ນ້ຳຖ້ວມສ້າງຄວາມເສຍຫາຍທາງພາກເໜືອ

ວຽງຈັນ (ວຽງຈັນທາມສ໌/ANN) – 125 ຄອບຄົວໃນສາມບ້ານຂອງເມືອງແບງ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຫຼາຍວັນ, ສ້າງຄວາມເສຍຫາຍກວ່າ 1 ຕື້ກີບໂດຍປະມານ.

ທ່ານ ສົມຟອງ ແສງຈັນທະລາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ໄພນ້ຳຖ້ວມຄັ້ງວັນທີ 17 ສິງຫາ ໄດ້ສົ່ງຜົນກະທົບຕໍ່ບ້ານນາຫ້ວຍ, ຫ້ວຍລາ ແລະ ທ່າກາດ.

ບ້ານນາຫ້ວຍມີເຮືອນປະຊາຊົນຫ້າຫຼັງໄດ້ຮັບຄວາມເສຍຫາຍ ແລະ ຖະໜົນຫຼາຍສາຍໃນເມືອງໄດ້ຖືກຕັດຂາດ ແລະ ສົ່ງຜົນກະທົບຕໍ່ພື້ນທີ່ປູກຝັງ ແລະ ລ້ຽງສັດຈຳນວນໜຶ່ງ.

ອ່ານຕໍ່…

 

ພົມພົງ ເຫຼົາອິນ
http://annx.asianews.network/content/floods-wreak-havoc-nation%E2%80%99s-north-102300