ເລີ່ມເປີດສາກການຫາລືກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພພິບັດເຂື່ອນໃນລາວ

ອຳນາດການປົກຄອງຂອງລາວກ່າວວ່າ ໄດ້ມີການເລີ່ມເປີດສາກການເຈລະຈາກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພ ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປີຜ່ານມາ,  ແຕ່ວ່ານັກອະນຸລັກສິ່ງແວດລ້ອມ ແລະ ນັກສິດທິມະນຸດຕ້ອງການໃຫ້ເຈົ້າຂອງໂຄງການເຂື່ອນຊ່ວຍເຫຼືອນອກເໜືອຈາກການຈ່າຍເງິນ – ພວກເຂົາຄວນຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພ.

ຜູ້ລອດຊີວິດກວ່າ 7,000 ຄົນ ຈາກໄພພິບັດເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປືທາງພາກໃຕ້ຂອງລາວ ຍັງຄົງປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດມາເກືອບເຈັດເດືອນແລ້ວ.

ອ່ານຕໍ່…

PRATCH RUJIVANAROM