Development Assistance Committee (DAC) members
European Union aid
ອົງການຈັດຕັ້ງທາງສັງຄົມ ຊ່ວຍຊຸກຍູ້ລັດຖະບານລາວ ຮັບມືກັບການປ່້ອງກັນພະຍາດລະບາດໂຄວິດ-19 ໃນທົ່ວໄປເທດ
ພາຍໃຕ້ການເຊັນສັນຍາຂໍ້ຕົກລົງຮ່ວມກັນ ກຳນົດເວລາ 12 ເດືອນ ຂອງຖານະຄູ່ຮ່ວມມືໃນນາມເປັນສ່ວນໜຶ່ງຂອງວຽກງານການເຄື່ອນໄຫວອົງການຈັດຕັ້ງທາງສັງຄົມ ແລະ ໂຄງການເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19, ຊຶ່ງຈະປັບປຸງການຮັບມືໃນໄລຍະຍາວຂອງປະເທດ ກໍຄືຂອງໂລກ. 10 ໂຄງການຂອງອົງການຈັດຕັ້ງທາງສັງຄົມນີ້ ພາຍໃຕ້ການສະໜັບສະໜູນໂດຍອົງການສະຫະພາບເອີຣົບ ຈະເຂົ້າຫາປະຊາຊົນຈຳນວນ 100,000 ຄົນທົ່ວທັງ 102 ໝູ່ບ້ານໃນ 16 ເມືອງ, ລວມທັງການສະໜອງຈຸດລ້າງມືຈຳນວນ 62 ແຫ່ງຢູ່ໂຮງຮຽນ 46 ແຫ່ງ, 5 ແຫ່ງຂອງຈຸດບໍລິການດ້ານສາທາລະນະສຸກ ແລະ ຢູ່ຕະຫຼາດ 10 ຈຸດ. ອ່ານເພິ່ມເຕີມ ...
ໜ່ວຍງານໂຄສະນາ
ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP
ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ ...
ໂຕະຂ່າວສານປະເທດລາວ
ສະຫະພາບຢູໂຣບ ຢືນຢັນສະໜັບສະໜູນການລິເລີ່ມດ້ານການສຶກສາ ແລະ ໂພຊະນາການຂອງລັດຖະບານ
ຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ ໄດ້ກ່າວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການສືບຕໍ່ການພັດທະນາ ແລະ ຍົກລະດັບລະບົບການສຶກສາ ແລະ ໂພຊະນາການ ໃນທຸກເຂດທົ່ວປະເທດ.ການສະໜັບສະໜູນນີ້ ລວມມີການຊ່ວຍເຫຼືອດ້ານການເງິນ ແລະ ວິຊາການ ສຳລັບການລິເລີ່ມຕ່າງໆ ເຊັ່ນ ໂຄງການສົ່ງເສີມການສຶກສາຂັ້ນພື້ນຖານ ແລະ ໂຄງການສະໜັບສະໜູນງົບປະມານດ້ານໂພຊະນາການ.ອ່ານຕໍ່ ...
ສົງຄົມໄຊ ບຸບຜານຸວົງ
ອີຢູ ໃຫ້ການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ແຈ້ງກ່ຽວກັບການຈັດສັນທຶນ €200,000 ຢູໂຣ (1.95 ຕື້ກີບ) ເພື່ອການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຄອບຄົວທີ່ປະສົບໄພນ້ຳຖ້ວມໃນລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນທີ່ຜ່ານມາ.ຕາມບົດຂ່າວໃນເວັບໄຊຂອງຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ, ທຶນຊ່ວຍເຫຼືອດັ່ງກ່າວແມ່ນມາຈາກໜ່ວຍງານຊ່ວຍເຫຼືອເພື່ອມະນຸດສະທຳ ແລະ ປົກປ້ອງສັງຄົມຢູໂຣບ (ECHO) ໂດຍຜ່ານ ກົນໄກເຄື່ອງມືຂະໜາດນ້ອຍ.ອ່ານຕໍ່ ...
ເອກະພອນ ພູທອນສີ
EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604
ສະຫະພາບຢູໂຣບສືບຕໍ່ຊ່ວຍເຫຼືອດ້ານການສຶກສາຂັ້ນພື້ນຖານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ຈະສືບຕໍ່ໃຫ້ທຶນຊ່ວຍເຫຼືອເພີ່ມເຕີມ 135 ລ້ານກວ່າກີບ (14 ລ້ານຢູໂຣ) ສຳລັບໂຄງການສົ່ງເສີມການສຶກສາຂັ້ນພື້ນຖານໃນລາວ ເພື່ອຊ່ວຍເຫຼືອລາວໃນການປະຕິບັດແຜນພັດທະນາການສຶກສາ.ນີ້ແມ່ນຄຳເຫັນຈາກການຢ້ຽມຢາມກະຊວງສຶກສາທິການ ແລະ ກິລາຂອງຄະນະຜູ້ແທນ ອີຢູ ເຊິ່ງນຳໂດຍທ່ານ ປີແອ ອາມີຮັດ ອຳນວຍການປະຈຳພາກພື້ນອາຊີ, ອາຊີກາງ, ຕາເວັກອອກກາງ/ອ່າວ ແລະ ປາຊິຟິກ.ການພົບປະລະຫວ່າງຝ່າຍລາວ ແລະ ອີຢູດັ່ງກ່າວ ແມ່ນເພື່ອຢືນຢັນການຮ່ວມມື ໃນການສະໜັບສະໜູນການພັດທະນາຂະແໜງການສຶກສາໃນລາວ. ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eu-continues-support-basic-education-laos-104287
ອີຢູ ໃຫ້ທຶນຊ່ວຍເຫຼືອ 484 ຕື້ກີບເພື່ອການປັບປຸງດ້ານໂພຊະນາການໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ-EU) ໃຫ້ທຶນຊ່ວຍເຫຼືອ 484 ລ້ານກວ່າກີບ (50 ລ້ານຢູໂຣ) ໃນການປັບປຸງດ້ານໂພຊະນາການ ແລະ ຫຼຸດຜ່ອນການຂາດສານອາຫານໃນລາວ.ເຈົ້າໜ້າທີ່ລັດຖະບານຈາກກະຊວງ ແລະ ທ່ານ ເນເວັນ ມີມີກາ ກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ສະຫະພາບຢູໂຣບ ໄດ້ເປີດຕົວການລິເລີ່ມໃໝ່ມູນຄ່າ 50 ລ້ານຢູໂຣ ເພື່ອສະໜັບສະໜູນຍຸດທະສາດ ແລະ ແຜນດຳເນີນງານດ້ານໂພຊະນາການແຫ່ງຊາດລາວ ເພື່ອຊ່ວຍຫຼຸດຜ່ານການຂາດສານອາຫານໃນປະເທດ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/eu-provides-484-billion-kip-improve-nutrition-laos-103793
ອີຢູ-EU ໃຫ້ທຶນ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນໃນການສົ່ງອອກ, ການສ້າງວຽກເຮັດງານທຳໃນລາວ
(ຂປລ) ສະຫະພາບຢູໂຣບ (EU) ໃຫ້ທຶນຊ່ວຍເຫຼືອ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນດ້ານການສົ່ງອອກສິນຄ້າ ແລະ ການສ້າງວຽກເຮັດງານທຳໃນ ສປປ ລາວ ໂດຍການເປີດຕົວການສະໜັບສະໜູນການລວມຕົວຂອງພາກພື້ນອາຊຽນ-ການຊ່ວຍເຫຼືອທາງການຄ້າໃນ ສປປ ລາວ (ARISE Plus-Lao PDR) ທີ່ນະຄອນວຽງຈັນໃນວັນທີ 9 ກັນຍານີ້.ການດຳເນີນງານດັ່ງກ່າວຈະຈັດຕັ້ງປະຕິບັດຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ສູນການຄ້າສາກົນ, ເຊິ່ງແນໃສ່ຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດແບບທົ່ວເຖິງ, ການສ້າງວຽກເຮັດງານທຳ ແບະ ການສ້າງຄວາມເຂັ້ມແຂງເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48037
ໂຄງການຊ່ວຍເຫຼືອຂອງອີຢູ ຈະຊ່ວຍແກ້ໄຂບັນຫາການຄ້າສັດປ່າໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 8 ລ້ານຢູໂຣ ເພື່ອສະໜັບສະໜູນໂຄງການໃໝ່ໃນເຈັດປະເທດ ລວມທັງປະເທດລາວ, ເພື່ອເປັນໜຶ່ງໃນບາດກ້າວການສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ໃນການແກ້ໄຂບັນຫາການຄ້າສັດປ່າ ແລະ ອາດຊະຍາກຳປ່າໄມ້.ສຳລັບປະເທດລາວ ໄດ້ດຳເນີນກິດຈະກຳການລິເລີ່ມລະດັບຊາດຂອງອີຢູ ທີ່ມີຊື່ວ່າ ຄູ່ຮ່ວມງານເພື່ອຕ້ານອາດຊະຍາກຳກ່ຽວກັບສັດປ່າ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ສູນຟື້ນຟູສັດປ່າ ບ້ານເກີນ ແຂວງວຽງຈັນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/eu-funded-project-tackles-wildlife-trafficking-100196
EU, AFD ສະໜັບສະໜູນການປັບປຸງດ້ານໂພຊະນາການໃນແຂວງພາກເໜືອ
ສະຫະພາບຢູໂຣບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ຄາດຄະເນງົບຊ່ວຍເຫຼືອກວ່າ 5.7 ຕື້ຢູໂຣ ແຕ່ປີ 2018-2022 ສຳລັບໂຄງການສົ່ງເສີມກະສິກຳທີ່ຜົນຕໍ່ໂພຊະນາການ ໃນພາກເໜືອຂອງລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ