ແປດສິບເກົ້າຄອບຄົວຕ້ອງມີການຍົກຍ້າຍພາຍຫຼັງເຫດນ້ຳຖ້ວມກະທັນຫັນທີ່ແຂວງອັດຕະປື

ວຽງຈັນ (ວຽງຈັນທາມສ໌/ANN) –  89 ຄົວເຮືອນຕ້ອງມີການຍົກຍ້າຍໄປຢູ່ບ່ອນສູງ ພາຍຫຼັງມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນເຂດທີ່ຢູ່ອາໄສ ແລະ ເສັ້ນທາງເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 2-3 ກໍລະກົດທີ່ຜ່ານມາ.

ທ່ານ ບຸນໂຮມ ພົມມະເສນ ເຈົ້າເມືອງສະໜາມໄຊ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ “ທາງອຳນາດການປົກຄອງບໍ່ໄດ້ຮັບລາຍງານກ່ຽວກັບຄວາມເສຍຫາຍໃຫຍ່ໃດໆຈາກພາກສ່ວນກ່ຽວຂ້ອງ. ເຖິງຢ່າງໃດກໍຕາມ ພວກເຮົາຈະເລັ່ງມືໃນການປະເມີນຄວາມເສຍຫາຍ ແລະ ລົງສຳຫຼວດພື້ນທີ່ທີ່ປະສົບໄພນ້ຳຖ້ວມທັນໆທີ່ລະດັບນ້ຳຫຼຸດລົງ.”

ອ່ານຕໍ່… 

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eighty-nine-families-relocated-after-flash-flooding-attapeu-99590