ADB ຄາດວ່າເສດຖະກິດຂອງລາວຈະຂະຫຍາຍຕົວຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວ ຈະຍັງສືບຕໍ່ຂະຍາຍຕົວໃນລະດັບປານກາງໃນປີ 2019 ແລະ 2020, ເນື່ອງຈາກຂະແໜງອຸດສາຫະກຳ ແລະ ການບໍລິການຂະຫຍາຍຕົວຫຼຸດລົງໃນຊ່ວງເຄິ່ງທຳອິດຂອງປີ 2019 ຍ້ອນຈຳນວນນັກທ່ອງທ່ຽວຈາກຕ່າງປະເທດຫຼຸດລົງ, ຕາມການຄາດຄະເນຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB).

ນອນຈາກນີ້ ສາເຫດຂອງການຂະຫຍາຍຕົວຫຼຸດລົງດັ່ງກ່າວແມ່ນຍ້ອນການສົ່ງອອກ ແລະ ການຜະລິດໄຟຟ້າທີ່ເກືອບຢຸດຊະງັກ ທັງໆທີ່ການຟື້ນຟູໃນຂະແໜງກະສິກຳມີພຽງເລັກນ້ອຍ.

ຕາມບົດລາຍງານຫຼ້າສຸດທາງດ້ານເສດຖະກິດປະຈຳປີ, “ພາບລວມການພັດທະນາໃນອາຊີ (ADO) 2019”, ADB ໄດ້ຄາດຄະເນການຂະຫຍາຍຕົວຂອງເສດຖະກິດລາວຢູ່ໃນລະດັບ 6.2 ສ່ວນຮ້ອຍໃນປີ 2019 ແລະ 2020, ຕ່ຳກວ່າລະດັບ 6.5 ສ່ວນຮອຍທີ່ຄາດຄະເນໃນເດືອນເມສາ ສຳລັບປີ 2019 ແລະ 2020.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/adb-outlook-expects-moderate-lao-economic-growth-104980