ອຳນາດການປົກຄອງຮຽກຮ້ອງການຊ່ວຍເຫຼືອເພື່ອບັນເທົາທຸກນ້ຳຖ້ວມຢູ່ແຂວງຫົວພັນ

ອຳນາດການປົກຄອງເມືອງວຽງໄຊ ແຂວງຫົວພັນ ຮຽກຮ້ອງໃຫ້ພາກສ່ວນຕ່າງໆປະກອບສ່ວນປັດໄຈ ແລະ ວັດຖຸອຸປະກອນເພື່ອຊ່ວຍເຫຼືອໃນການຟື້ນຟູຫຼັງເຫດໄພນ້ຳຖ້ວມ ແລະ ດິນເຈື່ອນໃນ 18 ບ້ານ.

ພື້ນທີ່ດັ່ງກ່າວໄດ້ຮັບຜົນກະທົບຈາກຝົນຕົກໜັກມາແຕ່ວັນທີ 3 ສິງຫາ ແລະ ຍັງຄົງມີຜູ້ສູນຫາຍເຈັດຄົນຈາກເຫດດິນເຈື່ອນ.

ຫ້ອງການປົກຄອງເມືອງວຽງໄຊໄດ້ຮຽກຮ້ອງການປະກອບສ່ວນວັດຖຸປັດໄຈ ເພື່ອຊ່ວຍເຫຼືອປະຊາຊົນທີ່ບ້ານເຮືອນທີ່ຢູອາໄສ ແລະ ຊັບສິນຖືກກະທົບຈາກໄພນ້ຳຖ້ວມ.

ອ່ານຕໍ່…

ພົມພົງ ເຫຼົາອິນ