ການຂະຫຍາຍຕົວຂອງການທ່ອງທ່ຽວໃນລາວດຶງດູດໂຮງແຮມຊັ້ນນຳຂອງໂລກ

ເຄືອຂ່າຍໂຮງແຮມ ແລະ ບ້ານພັກລະດັບສາກົນ ຮິວຕັນ ໄດ້ຖະແຫຼງແຜນການໃນການເປີດສາຂາເຄືອຂ່າຍຂອງໂຮງແຮມແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນຂອງລາວ, ຄຽງຄູ່ກັບບັນດາໂຮງແຮມຊັ້ນນຳຂອງໂລກຫຼາຍແຫ່ງ ທີ່ຫຼັ່ງໄຫຼກັນມາເປີດສາຂາໃນປະເທດລາວ ເພື່ອຫວັງສ້າງກຳໄລຈາກຂະແໜງການທ່ອງທ່ຽວທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ.

ໂຮງແຮມ ຮິວຕັນ ໄດ້ມີພິທີວາງສິລາເລີກການກໍ່ສ້າງໃນວັນທີ 9 ກັນຍາທີ່ຜ່ານມາ ສຳລັບໂຮງແຮມ DoubleTree ໂດຍຮິວຕັນວຽງຈັນ ແຫ່ງໃໝ່ ຮ່ວມກັບບໍລິສັດ TPD, ສາຂາກຸ່ມບໍລິສັດ TK Group ລາວ.

ໂຮງແຮມຂະໜາດ 188 ຫ້ອງດັ່ງກ່າວ ຄາວວ່າຈະເປີດບໍລິການໃນປີ 2022 ເຊິ່ງຕັ້ງຢູ່ໃກ້ກັບສວນນ້ຳພຸ, ສະຖານທີ່ສາທາລະນະຊື່ດັງຢູ່ໃຈກາງຕົວເມືອງ.

ອ່ານຕໍ່…

Taejun Kang
https://laotiantimes.com/2019/09/24/lao-tourism-boom-attracts-global-hotel-brands/