ການຊ່ວຍເຫຼືອ ແລະ ການພັດທະນາ

ລັດຖະບານລາວ, ອົງການ UNFPA ເປີດຕົວການສຶກສາຄົ້ນຄວ້າກ່ຽວກັບ ສປປ ລາວ ເຖິງປີ 2030

(ຂປລ) ພາຍໃຕ້ການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານລາວ, ອົງການກອງທຶນສະຫະປະຊາຊາດເພື່ອປະຊາກອນ (UNFPA), ຮ່ວມກັບກະຊວງແຜນການ ແລະ ການລົງທຶນ,​ ໄດ້ທຳການເປີດຕົວການສຶກສາກ່ຽວກັບ ສປປ ລາວ ເຖິງປີ 2030 ຢ່າງເປັນທາງການ ໃນວັນທີ 18 ກັນຍານີ້, ເຊິ່ງເປັນການຄົ້ນຄວ້າທີ່ສຳຄັນ ແນໃສ່ສຶກສາການປ່ຽນແປງຂອງປະຊາກອນ ແລະ ຄວາມສຳພັນຂອງມັນຕໍ່ກັບບູລິມະສິດໃນການພັດທະນາ.ການວາງແຜນພັດທະນາ ແລະ ການວາງນະໂຍບາຍ ຈຳເປັນຕ້ອງມີຂໍ້ມູນຕົວຈິງ ແລະ ການວິເຄາະສະຖານະການໃນປະຈຸບັນ ແລະ ທ່າອ່ຽງໃນອະນາຄົດ ລວມທັງຄວາມເຂົ້າໃຈກ່ຽວກັບຜົນການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຕໍ່ການປ່ຽນແປງຂອງປະຊາກອນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48248

ສະຫະພາບຢູໂຣບສືບຕໍ່ຊ່ວຍເຫຼືອດ້ານການສຶກສາຂັ້ນພື້ນຖານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ຈະສືບຕໍ່ໃຫ້ທຶນຊ່ວຍເຫຼືອເພີ່ມເຕີມ 135 ລ້ານກວ່າກີບ (14 ລ້ານຢູໂຣ) ສຳລັບໂຄງການສົ່ງເສີມການສຶກສາຂັ້ນພື້ນຖານໃນລາວ ເພື່ອຊ່ວຍເຫຼືອລາວໃນການປະຕິບັດແຜນພັດທະນາການສຶກສາ.ນີ້ແມ່ນຄຳເຫັນຈາກການຢ້ຽມຢາມກະຊວງສຶກສາທິການ ແລະ ກິລາຂອງຄະນະຜູ້ແທນ ອີຢູ ເຊິ່ງນຳໂດຍທ່ານ ປີແອ ອາມີຮັດ ອຳນວຍການປະຈຳພາກພື້ນອາຊີ, ອາຊີກາງ, ຕາເວັກອອກກາງ/ອ່າວ ແລະ ປາຊິຟິກ.ການພົບປະລະຫວ່າງຝ່າຍລາວ ແລະ ອີຢູດັ່ງກ່າວ ແມ່ນເພື່ອຢືນຢັນການຮ່ວມມື ໃນການສະໜັບສະໜູນການພັດທະນາຂະແໜງການສຶກສາໃນລາວ. ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eu-continues-support-basic-education-laos-104287

ລຸກຊຳບວກສືບຕໍ່ສະໜັບສະໜູນໂຄງການພັດທະນາໃນລາວ

ລັດຖະບານລາດຊະອານາຈັກລຸກຊຳບວກ ໄດ້ຕົກລົງສືບຕໍ່ການຊ່ວຍເຫຼືອ 11.7 ລ້ານກວ່າຢູໂຣ ໃນການຈັດຕັ້ງປະຕິບັດໂຄງການພັດທະນາໃນລາວ.ມື້ວານນີ້ ລຸກຊຳບວກໄດ້ລົງນາມໃນສາມຂໍ້ຕົກລົງກັບກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ການຊ່ວຍເຫຼືອລາວ ໃນການປະຕິບັດເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ອີຢູ ໃຫ້ທຶນຊ່ວຍເຫຼືອ 484 ຕື້ກີບເພື່ອການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ-EU) ໃຫ້ທຶນຊ່ວຍເຫຼືອ 484 ລ້ານກວ່າກີບ (50 ລ້ານຢູໂຣ) ໃນການປັບປຸງດ້ານໂພຊະນາການ ແລະ ຫຼຸດຜ່ອນການຂາດສານອາຫານໃນລາວ.ເຈົ້າໜ້າທີ່ລັດຖະບານຈາກກະຊວງ ແລະ ທ່ານ ເນເວັນ ມີມີກາ ກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ສະຫະພາບຢູໂຣບ ໄດ້ເປີດຕົວການລິເລີ່ມໃໝ່ມູນຄ່າ 50 ລ້ານຢູໂຣ ເພື່ອສະໜັບສະໜູນຍຸດທະສາດ ແລະ ແຜນດຳເນີນງານດ້ານໂພຊະນາການແຫ່ງຊາດລາວ ເພື່ອຊ່ວຍຫຼຸດຜ່ານການຂາດສານອາຫານໃນປະເທດ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/eu-provides-484-billion-kip-improve-nutrition-laos-103793

ອີຢູ-EU ໃຫ້ທຶນ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນໃນການສົ່ງອອກ, ການສ້າງວຽກເຮັດງານທຳໃນລາວ

(ຂປລ) ສະຫະພາບຢູໂຣບ (EU) ໃຫ້ທຶນຊ່ວຍເຫຼືອ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນດ້ານການສົ່ງອອກສິນຄ້າ ແລະ ການສ້າງວຽກເຮັດງານທຳໃນ ສປປ ລາວ ໂດຍການເປີດຕົວການສະໜັບສະໜູນການລວມຕົວຂອງພາກພື້ນອາຊຽນ-ການຊ່ວຍເຫຼືອທາງການຄ້າໃນ ສປປ ລາວ (ARISE Plus-Lao PDR) ທີ່ນະຄອນວຽງຈັນໃນວັນທີ 9 ກັນຍານີ້.ການດຳເນີນງານດັ່ງກ່າວຈະຈັດຕັ້ງປະຕິບັດຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ສູນການຄ້າສາກົນ, ເຊິ່ງແນໃສ່ຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດແບບທົ່ວເຖິງ, ການສ້າງວຽກເຮັດງານທຳ ແບະ ການສ້າງຄວາມເຂັ້ມແຂງເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48037

ເກົາຫຼີໃຕ້ຈະຊ່ວຍເຫຼືອລາວ US$500 ລ້ານໂດລາໃນການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສາທາລະນະລັດເກົາຫຼີ (ROK) ຈະໃຫ້ການຊ່ວຍເຫຼືອລາວ US$500 ລ້ານໂດລາໃນໂຄງການພັດທະນາ ໃນຊຸມປີຕໍ່ໜ້າ ຕາມການລາຍງານຂອງສຳນັກຂ່າວເກົາຫຼີໃຕ້ອາທິດແລ້ວນີ້.ໃນວັນທີ 5 ກັນຍານີ້ ສຳນັກຂ່າວຢອນແຮັບ ໄດ້ລາຍງານວ່າ ປະເທດລາວ ແລະ ສ.ເກົາຫຼີ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈສີ່ສະບັບ, ເຊິ່ງເປັນໜຶ່ງໃນແຜນການຊ່ວຍເຫຼືອ US$500 ລ້ານໂດລາຂອງສ.ເກົາຫຼີ ສຳລັບປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/south-korea-pledges-us500-million-lao-development-103703

ລາວ, ເກົາຫຼີຮ່ວມກັນສ້າງສູນພັດທະນາບ້ານຊຸມຊົນ

ຊາວຊົນນະບົດໃນນະຄອນຫຼວງວຽງຈັນມີສູນພັດທະນາຊຸມຊົນແຊມູນແຫ່ງໃໝ່ ພາຍຫຼັງພິທີມອບຮັບອາຄານສູນທີ່ບ້ານໝາກຄ້ຽວ ເມືອງປາກງື່ມ ໃນວັນຈັນຜ່ານມາ.ສູນດັ່ງກ່າວແມ່ນສ້າງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ມູນນິທິແຊມູນໂລກແຫ່ງປະເທດເກົາຫຼີ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ສະຫະລັດເປີດຕົວໂຄງການສົ່ງເສີມການອ່ານໃນລາວ

ສະຫະລັດໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອລາວ ມູນຄ່າກວ່າ US$19.4 ລ້ານໂດລາ ເພື່ອສະໜັບສະໜູນໂຄງການການສຶກສາຂັ້ນພື້ນຖານເພື່ອສົ່ງເສີມການອ່ານ.ສະຖານທູດສະຫະລັດປະຈຳລາວໄດ້ເປີດຕົວໂຄງການ “ຮຽນຮູ້ຈາກການອ່ານ” ຢ່າງເປັນທາງການ ພາຍໃຕ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈສອງສະບັບເພື່ອເລີ່ມໂຄງການໄລຍະຫ້າປີດັ່ງກ່າວແຕ່ປີ 2019-2023.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຍີ່ປຸ່ນຊ່ວຍສົ່ງເສີມການສຶກສາສຳລັບຄົນພິການໃນລາວ

ມູນນິທິຍີ່ປຸ່ນໄດ້ມອບທຶນຊ່ວຍເຫຼືອກວ່າ 2.6 ຕື້ກີບ (US$300,000 ໂດລາ) ໃຫ້ກັບກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການເຂົ້າເຖິງການສຶກສາສຳລັບກຸ່ມຜູ້ພິການ.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນພຸດແລ້ວນີ້ ໂດຍທ່ານ ພູວັນ ວົງສຸທີ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ທາເຄຈຸ ໂອງະຕະ ປະທານມູນນິທິຍີ່ປຸ່ນ.ໂຄງການໄລຍະຫ້າປີດັ່ງກ່າວຈະດຳເນີນຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີເດັກພິການທາງຫູ ແລະ ສາຍຕາປະມານ 1,500 ຄົນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ທະນາຄານ ICBC ບໍລິຈາກອຸປະກອນຄັອມພິວເຕີໃຫ້ແກ່ໂຮງຮຽນໃນນະຄອນຫຼວງວຽງຈັນ

(ຂປລ) ທະນາຄານອຸດສາຫະກຳແລະກ້ານຄ້າແຫ່ງປະເທດຈີນ ຈຳກັດ (ICBC) ໄດ້ມອບເຄື່ອງຄັອມພິວເຕີຕັ້ງໂຕະ 30 ໜ່ວຍ ແລະ ຄັອມພິວເຕີມືຖືສາມໜ່ວຍໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອແຈກຢາຍໃຫ້ແກ່ໂຮງຮຽນປະຖົມ ແລະ ມັດທະຍົມ 11 ແຫ່ງໃນນະຄອນຫຼວງວຽງຈັນ.ພິທີມອບເຄື່ອງບໍລິຈາກດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 27 ສິງຫານີ້ ລະຫວ່າງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຊຸນ ເຟັງ ເລີ່ຍ ຜູ້ອຳນວຍການໃຫຍ່ທະນາຄານ ICBC.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47790

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

959fx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!