ເຕືອນນັກຂັບຂີ່ໃຫ້ລະວັງດິນເຈື່ອນ, ນ້ຳຖ້ວມຕາມຖະໜົນທາງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ແຈ້ງເຕືອນມາຍັງນັກຂັບຂີ່ທີ່ຈະເດີນທາງໄປທາງພາກເໜືອຂອງລາວ ໃຫ້ລະວັງດິນເຈື່ອນຕາມຖະໜົນລຽບເຂດພູ, ໂດຍສະເພາະຢູ່ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ແລະ ແຂວງວຽງຈັນ, ເນື່ອງຈາກໃນທົ່ວປະເທດໄດ້ມີຝົນຕົກໜັກມາຕັ້ງແຕ່ວັນທີ 3 ສິງຫາ.

ທ່ານ ຮຸ່ງອາລຸນ ບຸນທຳເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນຈັນຜ່ານມານີ້ວ່າ “ຖະໜົນຫຼາຍສາຍຢູ່ເມືອງວຽງໄຊ, ຫົວເມືອງ, ຊຳໃຕ້ ແລະ ຊຳເໜືອໄດ້ຮັບຜົນກະທົບຈາກເຫດດິນເຈື່ອນ ແລະ ນ້ຳຖ້ວມ.”

ອ່ານຕໍ່… 

ພົມພົງ ເຫຼົາອິນ
http://annx.asianews.network/content/motorists-warned-over-landslides-flooding-northern-roads-101903