ຊາວບ້ານແຂວງຫຼວງພະບາງປະສົບກັບໄພນ້ຳຖ້ວມກະທັນຫັນ

ຫຼາຍບ້ານຂອງເມືອງນ່ານ ແຂວງຫຼວງພະບາງໄດ້ຮັບຜົນກະທົບຮ້າຍແຮງຈາກນ້ຳທີ່ໄຫຼຖ້ວມກະທັນຫັນ ຫຼັງຈາກມີຝົນຕົກໜັກໃນຕອນແລງຂອງວັນຈັນທີ່ຜ່ານມາ.

ພະຍຸຝົນທີ່ພັດກະໜ່ຳໄດ້ທັບມ້າງໄພແລ້ງອັນຮ້າຍແຮງເຊິ່ງນາບຂູ່ປະເທດລາວມາເປັນເວລາຫຼາຍເດືອນ, ເຮັດໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນຢູ່ແຂວງຫຼວງພະບາງ.

ແມ່ນ້ຳນ່ານ ໄດ້ລົ້ນຕາຝັ່ງໃນຕອນເຊົ້າຂອງວັນຈັນ, ໄຫຼເຂົ້າຖ້ວມຫຼາຍບ້ານທີ່ຕັ້ງຢູ່ໃກ້ກັບແມ່ນ້ຳ. ມີປະຊາຊົນເກືອບ 400 ຄົວເຮືອນໄດ້ຮັບຜົນກະທົບຈາກນ້ຳຖ້ວມດັ່ງກ່າວ, ເຊິ່ງເຈົ້າໜ້າທີ່ທ້ອງຖິ່ນກຳລັງໃຫ້ການຊ່ວຍເຫຼືອ.

ອ່ານຕໍ່…

The Laotian Times
https://laotiantimes.com/2019/07/31/luang-prabang-villagers-hit-by-flash-floods/