ເສດຖະກິດ ແລະ ການຄ້າ

ບໍລິສັດເກົາຫຼີຊອກຫາຊ່ອງທາງການເຊື່ອມຕໍ່ດ້ານການຄ້າໃນລາວ

(ຂປລ) ຕາງໜ້າບໍລິສັດເກົາຫຼີຈັດປະຊຸມກັບຜູ້ປະກອບການລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 30 ກັນຍານີ້ ເພື່ອຫາລືກ່ຽວກັບໂອກາດເພື່ອການຮ່ວມມື ແລະ ການສ້າງເຄືອຂ່າຍທາງທຸລະກິດ. ບໍລິສັດຈາກເກົາຫຼີລວມມີ ບໍລິສັດ ENTRA , ບໍລິສັດອຸດສາຫະກຳ NARAE , ບໍລິສັດ DAEDO TEKRA , ບໍລິສັດ Exolube, ບໍລິສັດ DHC, ບໍລິສັດເຄມີ Sunkyung ແລະ ບໍລິສັດ TAESUNG.ກອງປະຊຸມຂອງຄະນະຜູ້ແທນການຄ້າ Ulju-GUN 2019 ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມລາວພຼາຊາ ນະຄອນຫຼວງວຽງຈັນ ໂດຍອົງການສະໜັບສະໜູນການຄ້າການລົງທຶນເກົາຫຼີ (KOTRA) ແລະ ພະແນກການຄ້າສະຖານທູດສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48525

ທະນາຄານສືບຕໍ່ສະໜັບສະໜູນດ້ານການເງິນ ສຳລັບການລົງທຶນໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານພານິດໃຫ້ສັນຍາວ່າຈະສືບຕໍ່ການສະໜັບສະໜູນທາງດ້ານແຫຼ່ງທຶນ ເພື່ອສົ່ງເສີມການລົງທຶນໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອຜັນຂະຫຍາຍ “ການລິເລີ່ມເສັ້ນທາງ ແລະ ແລວທາງ” ໃຫ້ປະກົດຜົນເປັນຈິງ.ໃນກອງປະຊຸມສື່ມວນຊົນທີ່ນະຄອນຫຼວງວຽງຈັນ ອາທິດແລ້ວນີ້, ທ່ານ ຊຸນ ເຟັງເລີ່ຍ ຜູ້ຈັດການທະນາຄານອຸດສາຫະກຳ ແລະ ການຄ້າແຫ່ງປະເທດຈີນ ສາຂາວຽງຈັນ ກ່າວວ່າ ຂະແໜງການກໍ່ສ້າງພື້ນຖານໂຄງລ່າງ ແລະ ພະລັງງານ ແມ່ນສອງຂະແໜງການຫຼັກທີ່ໄດ້ຮັບການສະໜັບສະໜູນແຫຼ່ງທຶນຈາກທະນາຄານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/banks-commit-financial-support-investment-mekong-lancang-105282

ລາຄາປາລ້ຽງທີ່ວາງຈຳໜ່າຍ ສູງກວ່າລະດັບທີ່ລັດຖະບານກຳນົດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາປາລ້ຽງທີ່ວາງຂາຍໃນນະຄອນຫຼວງວຽງຈັນໃນປະຈຸບັນ ແມ່ນສູງກວ່າລະດັບທີ່ລັດຖະບານກຳນົດ ຫຼັງຈາກທີ່ຊາວກະສິກອນທີ່ລ້ຽງປາຫຼາຍເຈົ້າປະສົບສະພາບຂາດທຶນເນື່ອງຈາກໄພນ້ຳຖ້ວມໃນໄລຍະທີ່ຜ່ານມາ.ນອກຈາກນີ້ ເຂົາເຈົ້າຍັງຕ້ອງແບກຮັບພາລະຕົ້ນທຶນໃນການລ້ຽງປາທີ່ເພີ່ມສູງຂຶ້ນ.ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ປ້ອງກັນການສວຍໂອກາດຂຶ້ນລາຄາ, ໃນເດືອນພຶດສະພາທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບລາຄາຂາຍປາດັ່ງກ່າວບໍ່ໃຫ້ເກີນ 20,000 ກີບຕໍ່ໜຶ່ງກິໂລ. ແຕ່ມາໃນປະຈຸບັນ ລາຄາທີ່ຂາຍຕາມທ້ອງຕະຫຼາດແມ່ນເພີ່ມຂຶ້ນຮອດ 23,000-25,000 ກີບຕໍ່ກິໂລ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/cost-farmed-fish-exceeds-price-set-lao-government-105206

ລາວ: ທະນາຄານກາງຈະອອກທະນະບັດໃບ 500 ກີບສະບັບປີ 2015

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການກ່ຽວກັບການອອກທະນະບັດໃບ 500 ກີບສະບັບປີ 2015. ທະນາຄານກາງໄດ້ແຈ້ງການລ່ວງໜ້າກ່ຽວກັບການອອກທະນະບັດໃໝ່ດັ່ງກ່າວ ເພື່ອເປັນການຕັດຂໍ້ສົງໄສກ່ຽວກັບການນຳໃຊ້ທະນະບັດດັ່ງກ່າວ.ທະນາຄານກາງໄດ້ອອກແຈ້ງການໃນວັນທີ 24 ກັນຍາ ເຊິ່ງມີເນື້ອໃນວ່າ ຈະເລີ່ມໝູນວຽນການນຳໃຊ້ທະນະບັດໃບ 500 ກີບ ສະບັບປີ 2015 ຢ່າງເປັນທາງການໃນວັນທີ 7 ຕຸລານີ້. ສ່ວນທະນະບັດໃບ 500 ກີບສະບັບປີ 1998 ກໍຍັງສືບຕໍ່ນຳໃຊ້ໄດ້ຕາມປົກກະຕິ ຄຽງຄູ່ກັບທະນະບັດໃໝ່ນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-central-bank-circulate-2015-version-500-kip-note-105205

ພັດທະນາພື້ນຖານໂຄງລ່າງ ແລະ ການທ່ອງທ່ຽວເປັນກຸນແຈສຳຄັນຂອງການຂະຫຍາຍຕົວດ້ານເສດຖະກິດຂອງລາວ: ADB

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານວາງເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ຫຼາຍຂຶ້ນແຕ່ນີ້ໄປເຖິງທ້າຍປີ ພາຍໃຕ້ນະໂຍບາຍ, ການໂຄສະນາສົ່ງເສີມການທ່ອງທ່ຽວ ແລະ ການປັບປຸງດ້ານນະໂຍບາຍ ຫຼາຍໆຢ່າງ.ບາດກ້າວດັ່ງກ່າວ ແມ່ນເນື່ອງມາຈາກການເຜີຍແຜ່ການຄາດຄະເນຊຸດໃໝ່ຂອງທະນາຄານພັດທະນາອາຊີ (ADB) ເຊິ່ງສະແດງໃຫ້ເຫັນການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະຫຼຸດຜ່ອນໃນປີ 2019 ແລະ 2020 ເນື່ອງຈາກການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ແລະ ການບໍລິການຫຼຸດຜ່ອນລົງໃນຊ່ວງຫົກເດືອນຕົ້ນປີ 2019 ຍ້ອນຈຳນວນນັກທ່ອງທ່ຽວຕ່າງປະເທດຫຼຸດລົງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/infrastructure-development-tourism-key-economic-growth-laos-adb-105204

ແຂວງສະຫວັນນະເຂດຍົກເລີກຈຸດກວດກາ ເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ແຈ້ງການຍົກເລີກຈຸດກວດຕາມຖະໜົນສາຍຫຼັກ ເພື່ອເພີ່ມຄວາມໄວໃນການຂົນສົ່ງສິນຄ້າ ແລະ ການສົ່ງອອກ.ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ອອກຄຳສັ່ງໃນອາທິດແລ້ວນີ້ ກ່ຽວກັບການຍຸບເລີກຈຸດກວດກາສິນຄ້າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງພາກກາງ.ຈຸດກວດກາຂອງເຈົ້າໜ້າທີ່ຕຳຫຼວດຕາມເສັ້ນທາງຫຼວງເລກທີ 9 ເຊິ່ງເຊື່ອມຕໍ່ລະຫວ່າງຂົວມິດຕະພາບລາວ-ໄທ ແລະ ດ່ານກວດແດນສະຫວັນ-ລາວບາວຊາຍແດນຫວຽດນາມ ໄດ້ມີການຍຸບເລີກຢ່າງເປັນທາງການ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/savannakhet-laos-slashes-red-tape-ease-freight-transport-105203

ADB ຄາດວ່າເສດຖະກິດຂອງລາວຈະຂະຫຍາຍຕົວຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວ ຈະຍັງສືບຕໍ່ຂະຍາຍຕົວໃນລະດັບປານກາງໃນປີ 2019 ແລະ 2020, ເນື່ອງຈາກຂະແໜງອຸດສາຫະກຳ ແລະ ການບໍລິການຂະຫຍາຍຕົວຫຼຸດລົງໃນຊ່ວງເຄິ່ງທຳອິດຂອງປີ 2019 ຍ້ອນຈຳນວນນັກທ່ອງທ່ຽວຈາກຕ່າງປະເທດຫຼຸດລົງ, ຕາມການຄາດຄະເນຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB).ນອນຈາກນີ້ ສາເຫດຂອງການຂະຫຍາຍຕົວຫຼຸດລົງດັ່ງກ່າວແມ່ນຍ້ອນການສົ່ງອອກ ແລະ ການຜະລິດໄຟຟ້າທີ່ເກືອບຢຸດຊະງັກ ທັງໆທີ່ການຟື້ນຟູໃນຂະແໜງກະສິກຳມີພຽງເລັກນ້ອຍ.ຕາມບົດລາຍງານຫຼ້າສຸດທາງດ້ານເສດຖະກິດປະຈຳປີ, “ພາບລວມການພັດທະນາໃນອາຊີ (ADO) 2019”, ADB ໄດ້ຄາດຄະເນການຂະຫຍາຍຕົວຂອງເສດຖະກິດລາວຢູ່ໃນລະດັບ 6.2 ສ່ວນຮ້ອຍໃນປີ 2019 ແລະ 2020, ຕ່ຳກວ່າລະດັບ 6.5 ສ່ວນຮອຍທີ່ຄາດຄະເນໃນເດືອນເມສາ ສຳລັບປີ 2019 ແລະ 2020.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/adb-outlook-expects-moderate-lao-economic-growth-104980

ການຂະຫຍາຍຕົວຂອງການທ່ອງທ່ຽວໃນລາວດຶງດູດໂຮງແຮມຊັ້ນນຳຂອງໂລກ

ເຄືອຂ່າຍໂຮງແຮມ ແລະ ບ້ານພັກລະດັບສາກົນ ຮິວຕັນ ໄດ້ຖະແຫຼງແຜນການໃນການເປີດສາຂາເຄືອຂ່າຍຂອງໂຮງແຮມແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນຂອງລາວ, ຄຽງຄູ່ກັບບັນດາໂຮງແຮມຊັ້ນນຳຂອງໂລກຫຼາຍແຫ່ງ ທີ່ຫຼັ່ງໄຫຼກັນມາເປີດສາຂາໃນປະເທດລາວ ເພື່ອຫວັງສ້າງກຳໄລຈາກຂະແໜງການທ່ອງທ່ຽວທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ.ໂຮງແຮມ ຮິວຕັນ ໄດ້ມີພິທີວາງສິລາເລີກການກໍ່ສ້າງໃນວັນທີ 9 ກັນຍາທີ່ຜ່ານມາ ສຳລັບໂຮງແຮມ DoubleTree ໂດຍຮິວຕັນວຽງຈັນ ແຫ່ງໃໝ່ ຮ່ວມກັບບໍລິສັດ TPD, ສາຂາກຸ່ມບໍລິສັດ TK Group ລາວ.ໂຮງແຮມຂະໜາດ 188 ຫ້ອງດັ່ງກ່າວ ຄາວວ່າຈະເປີດບໍລິການໃນປີ 2022 ເຊິ່ງຕັ້ງຢູ່ໃກ້ກັບສວນນ້ຳພຸ, ສະຖານທີ່ສາທາລະນະຊື່ດັງຢູ່ໃຈກາງຕົວເມືອງ.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/09/24/lao-tourism-boom-attracts-global-hotel-brands/

ງານວາງສະແດງທຸລະກິດການທ່ອງທ່ຽວ ຈະຈັດຂຶ້ນໃນວັນທີ 27-28 ກັນຍາ 2019

ພາຍຫຼັງການຕອບຮັບທີ່ດີຈາກການຈັດງານຄັ້ງທຳອິດໃນປີຜ່ານມາຢູ່ແຂວງຫຼວງພະບາງ, ງານວາງສະແດງຊ່ອງທາງທຸລະກິດການທ່ອງທ່ຽວແບບຍືນຍົງ (STSE) ຈະຈັດຂຶ້ນໃນອາທິດນີ້ ທີ່ນະຄອນວຽງຈັນ ໃນລະຫວ່າງວັນທີ 27-28 ກັນຍານີ້ ທີ່ໂຮງແຮມຄຼາວພຼາຊາ. ງານ STSE ແມ່ນຕະຫຼາດນັດສຳລັບອຸດສະຫະກຳການທ່ອງທ່ຽວຊັ້ນນຳຂອງພາກພື້ນ ເພື່ອສະເຫຼີມສະຫຼອງ, ຄົ້ນຫາ, ແລະ ວາງສະແດງທ່າອ່ຽງ, ຄວາມຮູ້ ແລະ ເທັກໂນໂລຢີຫຼ້າສຸດ ໃນດ້ານການທ່ອງທ່ຽວແບບຍືນຍົງ ແລະ ການໃຫ້ບໍລິການ.ໃນງານດັ່ງກ່າວຈະມີໜ່ວຍງານວາງສະແດງທັງໝົດ 54 ໜ່ວຍງານຈາກລາວ ແລະ ພາກພື້ນແມ່ນ້ຳຂອງ ເຊິ່ງຈະສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມຂອງຕົນ ໃນໄລຍະການວາງສະແດງສອງວັນ, ເຊິ່ງສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ຫົວໜ່ວຍທຸລະກິດເຫຼົ່ານີ້ ມີຫຼາຍປະເພດທຸລະກິດທີ່ກ່ຽວຂ້ອງກັບຫົວຂໍ້ຂອງງານເຊັ່ນ ເຄື່ອງໃຊ້ໃນໂຮງແຮມທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຄື່ອງຫັດຖະກຳ, ອາຫານປອດສານພິດ, ການລິເລີ່ມ ແລະ ໂຄງການຕ່າງໆ ກໍຄືກິດຈະກຳທົວ ແລະ ທີ່ພັກ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/24/second-sustainable-tourism-solutions-expo-to-be-held-on-27-28-september-2019/

ການຝຶກອົບຮົມເພື່ອສະໜັບສະໜູນບາດກ້າວການນຳໃຊ້ມາດຕະຖານບັນຊີສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມກຳລັງຫັນໄປສູ່ການນຳໃຊ້ມາດຕະຖານບັນຊີສາກົນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຍົກລະດັບ ການຄຸ້ມຄອງຂະແໜງການເງິນຂອງຂະແໜງການລັດ ຜ່ານການສ້າງຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ການເງິນໃນທົ່ວປະເທດ.ກອງປະຊຸມຝຶກອົບຮົມຄູຝຶກ ໄລຍະຫ້າວັນ ເພື່ອພັດທະນາທັກສະຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ໄດ້ຮັບການຈັດຕັ້ງຂຶ້ນ ພາຍໃຕ້ການຮ່ວມມືລະຫວ່າງ ສະຖາບັນນັກການບັນຊີຂອງສິງກະໂປ (ISCA) ກະຊວງການເງິນຂອງລາວ ພາຍໃຕ້ການສະໜັບສະໜູນໂດຍມູນນິທິ ເຕມາເສັກ ສາກົນ (TF Intl) ແລະ ຈະດຳເນີນໄປຈົນເຖິງວັນທີ 27 ກັນຍານີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/training-supporting-local-moves-adopt-int%E2%80%99l-accounting-standards-104810

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bcV3u
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!