ຊາວບ້ານເກືອບ 400 ຄອບຄົວປະສົບໄພນ້ຳຖ້ວມກະທັນຫັນຢູ່ແຂວງຫຼວງພະບາງ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນເກືອບ 400 ຄອບຄົວໃນແປດບ້ານຂອງເມືອງນ່ານ ແຂວງຫຼວງພະບາງ ໄດ້ປະສົບກັບໄພນ້ຳຖ້ວມເຮືອນຊານທີ່ຢູ່ອາໄສ ຫຼັງຈາກທີ່ມີຝົນຕົກໜັກຕະຫຼອດຄືນຂອງວັນຈັນ ເຮັດໃຫ້ເກີດນ້ຳຖ້ວມແບບກະທັນຫັນ.

ທ່ານ ສີວອນ ວົງຄຳຈັນ ເຈົ້າເມືອງເມືອງນ່ານ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ຝົນທີ່ຕົກໜັກໃນຕອນກາງຄືນເຮັດໃຫ້ເກີດນ້ຳຖ້ວມໃນພື້ນທີ່ລຸ່ມຕ່ຳພາຍໃນເມືອງ.

ໃນເວລາ 7 ໂມງເຊົ້າ ແມ່ນ້ຳນ່ານໄດ້ລົ້ນຝັ່ງ ແລະ ໄຫຼຖ້ວມບ້ານນາຝາຍ, ປ່າໄຜ່, ສີມຸງຄຸນ, ນາເລົ່າ, ໂພນຫີນ, ສີບຸນເຮືອງ, ບ້ານທາດ ແລະ ບ້ານນາເຄີນ ເຊິ່ງມີຢ່າງໜ້ອຍ 372 ຄອບຄົວໄດ້ຮັບຜົນກະທົບ ຕາມການລາຍງານເບື້ອງຕົ້ນ…

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/almost-400-families-hit-flash-flooding-luang-prabang-101190