ເຈົ້າໜ້າທີ່ສັ່ງໂຈະການຄົ້ນຫາຜູ້ສູນຫາຍເນື່ອງຈາກດິນເຈື່ອນຢູ່ແຂວງຫົວພັນ

ອຳນາດການປົກຄອງລາວ ແລະ ຫວຽດນາມໄດ້ສັ່ງໂຈະການຄົ້ນຫາຫົກຜູ້ສູນຫາຍເນື່ອງຈາກເຫດດິນເຈື່ອນຢູ່ແຂວງຫົວພັນ ແລະ ຄາດວ່າຊາກສົບຜູ້ເສຍຊີວິດອາດຢູ່ຟາກແມ່ນ້ຳເບື້ອງປະເທດຫວຽດນາມ.

ເຫດໄພພິບັດດິນເຈື່ອນດັ່ງກ່າວແມ່ນເກີດຂຶ້ນຢູ່ບ້ານດິນດຳ ເມືອງວຽງໄຊ ໃນວັນທີ 3 ສິງຫາ, ເຮັດໃຫ້ເຮືອນປະຊາຊົນເສຍຫາສອງຫຼັງ ແລະ ມີຜູ້ສູນຫາຍເຈັດຄົນ.

ທ່ານ ພົນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນພະຫັດນີ້ວ່າ “ພາລະກິດການຄົ້ນຫາຜູ້ສູຍຫາຍຢູ່ຟາກແມ່ນ້ຳເບື້ອງປະເທດຫວຽດນາມຈຳຕ້ອງໂຈະເປັນເວລາສອງສາມວັນ ຈົນກວ່າພະຍຸຝົນຈະພັດຜ່ານແຂວງທັນຫົວຂອງຫວຽດນາມ.” 

ອ່ານຕໍ່…

ພົມພົງ ເຫຼົາອິນ