ພະຍາຍາມດິ້ນຮົນເພື່ອປົກປ້ອງທີ່ຢູ່ອາໄສ, ສັດລ້ຽງ ແລະ ເຄື່ອງປູກຂອງຕົນ. 75 ໃນຈຳນວນ 124 ບ້ານຂອງແຂວງສາລະວັນປະສົບກັບໄພນ້ຳຖ້ວມ. ໃນນັ້ນ 41 ບ້ານແມ່ນຂາດການຕິດຕໍ່ກັບເຈົ້າໜ້າທີ່ ແລະ ບໍ່ສາມາດເຂົ້າເຖິງໄດ້.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/09/04/severe-floods-hit-southern-laos-salavanh-in-need-of-urgent-assistance/
ຫຼາຍແຂວງຂອງລາວປະສົບໄພນ້ຳຖ້ວມໃນເຂດທີ່ຢູ່ອາໄສ ແລະ ພື້ນທີ່ກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍແຂວງຂອງລາວກຳລັງປະສົບກັບໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຕິດຕໍ່ກັນ, ເຮັດໃຫ້ເຮືອນຊານທີ່ຢູ່ອາໄສ, ໄຮ່ນາຮົ້ວສວນ ແລະ ພື້ນທີ່ກະສິກຳຈົມຢູ່ໃຕ້ນ້ຳເປັນບາງສ່ວນ.ໂດຍສະພາະແມ່ນແຂວງເຊກອງໄດ້ຮັບຜົນກະທົບໜັກ ແລະ ລະດັບນ້ຳໃນແມ່ນ້ຳເຊກອງເພີ່ມຂື້ນຮອດ 12 ແມັດ, ຈໍ່ເຖິງລະດັບເຕືອນໄພ 13 ແມັດ, ຕາມການລາຍງານຂອງທ່ານ ບຸນທອງ ສີດອນຄົງ ເຈົ້າໜ້າທີ່ແຂວງ ຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນອັງຄານນີ້.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/floodwater-inundates-houses-farms-provinces-103348
ພະຍຸຝົນພັດຖະຫຼົ່ມສ້າງຄວາມເສຍຫາຍໃນພາກກາງຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍພື້ນທີ່ໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ປະສົບໄພນ້ຳຖ້ວມ ພາຍຫຼັງພະຍຸເຂດຮ້ອນໂພດູພັດກະໜ່ຳໃນທ້າຍອາທິດຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດໜຶ່ງຄົນ ແລະ ສ້າງຄວາມເສຍຫາຍຢ່າງກວ້າງຂວາງຕໍ່ພື້ນທີ່ໄຮ່ນາ.ໄພນ້ຳຖ້ວມໄດ້ເກີດຂຶ້ນໃນຫຼາຍພາກຂອງປະເທດລາວ ພາຍຫຼັງກົມອຸຕຸນິຍົມວິທະນາ ແລະ ອຸທຸກະສາດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນ 15 ແຂວງໃຫ້ເຝົ້າລະວັງຝົນຕົກໜັກ ແລະ ລົມພັດແຮງ ເນື່ອງຈາກຜົນຂອງພະຍຸດັ່ງກ່າວແຕ່ວັນທີ 29 ສິງຫາ ເຖິງ 1 ກັນຍານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/storm-wreaks-havoc-central-lao-provinces-103256
ເຈົ້າໜ້າທີ່ສັ່ງໂຈະການຄົ້ນຫາຜູ້ສູນຫາຍເນື່ອງຈາກດິນເຈື່ອນຢູ່ແຂວງຫົວພັນ
ອຳນາດການປົກຄອງລາວ ແລະ ຫວຽດນາມໄດ້ສັ່ງໂຈະການຄົ້ນຫາຫົກຜູ້ສູນຫາຍເນື່ອງຈາກເຫດດິນເຈື່ອນຢູ່ແຂວງຫົວພັນ ແລະ ຄາດວ່າຊາກສົບຜູ້ເສຍຊີວິດອາດຢູ່ຟາກແມ່ນ້ຳເບື້ອງປະເທດຫວຽດນາມ.ເຫດໄພພິບັດດິນເຈື່ອນດັ່ງກ່າວແມ່ນເກີດຂຶ້ນຢູ່ບ້ານດິນດຳ ເມືອງວຽງໄຊ ໃນວັນທີ 3 ສິງຫາ, ເຮັດໃຫ້ເຮືອນປະຊາຊົນເສຍຫາສອງຫຼັງ ແລະ ມີຜູ້ສູນຫາຍເຈັດຄົນ.ທ່ານ ພົນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນພະຫັດນີ້ວ່າ “ພາລະກິດການຄົ້ນຫາຜູ້ສູຍຫາຍຢູ່ຟາກແມ່ນ້ຳເບື້ອງປະເທດຫວຽດນາມຈຳຕ້ອງໂຈະເປັນເວລາສອງສາມວັນ ຈົນກວ່າພະຍຸຝົນຈະພັດຜ່ານແຂວງທັນຫົວຂອງຫວຽດນາມ.” ອ່ານຕໍ່ ...
ພົມພົງ ເຫຼົາອິນ
ນ້ຳຖ້ວມສ້າງຄວາມເສຍຫາຍທາງພາກເໜືອ
ວຽງຈັນ (ວຽງຈັນທາມສ໌/ANN) – 125 ຄອບຄົວໃນສາມບ້ານຂອງເມືອງແບງ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຫຼາຍວັນ, ສ້າງຄວາມເສຍຫາຍກວ່າ 1 ຕື້ກີບໂດຍປະມານ.ທ່ານ ສົມຟອງ ແສງຈັນທະລາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ໄພນ້ຳຖ້ວມຄັ້ງວັນທີ 17 ສິງຫາ ໄດ້ສົ່ງຜົນກະທົບຕໍ່ບ້ານນາຫ້ວຍ, ຫ້ວຍລາ ແລະ ທ່າກາດ.ບ້ານນາຫ້ວຍມີເຮືອນປະຊາຊົນຫ້າຫຼັງໄດ້ຮັບຄວາມເສຍຫາຍ ແລະ ຖະໜົນຫຼາຍສາຍໃນເມືອງໄດ້ຖືກຕັດຂາດ ແລະ ສົ່ງຜົນກະທົບຕໍ່ພື້ນທີ່ປູກຝັງ ແລະ ລ້ຽງສັດຈຳນວນໜຶ່ງ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/floods-wreak-havoc-nation%E2%80%99s-north-102300
MRC ກຳລັງທຳການຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ
ວຽງຈັນ (ວຽງຈັນທາມສ໌/ANN) — ຄະນະກຳມາທິການແມ່ນ້ຳຂອງ (MRC) ກຳລັງຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ ທ່າມກາງໄພຂົ່ມຂູ່ທີ່ເພີ່ມທະວີຂຶ້ນຈາກການປ່ຽນແປງຂອງສະພາບອາກາດ.“ພາຍໃຕ້ສະພາບໃນປະຈຸບັນທີ່ການໄຫຼຂອງກະແສນ້ຳມີຕ່ຳ ແລະ ໄພແຫ້ງແລ້ງທີ່ຮ້າຍແຮງເປັນປະຫວັດສາດ, MRC ກຳລັງມີການຄາດຄະເນ ແລະ ແຈ້ງຂໍ້ມູນຂ່າວສານຕໍ່ພາກສ່ວນກ່ຽວຂ້ອງກ່ຽວກັບການປ່ຽນແປງການໄຫຼຂອງນ້ຳໃນແມ່ນ້ຳຂອງ, ເພື່ອໃຫ້ບັນດາປະເທດ ແລະ ຊຸມຊົນໃນຂົງເຂດລຸ່ມແມ່ນ້ຳຂອງໄດ້ກຽມຕົວ ແລະ ວາງແຜນຮັບມື,” ທ່ານ ປອ ສຸເທ ເຂັມ ຜູ້ຊ່ຽວຊານການປະເມີນແມ່ນ້ຳຂອງຄະນະເລຂາທິການ MRC ກ່າວໃນອາທິດນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/mrc-steps-monitoring-mekong-flows-102040
ເຕືອນນັກຂັບຂີ່ໃຫ້ລະວັງດິນເຈື່ອນ, ນ້ຳຖ້ວມຕາມຖະໜົນທາງພາກເໜືອຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ແຈ້ງເຕືອນມາຍັງນັກຂັບຂີ່ທີ່ຈະເດີນທາງໄປທາງພາກເໜືອຂອງລາວ ໃຫ້ລະວັງດິນເຈື່ອນຕາມຖະໜົນລຽບເຂດພູ, ໂດຍສະເພາະຢູ່ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ແລະ ແຂວງວຽງຈັນ, ເນື່ອງຈາກໃນທົ່ວປະເທດໄດ້ມີຝົນຕົກໜັກມາຕັ້ງແຕ່ວັນທີ 3 ສິງຫາ.ທ່ານ ຮຸ່ງອາລຸນ ບຸນທຳເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນຈັນຜ່ານມານີ້ວ່າ “ຖະໜົນຫຼາຍສາຍຢູ່ເມືອງວຽງໄຊ, ຫົວເມືອງ, ຊຳໃຕ້ ແລະ ຊຳເໜືອໄດ້ຮັບຜົນກະທົບຈາກເຫດດິນເຈື່ອນ ແລະ ນ້ຳຖ້ວມ.”ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/motorists-warned-over-landslides-flooding-northern-roads-101903
ອຳນາດການປົກຄອງຮຽກຮ້ອງການຊ່ວຍເຫຼືອເພື່ອບັນເທົາທຸກນ້ຳຖ້ວມຢູ່ແຂວງຫົວພັນ
ອຳນາດການປົກຄອງເມືອງວຽງໄຊ ແຂວງຫົວພັນ ຮຽກຮ້ອງໃຫ້ພາກສ່ວນຕ່າງໆປະກອບສ່ວນປັດໄຈ ແລະ ວັດຖຸອຸປະກອນເພື່ອຊ່ວຍເຫຼືອໃນການຟື້ນຟູຫຼັງເຫດໄພນ້ຳຖ້ວມ ແລະ ດິນເຈື່ອນໃນ 18 ບ້ານ.ພື້ນທີ່ດັ່ງກ່າວໄດ້ຮັບຜົນກະທົບຈາກຝົນຕົກໜັກມາແຕ່ວັນທີ 3 ສິງຫາ ແລະ ຍັງຄົງມີຜູ້ສູນຫາຍເຈັດຄົນຈາກເຫດດິນເຈື່ອນ.ຫ້ອງການປົກຄອງເມືອງວຽງໄຊໄດ້ຮຽກຮ້ອງການປະກອບສ່ວນວັດຖຸປັດໄຈ ເພື່ອຊ່ວຍເຫຼືອປະຊາຊົນທີ່ບ້ານເຮືອນທີ່ຢູອາໄສ ແລະ ຊັບສິນຖືກກະທົບຈາກໄພນ້ຳຖ້ວມ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ຜູ້ປະສົບໄພນ້ຳຖ້ວມແຂວງຫຼວງພະບາງຕ້ອງການເຄື່ອງໃຊ້ພື້ນຖານທີ່ຈຳເປັນ
ວຽງຈັນ (ວຽງຈັນທາມສ໌/ANN) – ພາຍຫຼັງທີ່ຕ້ອງອົບພະຍົບຈາກທີ່ຢູ່ອາໄສຍ້ອນໄພນ້ຳຖ້ວມໃນວັນອັງຄານຜ່ານມາ, ປະຊາຊົນຫຼາຍຮ້ອຍຄົນ ຢູ່ເມືອງນານ ແຂວງຫຼວງພະບາງ ກຳລັງຕ້ອງການເຄື່ອງໃຊ້ພື້ນຖານທີ່ຈຳເປັນ ເຊັ່ນ ອາຫານ, ນ້ຳດື່ມ ແລະ ເຄື່ອງນຸ່ງຫົ່ມ.ປະຊາຊົນກວ່າ 2,000 ຄົນຈາກ 372 ຄອບຄົວໄດ້ແມ່ນຮັບຜົນກະທົບຈາກໄພນ້ຳຖ້ວມດັ່ງກ່າວ, ທ່ານ ສີວອນ ວົງຄຳຈັນ ເຈົ້າເມືອງເມືອງນານ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/luang-prabang-flood-victims-need-basic-supplies-101260
ຊາວບ້ານເກືອບ 400 ຄອບຄົວປະສົບໄພນ້ຳຖ້ວມກະທັນຫັນຢູ່ແຂວງຫຼວງພະບາງ
ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນເກືອບ 400 ຄອບຄົວໃນແປດບ້ານຂອງເມືອງນ່ານ ແຂວງຫຼວງພະບາງ ໄດ້ປະສົບກັບໄພນ້ຳຖ້ວມເຮືອນຊານທີ່ຢູ່ອາໄສ ຫຼັງຈາກທີ່ມີຝົນຕົກໜັກຕະຫຼອດຄືນຂອງວັນຈັນ ເຮັດໃຫ້ເກີດນ້ຳຖ້ວມແບບກະທັນຫັນ.ທ່ານ ສີວອນ ວົງຄຳຈັນ ເຈົ້າເມືອງເມືອງນ່ານ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ຝົນທີ່ຕົກໜັກໃນຕອນກາງຄືນເຮັດໃຫ້ເກີດນ້ຳຖ້ວມໃນພື້ນທີ່ລຸ່ມຕ່ຳພາຍໃນເມືອງ.ໃນເວລາ 7 ໂມງເຊົ້າ ແມ່ນ້ຳນ່ານໄດ້ລົ້ນຝັ່ງ ແລະ ໄຫຼຖ້ວມບ້ານນາຝາຍ, ປ່າໄຜ່, ສີມຸງຄຸນ, ນາເລົ່າ, ໂພນຫີນ, ສີບຸນເຮືອງ, ບ້ານທາດ ແລະ ບ້ານນາເຄີນ ເຊິ່ງມີຢ່າງໜ້ອຍ 372 ຄອບຄົວໄດ້ຮັບຜົນກະທົບ ຕາມການລາຍງານເບື້ອງຕົ້ນອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/almost-400-families-hit-flash-flooding-luang-prabang-101190