ລາວເນັ້ນໃຫ້ເຫັນພາລະບົດບາດຂອງຂະແໜງເອກະຊົນໃນວັນ MSME ສາກົນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຊື່ອວ່າ ທຸລະກິດຂະໜາດຍ່ອຍ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ຄຽງຄູ່ກັບມາດຕະການເສດຖະກິດມະຫາພາກໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.ລາວໄດ້ດຳເນີນການລິເລີ່ມຫຼາຍຢ່າງເພື່ອຊຸກຍູ້ຂະແໜງເອກະຊົນໃນການສ້າງຄວາມຫຼາກຫຼາຍດ້ານເສດຖະກິດ ເຊັ່ນ ການສະໜອງສິນຄ້າ ແລະ ການບໍລິການໃຫ້ແກ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/govt-highlights-role-private-sector-international-msme-day-99724
ອົງການກາແດງ ມອບເຄື່ອງຊ່ວຍເຫຼືອເພີ່ມເຕີມ ໃຫ້ແກ່ຊຸມຊົນທີ່ປະສົບໄພນ້ຳຖ້ວມ
ອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫຼືອເພີ່ມເຕີມ ໃຫ້ແກ່ຊຸມຊົນແຂວງພາກໃຕ້ ທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມທີ່ຜ່ານມາ, ເຊິ່ງເປັນເຄື່ອງບໍລິຈາກ ມູນຄ່າ 60 ກວ່າລ້ານກີບ.ໃນອາທິດແລ້ວນີ້ ອົງການກາແດງ ໄດ້ນຳເອົາອຸປະກອນການສຶກສາໄປມອບໃຫ້ແກ່ໂຮງຮຽນປະຖົມພູທອງລຸ່ມ ເມືອງຊະນະສົມບູນ ແຂວງຈຳປາສັກ ເພື່ອປ່ຽນແທນອຸປະກອນການຮຽນການສອນທີ່ຖືກເປ່ເພ ຫຼື ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນຊ່ວງເດືອນກັນຍາທີ່ຜ່ານມາ.ອ່ານຕໍ່. ...
ໂຕະຂ່າວວຽງຈັນທາມສ໌
ລັດຖະບານຈະຂາຍຫຸ້ນລັດວິສາຫະກິດທີ່ບໍ່ສ້າງຜົນກຳໄລ
ລັດຖະບານຈະຂາຍຫຸ້ນຂອງລັດວິສາຫະກິດ ແລະ ຫັນໃຫ້ເປັນທຸລະກິດຮ່ວມປະສົມ ຫຼື ຂາຍຍົກກິດຈະການຖ້າວ່າມີຄວາມຈຳເປັນ, ທ່ານຮອງນາຍົກລັດຖະມົນຕີກ່າວ.ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງການປະຕິຮູບລັດວິສາຫະກິດທີ່ພວມກຳລງັດຳເນີນ ຫຼັງຈາກທີ່ວິສາຫະກິດສ່ວນໃຫຍ່ຂາດທຶນມາຫຼາຍປີ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ທິດຊີ້ນຳໃໝ່ກ່ຽວກັບການນຳເຂົ້າ / ສົ່ງອອກສິນຄ້າກະສິກຳໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດລາຍການປະເພດສິນຄ້າ ແລະ ປະລິມານສິນຄ້າກະເສດ ແລະ ພືດທີ່ສາມາດນຳເຂົ້າ ແລະ ສົ່ງອອກຜ່ານດ່ານພາສີຊາຍແດນຂອງລາວ.ພາຍໃຕ້ແນວທາງໃໝ່ດັ່ງກ່າວ ແຕ່ລະຄົວເຮືອນຄວນມີເຄື່ອງມື ແລະ ເຄື່ອງຈັກການກະເສດ ເຊັ່ນ ລົດໄຖ. ແຕ່ລະຄົວເຮືອນຄວນມີລົດໄຖຢ່າງໜ້ອຍໜຶ່ງຄັນ, ມີຈັກໂປມນ້ຳ ໜຶ່ງເຄື່ອງ ແລະ ຈັກບົດອາຫານໜຶ່ງເຄື່ອງ. ນອກນີ້ຍັງຕ້ອງມີຈັກນວດເຂົ້າ ແລະ ຈັກສີເຂົ້າໜຶ່ງເຄື່ອງຕໍ່ໜຶ່ງຄົວເຮືອນ, ຕາມທິດຊີ້ນຳໃໝ່ຂອງກະຊວງການເງິນ.ຄົນໜຶ່ງຄົນສາມາດນຳເຂົ້າ ແລະ ສົ່ງອອກສິນຄ້າກະເສດ ແລະ ພືດຕໍ່ວັນດັ່ງນີ້: ສາລີຫວານ 10 ກິໂລ, ແກ່ນພືດ 200 ກຼາມ, ແກ່ນໝາກຖົ່ວ 5 ກິໂລ, ສະປໍເຫັດ 10 ຂວດ, ເຫັດສົດ 5 ກິໂລ, ປຸ໋ຍເຄມີ ສອງເປົາ, ...
ໂຕະຂ່າວ
ເຈົ້າໜ້າທີ່ການຕ່າງປະເທດ ຫາລືແຜນການ ພາຍໃຕ້ສະພາບແວດລ້ອມໂລກທີ່ກຳລັງປ່ຽນແປງ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດນີ້ກະຊວງການຕ່າງປະເທດ ໄດ້ເປີດກອງປະຊຸມຄັ້ງທີ 14 ຢ່າງເປັນທາງການ ເພື່ອທົບທວນ ແລະ ອະນຸມັດແຜນການເຮັດວຽກໃໝ່ ເພື່ອຜະເຊີນກັບສະພາບແວດລ້ອມໂລກທີ່ກຳລັງປ່ຽນແປງ.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເປັນປະທານ ໃນພິທີເປີດກອງປະຊຸມທາງການ ໄລຍະສອງວັນ ທີ່ສູນຝຶກອົບຮົມການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ. ໂດຍມີບັນດາລັດຖະມົນຕີ, ຮອງເຈົ້າແຂວງ, ເອກອັກຄະລັດຖະທູດ, ນັກການທູດລາວທີ່ປະຈຳການຢູ່ຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່ກະຊວງ ເຂົ້າຮ່ວມຊ້ອງໜ້າ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ນັກລົງທຶນມີແຜນປູກໄມ້ໃນພື້ນທີ່ປ່າເສື່ອມໂຊມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດກະສິກຳປ່າໄມ້ບູລະພາ, ບໍລິສັດສະໂຕຣາ ເອັນໂຊ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຫາລືກ່ຽວກັບການປູກໄມ້ໃນເຂດປ່າເສື່ອມໂຊມໃນພື້ນທີ່ປ່າຜະລິດແຫ່ງຊາດ (NPFA). ຕາງໜ້າຈາກທັງສາມພາກສ່ວນໄດ້ຮ່ວມປະຊຸມໃນວັນຈັນນີ້ ເພື່ອຫາລືກ່ຽວກັບຂໍ້ກຳນົດ ແລະ ເງື່ອນໄຂທີ່ຈຳເປັນໃນການຂໍອະນຸຍາດປູກໄມ້ໃນພື້ນທີ່ດັ່ງກ່າວທີ່ແຂວງວຽງຈັນ ແລະ ຄຳມ່ວນ.ອ່ານຕໍ່ ...
News Desk
ການຫຼົບໜີຂອງແມ່ຍິງລາວ ນຳໄປສູ່ການຈັບກຸມຜູ້ຕ້ອງສົງໄສໃນການຄ້າປະເວນີ
ຜູ້ຕ້ອງສົງໄສຕົ້ນຕໍໃນຂະບວນການຄ້າມະນຸດຂ້າມຊາດ ໄດ້ຖືກຈັບກຸມຢູ່ທີ່ຮ້ານຄາຣາໂອເກະຊາຍແດນໃນຈັງຫວັດນາລາທິວາດ, ແລະ ແມ່ຍິງລາວຫຼາຍຄົນໄດ້ຮັບການຊ່ວຍເຫຼືອຈາກຂະບວນການຄ້າມະນຸດ.ການຂະຫຍາຍຜົນຈັບກຸມດັ່ງກ່າວແມ່ນມາຈາກການຫຼົບໜີຂອງແມ່ຍິງລາວທີ່ຖືກບັງຄັບໃຫ້ຄ້າປະເວນີ, ເຊິ່ງເດີນທາງກັບບ້ານ ແລະ ພົບວ່າຕົນເອງຖືພາ ແລະ ຕິດເຊື້ອຊີຟີລີດ. ລາວຈຶ່ງຊອກຫາຄວາມຊ່ວຍເຫຼືອ.ອ່ານຕໍ່ ...
WASSAYOS NGAMKHAM
https://www.bangkokpost.com/thailand/general/1721451/lao-girls-escape-leads-to-arrest-of-sex-trafficking-suspect
ກອງປະຊຸມທົບທວນແນວທາງເພື່ອຫຼຸດຜ່ອນການໃຊ້ຄວາມຮຸນແຮງທາງເພດໃນລາວ
ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ມີການທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ‘ການນຳຄວາມຍຸດຕິທຳສູ່ແມ່ຍິງທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງທາງເພດ’ ແຕ່ປີ 2016-2019.ຄະນະກະມາທິການແຫ່ງຊາດເພື່ອການພັດທະນາແມ່ຍິງ ແລະ ແມ່ແລະເດັກ (NCAWMC) ວຽງຈັນ ພ້ອນດ້ວຍທີມງານຄະນະ ໄດ້ຈັດກອງປະຊຸມຄະນະກະມະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານການປະເມີນການສະຫຼຸບໂຄງການ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ຍີ່ປຸ່ນສົ່ງເສີມການສ້າງລາຍໄດ້ສຳລັບຄົນພິການໃນລາວ
(ຂປລ) ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 292,195 ໂດລາສະຫະລັດ ເພື່ອສົ່ງເສີມການສ້າງລາຍຮັບສຳລັບຜູ້ພິການໃນ ສປປ ລາວ. ທຶນຊ່ວຍເຫຼືອດັ່ງກ່າວແມ່ສຳລັບການດຳເນີນກິດຈະກຳໃນປີທຳອິດຂອງໂຄງການໄລຍະສອງປີ.ອ່ານຕໍ່ ...
ບັນນາທິການ ຂປລ
ທົ່ງໄຫຫີນຈະເປັນມໍລະດົກໂລກແຫ່ງທີ່ສາມຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ທົ່ງໄຫຫີນ ແຂວງຊຽງຂວາງ ຄາດວ່າຈະດຶດດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ຖ້າວ່າໄດ້ຮັບການຮັບຮອງໃຫ້ເປັນມໍລະດົກໂລກຂອງ UNESCO ຕາມແຜນທີ່ຄະນະກຳມະການ UN ຈະມີການປະຊຸມຫາລື ທີ່ປະເທດອາເຊີບາຍຈັນ ໃນວັນທີ 30 ມິຖຸນາ ເຖິງ 7 ກໍລະກົດນີ້.ລາວໄດ້ດຳເນີນການມາເປັນໄລຍະ 20 ປີ ເພື່ອໃຫ້ທົ່ງໄຫຫີນໄດ້ຮັບການຈັດເຂົ້າໃນບັນຊີມໍລະດົກໂລກ. ເມື່ອໄດ້ຮັບການຮັບຮອງຈາກອົງການ UNESCO ແລ້ວ, ທົ່ງໄຫຈະກາຍເປັນສະຖານທີ່ມໍລະດົກໂລກແຫ່ງທີ່ສາມຂອງລາວ.ອ່ານຕໍ່. ...
ຄອນສະຫວັນ ລາດຊະເພົາ
ລາວ, ບັນດາປະເທດອາຊຽນບວກສາມ ຫາລືການຮ່ວມມືໃນການເກັບກູ້ລະເບີດມີນ
ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານ ລບຕ ຈາກລາວ ແລະ ບັນດາປະເທດອາຊຽນບວກສາມ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນ ໃນວັນທີ 3-6 ທັນວານີ້ ເພື່ອຫາລືແຜນການໃນການເກັບກູ້ລະເບີດມີນ ໃນພາກພື້ນ ໃນໄລຍະສາມປີຕໍ່ໜ້າ.ກອງປະຊຸມດັ່ງກ່າວໄດ້ຫາລືໃນວັນອັງຄານນີ້ວ່າ ລະເບີດບໍ່ທັນແຕກແຕ່ສະໄໝສົງຄາມ ຍັງຄົງເປັນໄພຮຸກຮານຕໍ່ຄວາມໝັ້ນຄົງຂອງມະນຸດ ທັງໃນພາກພື້ນ ແລະ ໃນທົ່ວໂລກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ງານວາງສະແດງຜະລິດຕະພັນລາວຈະເພີ່ມທະວີທ່າແຮງດ້ານການສົ່ງອອກສິນຄ້າຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການຈັດງານຕະຫຼາດນັດສິນຄ້າ “Made in Laos 2019” ຫວັງວ່າງານດັ່ງກ່າວຈະຊ່ວຍສົ່ງເສີມພາບລັກຜະລິດຕະພັນຂອງລາວ ຜ່ານກອງປະຊຸມດ້ານການຄ້າ, ການຈັບຄູ່ທຸລະກິດ ແລະ ການຝຶກອົບຮົມ.ງານຕະຫຼາດນັດດັ່ງກ່າວ ເຊິ່ງແນໃສ່ສ້າງຕະຫຼາດພາກພື້ນ ແລະ ສາກົນ ເຊິ່ງໄດ້ໄຂຂຶ້ນທີ່ສູນການຄ້າລາວ-ໄອເຕັກວຽງຈັນ ໃນວັນຈັນນີ້ ແລະ ຈະມີໄປຈົນເຖິງວັນທີ 28 ກໍລະກົດນີ້.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/made-laos-fair-maximise-nation%E2%80%99s-export-potential-100826
ລາວ, ຫວຽດນາມຫາລືການຕອບໂຕ້ຕໍ່ຂໍ້ມູນຂ່າວສານປອມຜ່ານສື່ສັງຄົມອອນໄລ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກລາວ ແລະ ຫວຽດນາມ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນໃນມື້ວານນີ້ ເພື່ອຫາລືວິທີການໃນການຕໍ່ຕ້ານຂໍ້ມູນຂ່າວສານທີ່ບໍ່ເປັນຈິງກ່ຽວກັບສອງປະເທດ ທີ່ໂພສ໌ທຜ່ານທາງອິນເຕີເນັດ ແລະ ສື່ສັງຄົມອອນໄລ.ທັງສອງຝ່າຍໄດ້ແລກປ່ຽນປະສົບການກ່ຽວກັບຂໍ້ມູນປອມ ແລະ ຫາລືມາດຕະການໃນການດຳເນີນການແກ້ໄຂໃຫ້ດີທີ່ສຸດ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ມະຫາວິທະຍາໄລແຫ່ງຊາດເປີດຫຼັກສູດປະລິນຍາເອກໃນຂະແໜງເສດຖະສາດ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແຫ່ງມະຫາວິທະຍາໄລແຫ່ງຊາດ (ມຊ) ຈະເປີດຫຼັກສູດປະລິນຍາເອກວິຊາເສດຖະສາດ ໃນເດືອນມີນາປີໜ້າ ຫຼັງຈາກມີພິທີເປີດຕົວໃນວັນພຸດອາທິດຜ່ານມາ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ເຈົ້າໜ້າທີ່ ຫາລືການສ້າງແຜນທີ່ຄວາມສ່ຽງສະພາບອາກາດ ສຳລັບຊາວກະສິກອນພາກໃຕ້
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານໃນບັນດາແຂວງພາກໃຕ້ ເຂົ້າຮ່ວມປະຊຸມທີ່ນະຄອນປາກເຊ ໃນອາທິດນີ້ ເພື່ອຫາລືກ່ຽວກັບການສ້າງແຜນທີ່ຄວາມສ່ຽງ ແລະ ຜົນກະທົບທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບອາກາດ, ເພື່ອແນໃສ່ສະໜອງຂໍ້ມູນທີ່ລະອຽດຊັດເຈດໃຫ້ແກ່ຊາວກະສິກອນ.ກອງປະຊຸມໄລຍະສອງວັນ ກ່ຽວກັບການສ້າງແຜນທີ່ການດຳລົງຊີວິດທາງດ້ານກະສິກຳ ແລະ ການກຳນົດຄວາມສ່ຽງສະພາບອາກາດ ເພື່ອຈັດຕັ້ງບູລິມະສິດເພື່ອການບໍລິການກ່ຽວກັບສະພາບອາກາດ ໄດ້ຈັດຂຶ້ນທີ່ສູນຄົ້ນຄວ້າແນວພັນເຂົ້າ ແລະ ຂະຫຍາຍພັນພືດ ບ້ານໂພນງາມ, ນະຄອນປາກເຊ ໃນວັນທີ 19-20 ທັນວານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ສະຖານນີໂທລະພາບລາວເພີ່ມຄວາມຊັດແຈ້ງໃນການອອກອາກາດ ພາຍໃຕ້ການຊ່ວຍເຫຼືອເພື່ອຍົກລະດັບສູ່ລະບົບ HD ຈາກຈີນ
ຜູ້ຊົມໂທລະພາບທ້ອງຖິ່ນ ກຳລັງຈະໄດ້ຮັບຊົມພາບທີ່ແຈ້ງກວ່າເດີມ ພາຍຫຼັງການມອບຮັບໂຄງການຍົກລະດັບລະບົບໂທລະພາບຄວາມລະອຽດສູງ (HD) ສຳລັບສະຖານນີໂທລະພາບລາວ (LNTV) ຊ່ອງ 3 ທີ່ນະຄອນວຽງຈັນ ພາຍໃຕ້ໂຄງການຊ່ວຍເຫຼືອຈາກຈີນ.ໂຄງການຍົກລະດັບມູນຄ່າ 63 ຕື້ກີບ (52 ລ້ານຢວນ) ແມ່ນການຍົກລະດັບອຸປະກອນເຕັກນິກມາດຕະຖານຂອງຊ່ອງ 3 ໃຫ້ເປັນລະບົບ HD, ເພື່ອເສີມຂະຫຍາຍຄຸນນະພາບການຜະລິດຂອງສື່ໂທລະພາບທ້ອງຖິ່ນ.ອາ່ນຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ອອສ໌ເຕຼເລຍສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກນ້ອຍລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນ 582 ແຫ່ງໃນເກົ້າແຂວງ ໄດ້ຮັບຫ້ອງຮຽນໃໝ່ ພ້ອມທັງນ້ຳສະອາດ ແລະ ສຸຂາພິບານ ພາຍໃຕ້ການຊ່ວຍເຫຼືອຂອງ ອອສ໌ເຕຼເລຍ ຮ່ວມກັບສະຫະພາບຢູໂຣບ, ຜ່ານໂຄງການສົ່ງເສີມຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ (BEQUAL).ພິທີມອບຮັບສິ່ງອຳນວຍຄວາມສະດວກໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນອາທິດນີ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກສຶກສາ ແລະ ກິລາຈາກເກົ້າແຂວງທີ່ໄດ້ຮັບຜົນປະໂຫຍດ, ກໍຄືຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມຕ່າງໆ. ອ່ານຕໍ່ ...
ແມ່ຍິງ ແລະ ເດັກຍິງລາວ 53 ຄົນຖືກກັກຕົວຈາກການເຂົ້າກວດສອບບາຮ້ອງເພງຢູ່ພາກໃຕ້ຂອງໄທ
ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານເຂົ້າປິດລ້ອມ ແລະ ກັກຕົວຄົນລາວ 53 ຄົນ-ເປັນຍິງ 50 ຄົນ ແລະ ເດັກຍິງ 3 ຄົນ ເຊິ່ງຖືກຕັ້ງຂໍ້ຫາວ່າຄ້າປະເວນີ ໃນການບຸກກວດສອບບາຮ້ອງເພງທີ່ຈັງຫວັດນາລາທິວາດ ທາງພາກໃຕ້ຂອງປະເທດໄທ, ຕາມການລາຍງານຂອງເຈົ້າໜ້າທີ່ກ່ຽວຂ້ອງໃນວັນສຸກຜ່ານມານີ້.ອ່ານຕໍ່ ...
BenarNews
ລາວ, ເກົາຫຼີຮ່ວມກັນສ້າງສູນພັດທະນາບ້ານຊຸມຊົນ
ຊາວຊົນນະບົດໃນນະຄອນຫຼວງວຽງຈັນມີສູນພັດທະນາຊຸມຊົນແຊມູນແຫ່ງໃໝ່ ພາຍຫຼັງພິທີມອບຮັບອາຄານສູນທີ່ບ້ານໝາກຄ້ຽວ ເມືອງປາກງື່ມ ໃນວັນຈັນຜ່ານມາ.ສູນດັ່ງກ່າວແມ່ນສ້າງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ມູນນິທິແຊມູນໂລກແຫ່ງປະເທດເກົາຫຼີ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ບົດບັນນາທິການ: ເຂົ້າສານທີ່ນຳເຂົ້າມີລາຄາທີ່ຖືກກວ່າເຂົ້າສານທີ່ປູກພາຍໃນປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຄົນລາວສ່ວນໃຫຍ່ນິຍົມບໍລິໂພກເຂົ້າໜຽວ ເຊິ່ງເປັນສະບຽງອາຫານຫຼັກຂອງຄົນລາວທົ່ວປະເທດ.ໃນຊຸມປີຜ່ານມາ ລາຄາເຂົ້າທີ່ຜະລິດໃນລາວແມ່ນນັບມື້ນັບສູງຂຶ້ນ ແລະ ບໍ່ເຄີຍລົງ. ສາເຫດຂອງບັນຫານີ້ແມ່ນຍ້ອນພື້ນທີ່ປູກເຂົ້າຈຳນວນຫຼາຍ ບໍ່ສາມາດທຳການຜະລິດໄດ້ຕາມເປົ້າໝາຍ ເນື່ອງຈາກລະດູແລ້ງທີ່ແກ່ຍາວ ແລະ ໄພນ້ຳຖ້ວມ. ບາງພາກຂອງປະເທດບໍ່ສາມາດຜະລິດເຂົ້າໄດ້ພຽງພໍຕໍ່ຄວາມຕ້ອງການ ສ່ວນຜູ້ຂາຍເອງກໍສວຍໂອກາດຂຶ້ນລາຄາເຂົ້າໃນເວລາຂາດແຄນ. ຕາມຄຳສຸພາສິດທີ່ວ່າ “ນ້ຳຂຶ້ນໃຫ້ຮີບຕັກ ຖ້າບໍ່ດັ່ງນັ້ນຈະບໍ່ໄດ້ຫຍັງ.”ອ່ານຕໍ່ ...
ໂຕະຂ່າວບັນນາທິການ
http://annx.asianews.network/content/editorial-imported-rice-cheaper-rice-grown-laos-105519