ທ່ານໝາຍຄວາມວ່າຫຍັງ?
ລຶບລ້າງ

5307 ຂໍ້ມູນບັນທຶກຊອກຫາສຳລັບ "АБЬЮЗЕР абьюзер я-полная статья на сайте --- batmanapollo.ru "

ໂຮງຮຽນການຊ່າງແຂວງບໍ່ແກ້ວທີ່ໄດ້ຮັບການສ້ອມແປງພາຍໃຕ້ການຊ່ວຍເຫຼືອຂອງເຢຍລະມັນ ກັບມາເປີດນຳໃຊ້ຢ່າງເປັນທາງການ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ພິທີມອບຮັບໂຮງຮຽນເຕັກນິກ-ວິຊາຊົບແຂວງບໍ່ແກ້ວທີ່ໄດ້ຮັບການປົວແປງໄດ້ມີຂຶ້ນຢ່າງເປັນທາງການຫວ່າງໝໍ່ໆມານີ້.ການປັບປຸງໂຮງຮຽນໃຫ້ທັນສະໄໝ ແລະ ການຂະຫຍາຍອາຄານຮຽນແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານລາວ ແລະ ລັດຖະບານເຢຍລະມັນຜ່ານໂຄງການ KfW, ເຊິ່ງມີມູນຄ່າລວມເກືອບ 1 ລ້ານຢູໂຣ.ໃນປີ 2015 ໂຮງຮຽນດັ່ງກ່າວໄດ້ເຂົ້າຮ່ວມໂຄງການຮ່ວມມືລາວ-ເຢຍລະມັນ VELA-FC (ການສຶກສາວິຊາຊີບໃນລາວ) ເຊິ່ງແນໃສ່ຍົກລະດັບການສຶກສາ ແລະ ການຝຶກອົບຮົມສຳລັບໂຮງຮຽນວິຊາຊີບໃນລາວ ທັງໃນດ້ານປະລິມານ ແລະ ຄຸນນະພາບ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ການຄ້າມະນຸດ

ການຄ້າມະນຸດໝາຍເຖິງຂະບວນການ ເຊິ່ງວ່າບຸກຄົນຖືກບັງຄັບ ຫຼື ກັກຂັງເພື່ອສະແຫວງຫາຜົນປະໂຫຍດທີ່ບໍ່ເປັນທຳທາງເສດຖະກິດ.25 ຮູບແບບຂອງການຄ້າມະນຸດທີ່ແຜ່ຫຼາຍທີ່ສຸດແມ່ນການຄ້າປະເວນີ (ກວມ 79 ເປີເຊັນ), ເຊິ່ງຜູ້ປະສົບເຄາະສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກຍິງ. ຮອງລົງມາແມ່ນການຂູດຮີດແຮງງານ (18 ເປີເຊັນ).26 ບໍ່ວ່າຈະໃນຮູບແບບໃດກໍຕາມ, ການຄ້າມະນຸດສາມາດເກີດຂຶ້ນໄດ້ ທັງພາຍໃນປະເທດ ຫຼື ຂ້າມແດນ. ຈຸດປະສົງໃນການຄ້າມະນຸດລວມມີ ການບັງຄັບແຕ່ງງານ, ການຄ້າປະເວນີ, ແລະ ການຂູດຮີດແຮງງານໃນໂຮງຈັກໂຮງງານ.ຂໍ້ມູນພື້ນຖານກ່ຽວກັບການຄ້າມະນຸດໃນລາວສປປ ລາວ ບໍ່ພຽງເປັນປະເທດແຫຼ່ງ, ແຕ່ຍັງເປັນທາງຜ່ານ ແລະ ຈຸດໝາຍສຳລັບການຄ້າແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ.27 ປັດໃຈຕົ້ນຕໍໃນການຄ້າມະນຸດລວມມີ: ຄວາມບໍ່ສະເໝີພາບດ້ານລາຍຮັບ, ການຂະຫຍາຍຕົວດ້ານການພັດທະນາເສດຖະກິດ ແລະ ການຂາດແຄນຊັບພະຍາກອນໃນການຄວບຄຸມພື້ນທີ່ຊາຍແດນ. ນອກຈານນີ້ ຄວາມທຸກຍາກ ແລະ ການຂາດໂອກາດໃນການສຶກສາຍັງຄົງມີແຜ່ຫຼາຍໃນລາວ ເຮັດໃຫ້ແມ່ຍິງ ແລະ ເດັກຍິງຕ້ອງອອກໄປເຮັດວຽກນອກປະເທດ ແລະ ມັກຕົກເປັນເຫຍື່ອໃນການຄ້າປະເວນີ.ຂະນະທີ່ປະຊາກອນຜູ້ປະສົບເຄາະໃນການຄ້າມະນຸດມີຫຼາກຫຼາຍ ...

ຄວາມຮັບຮູ້ດ້ານຂໍ້ມູນ

Open Development Laos ສະໜັບສະໜູນວຽກງານຂອງ the Open Development Initiative ກ່ຽວກັບຄວາມຮັບຮູ້ດ້ານຂໍ້ມູນທົ່ວພາກພື້ນແມ່ນ້ຳຂອງ. ອ່ານຂໍ້ມູນເພິ່ມເຕີມກ່ຽວກັບພວກເຮົາ ໄດ້ທີ່ນີ້ >>> ...

ແຈ້ງອັບເດດສະຖານະການຫຼ້າສຸດ: ເລກທີ 2 - ພະຍຸໝູນເຂດຮ້ອນໂພດູ ແລະ ພະຍຸດີເພຼັສເຊິນ ກາຈິກິ, ສປປ ລາວ - 10 ກັນຍາ 2019, ເວລາ 20:30 (UTC+7)

ກ. ໃນວັນທີ 29 ສິງຫາ (ວັນພະຫັດ) ແລະ 2 ກັນຍາ (ວັນຈັນ) 2019, ກົມອຸຕຸນະຍົມວິທະນາ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສປປ ລາວ ໄດ້ລາຍງານພື້ນທີ່ສ່ຽງໄພຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ເນື່ອງຈາກການພັດຜ່ານຂອງຄວມກົດດັນອາກາດຕ່ຳ, ພະຍຸໝູນເຂດຮ້ອນ ໂພດູ ແລະ ພະຍຸດີເພຼັສເຊິນ ກາຈິກິ. ຕໍ່ມາ ໄດ້ມີລາຍງານໄພນ້ຳຖ້ວມຢູ່ຫົກແຂວງຄື: ອັດຕະປື, ຈຳປາສັກ, ຄຳມ່ວນ, ສາລະວັນ, ສະຫວັນນະເຂດ, ແລະ ເຊກອງ.ຂ. ລັດຖະບານ ສົມທົບກັບຄະນະກຳມະການຄຸ້ມຄອງ ແລະ ຄວບຄຸມໄພພິບັດທ້ອງຖິ່ນຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສົ່ງທີມຊ່ວຍເຫຼືອສຸກເສີນຈາກກອງທັບ, ຕຳຫຼວດ ...

ASEAN Coordinating Centre for Humanitarian Assistance

ດາວໂຫຼດ: pdf

ອົງການ UNFPA ສ້າງຄວາມເຂັ້ມແຂງໃຫ້ການລາຍງານ, ນຳໃຊ້ຂໍ້ມູນສະຖິຕິທີ່ສຳຄັນ

ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ເກັບ​ກຳ​ສະຖິຕິ​ທີ່​ສຳຄັນ​ໃນ​ລາວ ຜ່ານ​ອົງການ UNFPA ​ແລະ ສູນສະຖິຕິ​ແຫ່ງ​ຊາດ​ລາວ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ສະຖິຕິ​ທີ່​ສຳຄັນ​ສະບັບ​ປັບປຸງ​ໃຫ້​ສອດຄ່ອງ​ກັບ​ມາດຕະຖານ​ສາກົນ.ອົງການ UNFPA ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ສູນສະຖິຕິແຫ່ງຊາດລາວ ເພື່ອນຳໃຊ້ຂໍ້ມູນທີ່ມີຢູ່ນັ້ນຈາກ  the Census and the Lao Social Indicator Survey (LSIS) ເປັນແຫຼ່ງເສີມໃນການສ້າງສະຖິຕິຂື້ນມາໃໝ່.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ນະໂຍບາຍ ແລະ ການຄຸ້ມຄອງດ້ານພະລັງງານ

ກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບການສະໜອງພະລັງງານໃນ ສປປ ລາວ ລວມມີ:ກົດໝາຍໄຟຟ້າປີ 1997, ດັດແກ້ໃນປີ 2012. ກົດໝາຍສະບັບນີ້ ຽວຂ້ອງກັບການຜະລິດ ແລະ ການແຈກຢາຍໄຟຟ້າໃນ ສປປ ລາວ. ເຊິ່ງສ້າງມາດຕະຖານໃນການຄຸ້ມຄອງ, ການຜະລິດ, ການແຈກຢາຍ, ການສົ່ງຕໍ່ ແລະ ການນຳເຂົ້າ/ສົ່ງອອກກະແສໄຟຟ້າ.55ຖະແຫຼງການກ່ຽວກັບນະໂຍບາຍຂະແໜງການພະລັງງານ 2001 ແນໃສ່ສະໜອງພະລັງງານໄຟຟ້າທີ່ສາມາດນຳໃຊ້ໄດ້ສຳລັບໝົດທຸກຄົນ. ເປົ້າໝາຍດັ່ງກ່າວລວມມີວັດຖຸປະສົງໃນການເພີ່ມອັດຕາການເຂົ້າເຖິງກະແສໄຟຟ້າໃຫ້ໄດ້ 90 ເປີເຊັນໃນປີ 2020, ການສົ່ງເສີມການຮ່ວມມືລັດ-ເອກະຊົນໃນການພັດທະນາພະລັງງານໄຟຟ້ານ້ຳຕົກ ແລະ ຈັດຕັ້ງປະຕິບັດການພັດທະນາຕາຂ່າຍໄຟຟ້າ 500 ກິໂລໂວນ.56ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 (NSEDP) 2016–2020 ກຳນົດທິດທາງທີ່ຈຳເປັນສຳລັບຂະແໜງພະລັງງານຄື “ສຸມໃສ່ການພັດທະນາພະລັງງານໄຟຟ້ານ້ຳຕົກ ພະລັງງານໄຟຟ້າຄວາມຮ້ອນ, ພະລັງງານແສງອາທິດ ແລະ ພະລັງງານໂຮງງານອຸດສາຫະກຳ ເພື່ອຫັນປ່ຽນຂະແໜງການພະລັງງານໃຫ້ເປັນຂະແໜງສ້າງລາຍຮັບເພື່ອສົ່ງເສີມການຜະລິດ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.”57ຍຸດທະສາດການພັດທະນາພະລັງງານໝູນວຽນ ...

ພື້ນຖານໂຄງລ່າງ

ການຂາດການພັດທະນາດ້ານໂຄງລ່າງພື້ນຖານໄດ້ເປັນອຸປະສັກຕົ້ນຕໍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ສະນັ້ນ, ການປັບປຸງໂຄງລ່າງພື້ນຖານ ຈຶ່ງເປັນເປົ້າໝາຍຕົ້ນຕໍຂອງລັດຖະບານລາວຄຽງຄູ່ກັບ ເປົ້າໝາຍການພັດທະນາ ແບບຍືນຍົງຂອງສະຫະປະຊາຊາດ (SDGs), ໂດຍສະເພາະ SDG 9.  ເປົ້າໝາຍນີ້ແມ່ນກ່ຽວຂ້ອງກັບການພັດທະນາສິ່ງກໍ່ສ້າງ ທີ່ອຳນວຍຄວາມສະດວກໃຫ້ແກ່ອຸດສາຫະກຳ, ວິສາຫະກິດ ແລະ ສັງຄົມເຊັ່ນ: ຖະໜົນຫົນທາງ, ເສັ້ນທາງລົດໄຟ, ສະໜາມບິນ, ລະບົບສື່ສານໂທລະຄົມມະນາຄົມ, ໄຟຟ້າ ແລະ ໂຄງລ່າງພື້ນຖານນ້ຳ ແລະ ສຸຂາອະນາໄມ. ໂດຍທົ່ວໄປ, ຄວາມອາດສາມາດ ທີ່ມີຈຳກັດໄດ້ຈຳກັດການສະໜອງການບໍລິການ ດ້ານໂຄງລ່າງພື້ນຖານທີ່ຢູ່ນອກຕົວເມືອງໃຫຍ່ໃນປະເທດລາວ.98 ແນວໃດກໍ່ຕາມ, ການປັບປຸງໂຄງລ່າງພື້ນຖານເປັນສ່ວນໜຶ່ງຂອງຍຸດທະສາດໃນຄວາມພະຍາຍາມທີ່ຈະພົ້ນອອກຈາກການເປັນປະເທດດ້ອຍ ພັດທະນາພາຍໃນປີ 2020. 99 ເຊິ່ງແນວຄວາມຄິດທໍາອິດໄດ້ເລີ່ມຕົ້ນມາຈາກກອງປະຊຸມໃຫຍ່ຂອງພັກຄັ້ງທີ່ VI ໃນປີ 1996.100ລັດຖະບານລາວໄດ້ໃຫ້ຄວາມສົນໃຈເປັນພິເສດ ໃນການຫັນປ່ຽນສະພາບທີ່ເປັນປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນ ປະເທດທີ່ມີເສັ້ນທາງເຊື່ອມຕໍ່ທາງບົກ, ເປັນຈຸດເຊື່ອມຕໍ່ດ້ານໂຄງລ່າງພື້ນຖານກັບບັນດາປະເທດເພື່ອນບ້ານ, ເປັນຂົວຕໍ່ດ້ານເສດຖະກິດກັບປະເທດຈີນ, ໄທ ແລະ ຫວຽດນາມ.ຖະໜົນຢູ່ເຂດພູພຽງບໍລະເວນ, ແຂວງຈຳປາສັກ, ພາກໃຕ້ຂອງລາວ. ...

ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຫຼືເອີ້ນສັ້ນໆວ່າ ລາວ ເປັນປະເທດນ້ອຍ ດ້ອຍພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້, ບໍ່ມີຊາຍແດນຕິດທະເລ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບປະເທດຈີນ, ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ, ແລະ ທິດໃຕ້ຕິດກັບປະເທດກຳປູເຈຍ, ມີເນື້ອທີ່ທັງໝົດ 236,800 ກິໂລຕາແມັດ, ມີປະຊາກອນປະມານ 7 ລ້ານຄົນ (2019). ປະເທດລາວມີຄວາມອ່ອນໄຫວຕໍ່ໄພພິບັດຫຼາຍປະເພດ. ໄພນ້ຳຖ້ວມ ແລະ ດິນເຈື່ອນແມ່ນເກີດຂຶ້ນໃນທຸກໆພາກ, ຂະນະທີ່ໄພແຫ້ງແລ້ງເກີດຂຶ້ນໃນບາງປີ ຢູ່ຫຼາຍທ້ອງຖິ່ນ. ນອກຈາກນີ້ ລາວຍັງປະສົບກັບການລະບາດຂອງສັດຕູພືດ ແລະ ພະຍາດຕ່າງໆ ເຊິ່ງມີທ່າອ່ຽງເພີ່ມຂຶ້ນທ່າມກາງການປ່ຽນແປງຂອງສະພາບອາກາດ ແລະ ສະພາບແວດລ້ອມ.170!function(){"use strict";window.addEventListener("message",function(a){if(void 0!==a.data["datawrapper-height"])for(var e in a.data["datawrapper-height"]){var t=document.getElementById("datawrapper-chart-"+e)||document.querySelector("iframe[src*='"+e+"']");t&&(t.style.height=a.data["datawrapper-height"][e]+"px")}})}();ໄພນ້ຳຖ້ວມ ແລະ ພະຍຸໄພນ້ຳຖ້ວມມັກເກີດໃນຊ່ວງລະດູຝົນ ແຕ່ເດືອນພຶດສະພາເຖິງເດືອນຕຸລາ,​ ...

ເທດສະການອາຫານລາວຄັ້ງທີ 14 ຈະຈັດຂຶ້ນໃນອາທິດໜ້າ

(ຂປລ) ເທດສະການອາຫານລາວປະຈຳປີເພື່ອສົ່ງເສີມອາຫານແບບລາວໆ ແລະ ທຸລະກິດຂອງແມ່ຍິງລາວ ຈະຈັດຂຶ້ນທີ່ສວນເຈົ້າອານຸວົງ, ນະຄອນຫຼວງວຽງຈັນ ໃນວັນທີ 23-26 ມັງກອນນີ້ ຕາມການເປີດເຜີຍຕໍ່ສື່ມວນຊົນໃນວັນອັງຄານນີ້.ອ່ານຕໍ່ ...

ບັນນາທິການ ຂປລ

Work begins on route to link mountain town

Vietnam’s Deputy Prime Minister Nguyen Xuan Phuc launched the project to connect the Noi Bai-Lao Cai expressway with Lao Cai’s Sa Pa town in northern Lao Cai Province on 27 February. At a cost of over VND2.5 trillion (US$112.5 million), the project will include a four-lane ...

More Southeast Asian Dam Disasters Likely Unless Funders Ensure Higher Standards

The Lao dam disaster in July that resulted in heavy flooding in two provinces that left at least 40 people dead and displaced 7,000 others has drawn both regional and international attention to the potential dangers of Southeast Asia’s current dam-building spree. With plans for ...

ທພລ ຈະເສີມຂະຫຍາຍການຮ່ວມມືກັບຄູ່ຮ່ວມງານສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄົນລາວ ແລະ ຕ່າງປະເທດສາມາດນຳໃຊ້ການບໍລິການຈ່າຍເງິນຜ່ານ Alipay ໄດ້ແລ້ວທີ່ທະນາຄານພັດທະນາລາວ (ທພລ). ນອກຈາກນີ້ ທາງທະນາຄານຍັງກະກຽມທີ່ຈະເສີມຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມງານສາກົນໃນຕ່າງປະເທດ ແລະ ຄາດວ່າຈະກ້າວເຂົ້າສູ່ຕະຫຼາດຫຼັກຊັບໃນອະນາຄົດຕໍ່ໜ້າ.ທພລ ໄດ້ມີການຮ່ວມມືກັບບໍລິສັດ UnionPay ແລະ Alipay ຂອງຈີນ, ເຊິ່ງເປັນຜູ້ນຳດ້ານເທັກໂນໂລຢີການເງິນດັ່ງກ່າວ, ແລະ ສາຂາສະຖາບັນການເງິນຕ່າງປະເທດ ແລະ ໜ່ວຍປະກອບການຂອງທະນາຄານຈີນໃນລາວ, ສຳລັບການເຄື່ອນໄຫວແລກປ່ຽນເງິນກີບ ແລະ ເງິນຢວນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/ldb-enhance-collaboration-international-partners-102041

ການລາດຕະເວນຊາຍແດນຕາມລຳແມ່ນ້ຳຂອງທີ່ແຂວງຈຳປາສັກ ແລະ ສະຫວັນນະເຂດ

ໄດ້ມີການລາດຕະເວນຊາຍແດນຕາມລຳແມ່ນ້ຳຂອງຂື້ນ ທີ່ແຂວງຈຳປາສັກ ແລະ ສະຫວັນນະເຂດ ເພື່ອປ້ອງກັນຄົນເດີນທາງເຂົ້າມາປະເທດລາວແບບຜິດກົດໝາຍຈາກປະເທດໄທ ພາຍຫຼັງທີ່ມີການກວດພົບຜູ້ຕິດເຊື້ອໂຄວິດ-19. ສປປ ລາວ ໄດ້ກວດພົບຕົວເລກຈຳນວນຜູ້ຕິດເຊື້ອຈາກການນຳເຂົ້າສູງນັບແຕ່ຕົ້ນເດືອນນີ້ເປັນຕົ້ນມາ. ມີຫຼາຍກໍລະນີຕິດເຊື້ອໃໝ່ທີ່ມາຈາກບັນດາແຮງງານລາວທີ່ກັບມາຈາກປະເທດໄທ. ໃນວັນທີ 12 ກໍລະກົດ, ໄດ້ກວດພົບທັງໝົດ 106 ກໍລະນີຜູ້ຕິດເຊື້ອໃໝ່ ຊຶ່ງຕົວເລກລວມທັງໝົດປັດຈຸບັນແມ່ນສູງເຖິງ 2,825 ຄົນ. ອ່ານລາຍລະອຽດເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ໌

89th joint patrol on Mekong River concludes

The 89th international joint patrol on the Mekong River concluded on December 27, with China, Laos, Myanmar and Thailand taking part. According to the Yunnan provincial public security department, 128 law enforcement officers participated in the mission aboard six vessels, covering 542km. A consultation meeting on ...

Buddhism in Southeast Asia: a Catalyst for Civic Exchange

On 13 November, Buddhist leaders from Vietnam, Laos, and Cambodia met in Vientiane, the capital of Laos,to “strengthen co-operation between the three countries’ Buddhist organizations and promote and develop Lao Buddhism [both] in the region and internationally.” This meeting, attended by over 500 monastics, was called ...

ອາດເກີດໄພພິບັດຈາກເຂື່ອນຊ້ຳອີກໃນອາຊີຕາເວັນອອກສຽງໃຕ້ ຖ້ານັກລົງທຶນບໍ່ມີການຮັບປະກັນມາດຕະຖານທີ່ສູງກວ່າເດີມ

ໄພພິບັດຈາກເຂື່ອນໃນລາວໃນເດືອນກໍລະກົດທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ເກີດໄພນ້ຳຖ້ວມໜັກໃນສອງແຂວງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ  ອີກ 7,000 ຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສ ເຮັດໃຫ້ທົ່ວທັງພາກພື້ນ ແລະ ສາກົນຫັນມາໃສ່ໃຈໃນໄພອັນຕະລາຍທີ່ອາດເກີດຂຶ້ນ ຍ້ອນການພັດທະນະເຂື່ອນພະລັງງານໄຟຟ້ານ້ຳຕົກໃນອາຊີຕາເວັນອອກສຽງໃຕ້ທີ່ກຳລັງແຜ່ຫຼາຍໃນປະຈຸບັນ.ນັກຊ່ຽວຊານກ່າວວ່າ ໄພພິບັດໃນລັກສະນະດຽວກັນມີທ່າອ່ຽງເກີດຂຶ້ນຊ້ຳອີກ ໃນບັນດາໂຄງການກໍ່ສ້າງເຂື່ອນຂະໜາດໃຫຍ່ທີ່ມີແຜນກໍ່ສ້າງ ຫຼື ພວມກຳລັງກໍ່ສ້າງຢູ່ຕາມລຳແມ່ນ້ຳຂອງສາຍຫຼັກໃນລາວ ແລະ ກຳປູເຈຍ ລວມເຖິງໂຄງການເຂື່ອນໄຟຟ້າອີກປະມານ 140 ແຫ່ງຢູ່ຕາມສາຂາຂອງແມ່ນ້ຳຂອງໃນລາວ.ອ່ານຕໍ່ ...

Roseanne Gerin

ບົດຄວາມບັນນາທິການ: ໜັງສືພິມຂະແມທາມສ໌ ບິດເບືອນຂໍ້ມູນກ່ຽວກັບບັນຫາຫຼັກໝາຍຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ບົດຂ່າວນີ້ຕ້ອງການສື່ເຖິງສາທາລະນະຊົນ, ໂດຍສະເພາະຊາວກຳປູເຈຍ ແລະ ສາກົນ ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງເຊິ່ງອາດນຳໄປສູ່ຄວາມເຂົ້າໃຈຜິດກ່ຽວກັບຈຸດຢືນຂອງສອງປະເທດ, ໂດຍສະເພາະແມ່ນສົ່ງຜົນກະທົບຕໍ່ນະໂຍບາຍ ແລະ ຄວາມພະຍາຍາມຂອງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການແກ້ໄຂບັນຫາດັ່ງກ່າວ.ໃນວັນທີ 6 ມີນາ, ໜັງສືພິມຂະແມທາມສ໌ ໄດ້ເຜີຍແຜ່ບົດຂ່າວໃນຫົວຂໍ້ “ຫຼັກໝາຍຊາຍແດນຮ່ວມກັບລາວຍັງຄົງບໍ່ໄດ້ຮັບການແກ້ໄຂ”, ເຊິ່ງມີເນື້ອໃນບິດເບືອນຕໍ່ຄວາມເປັນຈິງກ່ຽວກັບບັນຫາດັ່ງກ່າວ, ໂດຍອ້າງວ່າວຽກງານຫຼັກໝາຍຊາຍແດນລະຫວ່າງປະເທດລາວໄດ້ຖືກຢຸດຊະງັກຍ້ອນຝ່າຍລາວ.ອ່ານຕໍ່ ...

ທີມບັນນາທິການ

ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ປະເທດລາວເປັນປະເທດທີ່ມີພູມສັນຖານ ແລະ ລະບົບນິເວດທີ່ຫຼາກຫຼາຍ ພ້ອມທັງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ປົກຄຸມດ້ວຍປ່າໄມ້ທີ່ດົກໜາ, ພື້ນທີ່ 80% ເປັນພູ ຫຼື ສາຍພູ ແລະ ອີກ 20% ເປັນພູພຽງ ແລະ ທົ່ງພຽງລ້ອງແມ່ນໍ້າຂອງ. ຊັບພະຍາກອນທີ່ດິນ ແລະ ບໍ່ແຮ່ພື້ນທີ່ປ່າໄມ້ (ປ່າຫຼັກ ແລະ ປ່າສຳຮອງ) ກວມເອົາເນື້ອທີ່ສ່ວນໃຫຍ່ຂອງປະເທດ(>80%). ເນື້ອທີ່ 10% ຂອງປະເທດແມ່ນພື້ນທີ່ກະສິກຳ, ສ່ວນພື້ນທີ່ທີ່ເໝາະແກ່ການປູກຝັງມີໜ້ອຍກວ່າ 7% ຂອງພື້ນທີ່ທັງໝົດ.253 ...

SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ

ເປົ້າໝາຍການພັດທະນາແບບຍືນຍົງ 15 – “ສິ່ງທີ່ມີຊີວິດເທິງໜ້າດິນ” – ແມ່ນແນໃສ່ການປົກປັກຮັກສາ ແລະ ຟຶ້ນຟູລະບົບນິເວດໜ້າດິນ. ເປົ້າໝາຍດັ່ງກ່າວໂດຍສະເພາະ ແມ່ນແນໃສ່ການຄຸ້ມຄອງປ່າໄມ້, ການປ່ຽນສະພາບເປັນທະເລຊາຍ, ການເສື່ອມສະພາບຂອງດິນ ແລະ ຊີວະນາໆພັນ.  ເພື່ອບັນລຸຈຸດໝາຍດັ່ງກ່າວນີ້, SDG15 ລວມມີ 12 ເປົ້າໝາຍ ເຊິ່ງແຕ່ລະເປົ້າໝາຍປະກອບດ້ວຍຕົວຊີ້ວັດເພື່ອວັດແທກຄວາມຄືບໜ້າ. ເກົ້າເປົ້າໝາຍທຳອິດ, ເປົ້າໝາຍທີ 15.1–15.9, ແມ່ນສະເໜີກ່ຽວກັບຂົງເຂດການປົກປັກຮັກສາສິ່ງແວດລ້ອມ ສ່ວນອີກສາມເປົ້າໝາຍທີ່ຍັງເຫຼືອ, ເປົ້າໝາຍ 15.A–15.C, ແມ່ນກ່ຽວກັບການລົງທຶນ ແລະ ການສະໜັບສະໜູນໂຄງການ.326ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍ SDG15ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນສ້າງຂຶ້ນເພື່ອປ່ຽນແທນ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ລວມມີແປດຊຸດເປົ້າໝາຍ ທີ່ສ້າງຂຶ້ນເພື່ອເປັນແນວທາງສຳລັບນະໂຍບາຍ ແລະ ເປັນຫຼາວັດແທກຂອງການພັດທະນາ, ເຊິ່ງແນໃສ່ຂົງເຂດວຽກງານຕ່າງໆເຊັ່ນ: ຄວາມທຸກຍາກ, ພະຍາດ ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PYBJa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!