ໄພພິບັດ
ໄພນ້ຳຖ້ວມ
ຊາວບ້ານແຂວງຫຼວງພະບາງປະສົບກັບໄພນ້ຳຖ້ວມກະທັນຫັນ
ຫຼາຍບ້ານຂອງເມືອງນ່ານ ແຂວງຫຼວງພະບາງໄດ້ຮັບຜົນກະທົບຮ້າຍແຮງຈາກນ້ຳທີ່ໄຫຼຖ້ວມກະທັນຫັນ ຫຼັງຈາກມີຝົນຕົກໜັກໃນຕອນແລງຂອງວັນຈັນທີ່ຜ່ານມາ.ພະຍຸຝົນທີ່ພັດກະໜ່ຳໄດ້ທັບມ້າງໄພແລ້ງອັນຮ້າຍແຮງເຊິ່ງນາບຂູ່ປະເທດລາວມາເປັນເວລາຫຼາຍເດືອນ, ເຮັດໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນຢູ່ແຂວງຫຼວງພະບາງ.ແມ່ນ້ຳນ່ານ ໄດ້ລົ້ນຕາຝັ່ງໃນຕອນເຊົ້າຂອງວັນຈັນ, ໄຫຼເຂົ້າຖ້ວມຫຼາຍບ້ານທີ່ຕັ້ງຢູ່ໃກ້ກັບແມ່ນ້ຳ. ມີປະຊາຊົນເກືອບ 400 ຄົວເຮືອນໄດ້ຮັບຜົນກະທົບຈາກນ້ຳຖ້ວມດັ່ງກ່າວ, ເຊິ່ງເຈົ້າໜ້າທີ່ທ້ອງຖິ່ນກຳລັງໃຫ້ການຊ່ວຍເຫຼືອ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/07/31/luang-prabang-villagers-hit-by-flash-floods/
ຜູ້ປະສົບໄພເຂື່ອນ PNPC ແຕກລັງເລທີ່ຈະຮັບຂໍ້ສະເໜີການຊົດເຊີຍໃນລະດັບຕ່ຳ
ເປັນໄລຍະເກືອບໜຶ່ງປີພາຍຫຼັງການແຕກຂອງສັນເຂື່ອນເຊິ່ງເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ, ຜູ້ປະສົບໄພທີ່ລອດຊີວິດຍັງຄົງລັງເລທີ່ຈະຮັບຂໍ້ສະເໜີໃນການຊົດເຊີຍຄວາມເສຍຫາຍເປັນມູນຄ່າເຄິ່ງໜຶ່ງຂອງຊັບສິນທັງໝົດຂອງເຂົາເຈົ້າ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມື່ອສັນເຂື່ອນຂອງໂຄງການເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍ (PNPC) ໄດ້ພັງລົງຫຼັງຈາກມີຝົນຕົກໜັກ, ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານຢູ່ແຂວງຈຳປາສັກ ແລະ ອັດຕະປື, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ມີຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່ ...
ໂຕະຂ່າວ RFA
https://www.rfa.org/english/news/laos/laos-pnpc-compensation-50-percent-07102019134051.html
ແປດສິບເກົ້າຄອບຄົວຕ້ອງມີການຍົກຍ້າຍພາຍຫຼັງເຫດນ້ຳຖ້ວມກະທັນຫັນທີ່ແຂວງອັດຕະປື
ວຽງຈັນ (ວຽງຈັນທາມສ໌/ANN) – 89 ຄົວເຮືອນຕ້ອງມີການຍົກຍ້າຍໄປຢູ່ບ່ອນສູງ ພາຍຫຼັງມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນເຂດທີ່ຢູ່ອາໄສ ແລະ ເສັ້ນທາງເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 2-3 ກໍລະກົດທີ່ຜ່ານມາ.ທ່ານ ບຸນໂຮມ ພົມມະເສນ ເຈົ້າເມືອງສະໜາມໄຊ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ “ທາງອຳນາດການປົກຄອງບໍ່ໄດ້ຮັບລາຍງານກ່ຽວກັບຄວາມເສຍຫາຍໃຫຍ່ໃດໆຈາກພາກສ່ວນກ່ຽວຂ້ອງ. ເຖິງຢ່າງໃດກໍຕາມ ພວກເຮົາຈະເລັ່ງມືໃນການປະເມີນຄວາມເສຍຫາຍ ແລະ ລົງສຳຫຼວດພື້ນທີ່ທີ່ປະສົບໄພນ້ຳຖ້ວມທັນໆທີ່ລະດັບນ້ຳຫຼຸດລົງ.”ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eighty-nine-families-relocated-after-flash-flooding-attapeu-99590
ລາວຈະສະໜອງຂໍ້ມູນເພື່ອປ້ອງກັນໄພນ້ຳຖ້ວມຢູ່ພາກອີສານຂອງໄທ
ລາວໄດ້ຕົກລົງສະໜອງຂໍ້ມູນ ແລະ ຂ່າວສານກ່ຽວກັບຊັບພະຍາກອນແຫຼ່ງນ້ຳ ແລະ ແຜນການຄຸ້ມຄອງແຫຼ່ງນ້ຳ ທີ່ກ່ຽວຂ້ອງກັບແມ່ນ້ຳຂອງໃຫ້ແກ່ເຈົ້າໜ້າທີ່ໄທ ເພື່ອປະເມີນສະຖານະການນ້ຳ ແລະ ດຳເນີນມາດຕະການເພື່ອປ້ອງກັນໄພນ້ຳຖ້ວມໃນແປດຈັງຫວັດທາງພາກຕາເວັນອອກສຽງເໜືອຂອງໄທ.ອ່ານຕໍ່ ...
ທີມຂ່າວບາງກອກໂພສທ໌
https://www.bangkokpost.com/news/general/1693396/laos-to-give-data-to-prevent-isan-floods
ບໍລິສັດໄຟຟ້າເກົາຫຼີໃຕ້ໃຫ້ການຊ່ວຍເຫຼືອໂຮງຮຽນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປີ
ວຽງຈັນ (ວຽງຈັນທາມສ໌/ANN) – ບິນຄ່າກະແສໄຟຟ້າຂອງໂຮງຮຽນມັດທະຍົມສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື ຈະຖືກລົງ ຍ້ອນການຊ່ວຍເຫຼືອຈາກບໍລິສັດພະລັງງານເກົາຫຼີຕາເວັນຕົກ (KOWEPO) ທີ່ໄດ້ທຳການຕິດຕັ້ງພະລັງງານແສງອາທິດໃຫ້ແກ່ໂຮງຮຽນ.ບໍລິສັດດັ່ງກ່າວໄດ້ຕົກລົງໃຫ້ການຊ່ວຍເຫຼືອໂຮງຮຽນ ຫຼັງຈາກທີ່ເມືອງສະໜາມໄຊໄດ້ປະສົບກັບໄພນ້ຳຖ້ວມກະທັນຫັນໃນປີກາຍນີ້, ເຮັດໃຫ້ຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ ທັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ອ່ານຕໍ່ ...
ນັກສືບສວນ: ການແຕກຂອງເຂື່ອນໃນລາວ ບໍ່ແມ່ນເຫດສຸດວິໄສ
ວຽງຈັນ (ວຽງຈັນທາມສ໌/ANN) – ການແຕກຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ປີກາຍນີ້ ບໍ່ນັບວ່າເປັນເຫດສຸດວິໄສ, ເຈົ້າໜ້າທີ່ການນຳລັດຖະບານກ່າວວານນີ້.ຮອງປະທານຄະນະກຳມະການສືບສວນສອບສວນແຫ່ງຊາດ (NIC) ເຊິ່ງຈັດຕັ້ງໂດຍລັດຖະບານ ເພື່ອທຳການສວບສວນຫາສາເຫດຂອງໄພພິບັດດັ່ງກ່າວ ເຊິ່ງເຮັດໃຫ້ມີຊາວບ້ານລົ້ມຕາຍຫຼາຍສິບ ແລະ ອີກຫຼາຍພັນຕ້ອງສູນເສຍທີ່ຢູ່ອາໄສ, ຄະນະກຳມະການເຜີຍຜົນການສືບສວນສອບສວນໃນກອງປະຊຸມສື່ມວນຊົນ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ການຟື້ນຟູພື້ນຖານໂຄງລ່າງເມືອງສະໜາມໄຊທີ່ປະສົບອຸທົກກະໄພພວມກຳລັງດຳເນີນ
ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ການຟື້ນຟູສ້ອມແປງຖະໜົນ ແລະ ການສ້າງຮ່ອງລະບາຍນ້ຳໃນເມືອງສະໜາມໄຊ ແຂວງອັດຕະປືທີ່ປະສົບໄພນ້ຳຖ້ວມ ພວມກຳລັງດຳເນີນຕາມແຜນ.ບົດລາຍງານຄວາມຄືບໜ້າໄດ້ມີການນຳສະເໜີຕໍ່ທ່ານນາງ ວິໄລຄຳ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ລົງຢ້ຽມຢາມພຶ້ນທີ່ໃນອາທິດແລ້ວນີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
ຜູ້ປະສົບໄພນ້ຳຖ້ວມໃນແຂວງອັດຕະປືໄດ້ຮັບເຂົ້າສານຊ່ວຍເຫຼືອ 2,221 ໂຕນ
ລັດຖະບານລາວໄດ້ຮັບເຂົ້າສານຈຳນວນ 2,221 ໂຕນ ລວມມູນຄ່າກວ່າ 16 ຕື້ກີບຈາກກອງທຶນເຂົ້າສຳລັບພາວະສຸກເສີນອາຊຽນບວກສາມ (APTERR+3) ເພື່ອແຈກຈ່າຍໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມໃນແຂວງອັດຕະປື.ປະເທດສະມາຊິກອາຊຽນແຕ່ລະປະເທດແມ່ນມີກອງທຶນເຂົ້າສຸກເສີນຂອງຕົນ, ແລະ ກອງທຶນເຂົ້າຂອງລາວແມ່ນມາຈາກຄັງສຳຮອງເຂົ້າແຫ່ງຊາດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເລີ່ມເປີດສາກການຫາລືກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພພິບັດເຂື່ອນໃນລາວ
ອຳນາດການປົກຄອງຂອງລາວກ່າວວ່າ ໄດ້ມີການເລີ່ມເປີດສາກການເຈລະຈາກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພ ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປີຜ່ານມາ, ແຕ່ວ່ານັກອະນຸລັກສິ່ງແວດລ້ອມ ແລະ ນັກສິດທິມະນຸດຕ້ອງການໃຫ້ເຈົ້າຂອງໂຄງການເຂື່ອນຊ່ວຍເຫຼືອນອກເໜືອຈາກການຈ່າຍເງິນ – ພວກເຂົາຄວນຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພ.ຜູ້ລອດຊີວິດກວ່າ 7,000 ຄົນ ຈາກໄພພິບັດເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປືທາງພາກໃຕ້ຂອງລາວ ຍັງຄົງປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດມາເກືອບເຈັດເດືອນແລ້ວ.ອ່ານຕໍ່ ...
PRATCH RUJIVANAROM
ຜູ້ປະສົບໄພພິບັດທີ່ລອດຊີວິດຈາກເຂື່ອນ PNPC ໃນລາວຍັງຄົງຜະເຊີນຄວາມຫຍຸ້ງຍາກ
ຜູ້ປະສົບໄພພິບັດທີ່ລອດຊີວິດຈາກໄພພິບັດເຂື່ອນແຕກໃນເດືອນກໍລະກົດ 2018 ເຊິ່ງເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ ຍັງຄົງຜະເຊີນກັບຄວາມຫຍຸ້ງຍາກທັງດ້ານຮ່າງກາຍ ແລະ ຈິດໃຈ, ຕາມເຈົ້າໜ້າທີ່ບັນເທົາທຸກຊາວເກົາຫຼີໃຕ້.ໄພພິບັດດັ່ງກ່າວເກີດຂຶ້ນຍ້ອນສັນເຂື່ອນຂອງໂຄງການໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ (PNPC) ໄດ້ແຕກ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນໃນແຂວງຈຳປາສັກ ແລະ ອັດຕະປື, ສ່ວນອີກຫຼາຍຄົນຍັງຄົງສູນຫາຍ.ອ່ານຕໍ່ ...
Radio Free Asia